Homeຂ່າວການເມືອງລາວ ແລະ ເບລາຣຸດຊີ ຈັດກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ 4

ລາວ ແລະ ເບລາຣຸດຊີ ຈັດກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ 4

ໃນວັນທີ 11 ພຶດສະພາ ຜ່ານມານີ້, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວເດີນທາງໄປເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຄັ້ງທີ 4 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ເບລາຣຸດຊີ ທີ່ສາທາລະນະລັດ ເບລາຣຸດຊີ.

ກອງປະຊຸມປຶກສາຫາລືຄັ້ງນີ້ ຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ເຊີຣເກ ລູກາເຊຍວິຈ ຮອງລັດຖະມົນຕີກະຊວງການຕ່າງປະເທດຜູ້ທີໜຶ່ງ ແຫ່ງ ສ ເບລາຣຸດຊີ. ໃນກອງປະຊຸມດັ່ງກ່າວ, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ ຕະຫຼອດໄລຍະ 32 ປີ ຂອງສາຍພົວພັນການທູດ ຊຶ່ງໄດ້ມີການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຫຼາຍລະດັບ. ນອກນີ້, ສອງຝ່າຍ ຍັງໄດ້ທົບທວນຄືນບັນດາແຜນການຮ່ວມມືໃນຂົງເຂດຕ່າງໆ ທີ່ໄດ້ຈັດຕັ້ງປະຕິບັດຮ່ວມກັນໃນໄລຍະຜ່ານມາ, ຊຶ່ງເຫັນດີຮ່ວມກັນເພື່ອສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍ, ໂດຍສະເພາະໃນຂົງເຂດເສດຖະກິດ ແລະ ການຄ້າ ຂອງສອງປະເທດໃຫ້ນັບມື້ນັບເພີ່ມຂຶ້ນ. ສອງຝ່າຍ ເຫັນດີສືບຕໍ່ສົ່ງເສີມການຮ່ວມມືດ້ານການສຶກສາ, ວັດທະນະທໍາ, ການທ່ອງທ່ຽວ ແລະ ຂົງເຂດອື່ນໆທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ ເພື່ອເສີມຂະຫຍາຍການຮ່ວມມືສອງຝ່າຍໃນໄລຍະຕໍ່ໜ້າ ໃຫ້ມີໝາກຜົນເປັນຮູບປະທຳ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດໃນອະນາຄົດ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະ ແລະ ຄວາມຄິດເຫັນ ຕໍ່ສະພາບການໃນພາກພື້ນ ແລະ ສາກົນທີ່ພົ້ນເດັ່ນ.

ກອງປະຊຸມຄັ້ງນີ້ໄດ້ດຳເນີນໄປດ້ວຍບັນຍາກາດໄມຕີຈິດມິດຕະພາບ, ເຂົ້າອົກເຂົ້າໃຈກັນ ແລະ ໄດ້ຮັບຜົນສໍາເລັດດ້ານເນື້ອໃນຢ່າງຈົບງາມຕາມຄາດໝາຍທີ່ວາງໄວ້. ໃນໂອກາດເດີນທາງໄປຢ້ຽມຢາມເຮັດວຽກຢູ່ ສ ເບລາຣຸດຊີ ຄັ້ງນີ້, ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ມາກຊິມ ຣືເຊັນກົຟ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ເບລາຣຸດຊີ. ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ໄດ້ແຈ້ງໃຫ້ຊາບໂດຍຫຍໍ້ ກ່ຽວກັບສະພາບການພັດທະນາໃນດ້ານຕ່າງໆ ໃນ ສປປ ລາວ. ພ້ອມນີ້, ຍັງໄດ້ຕີລາຄາສູງຕໍ່ຜົນສຳເລັດການຮ່ວມມືສອງຝ່າຍໃນໄລຍະຜ່ານມາ ແລະ ກຳນົດທິດທາງການຮ່ວມມືໃນຂົງເຂດທີ່ມີທ່າແຮງບົ່ມຊ້ອນຮ່ວມກັນໃນໄລຍະຕໍ່ໜ້າ ເພື່ອແນໃສ່ເຮັດໃຫ້ການຮ່ວມມື ລະຫວ່າງ ສປປ ລາວ ແລະ ເບລາຣຸດຊີ ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ.

(ຂ່າວ: ກຕທ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments