ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມ ປະກອບຄຳເຫັນ ຕໍ່ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາວຽກງານ ໂຄສະນາອົບຮົມ, ຮ່າງບົດສຳຫຼວດການນຳພາລວມ ແລະ ທາບທາມບຸກຄະລາກອນທີ່ຈະສະໝັກເຂົ້າເປັນຄະນະບໍລິຫານງານ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ VI (ຮອບທີ II) ຂຶ້ນໃນວັນທີ 13 ພຶດສະພານີ້ ທີ່ ຫ້ອງຊຸມ ຄອສພ, ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະປະຈຳພັກ, ກຳມະການຄະນະພັກ, ຄະນະພັກ, ມີເລຂາ, ຮອງເລຂາໜ່ວຍພັກຮາກຖານ,ເລຂາ, ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງຂອງຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V ສະເໜີໂດຍ ສະຫາຍ ຄຳມອນ ຈັນທະຈິດ ກຳມະການສຳຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮັບຟັງການຜ່ານຮ່າງແຜນພັດທະນາວຽກງານ ໂຄສະນາອົບຮົມ ຂອງຄະນະໂຄສະນາອົບຮົມສູນກາງພັກ, ສະເໜີ ໂດຍ ສະຫາຍ ຄຳກອງ ທຳມະເທວາ ຄະນະພັກ ຫົວໜ້າກົມອົບຮົມ, ຮັບຟັງການຜ່ານບົດສຳຫຼວດ ການນຳພາຂອງຄະນະບໍລິຫານງານພັກ ຄອສພ ສະໄໝທີ V, ສະເໜີ ໂດຍ ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຈາກນັ້ນ ບັນດາຜູ້ເຂົ້າຮ່ວມ ໄດ້ພ້ອມກັນ ປະກອບຄຳເຫັນໃສ່ ຮ່າງລາຍງານດັ່ງກ່າວໃຫ້ມີເນື້ອໃນຄົບຖ້ວນ, ຊັດເຈນ ແລະ ເລິກເຊິງ. ກອງປະຊຸມ ຍັງໄດ້ຜ່ານມາດຖານເງື່ອນໄຂຜູ້ສະໜັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ແລະ ຄະນະປະຈຳພັກ, ເລຂາ, ຮອງເລຂາຄະນະພັກ ແລະ ປະທານ, ຮອງປະທານກວດກາ ແລະ ດຳເນີນປ່ອນບັດທາບທາມຄະນະປະຈຳພັກ, ເລຂາ, ຮອງເລຂາ ແລະ ປະທານ, ຮອງປະທານກວດກາ.

ໂອກາດດັ່ງກ່າວ, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ມີຄຳເຫັນຊີ້ນຳ ໃຫ້ບັນດາຜູ້ເຂົ້າຮ່ວມ ເອົາໃຈໃສ່ປະກອບຄຳເຫັນຢ່າງກົງໄປກົງມາ ຕໍ່ຮ່າງບົດລາຍງານການເມືອງຂອງຄະນະບໍລິຫານງານພັກຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V, ແຜນພັດທະນາວຽກງານ ໂຄສະນາອົບຮົມ ຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ບົດສຳຫຼວດການນຳພາ ຂອງຄະນະບໍລິຫານງານພັກ ຄອສພ ສະໄໝທີ V ໂດຍສະເພາະ ຕໍ່ເນື້ອໃນ, ສາເຫດ, ຈຸດດີ, ຈຸດອ່ອນ, ທິດທາງແຜນການ ແລະ ບັນດາວຽກຈຸດສຸມ ຂອງບັນດາຮ່າງລາຍາງານດັ່ງກ່າວໃຫ້ມີເນື້ອໃນຄົບຖ້ວນ, ເລິກເຊິ່ງ ແລະ ສົມບູນ.

