ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 11 ພຶດສະພາ ຜ່ານມາ, ສະມາຄົມອຸດສາຫະກຳລົດຍົນຈີນໄດ້ແຈ້ງໃຫ້ຮູ້ວ່າ: ໃນເດືອນເມສາປີນີ້, ການຜະລິດ,ຈຳໜ່າຍ ແລະ ການສົ່ງອອກລົດພະລັງງານໃໝ່ ຫຼື ລົດໄຟຟ້າຂອງຈີນລ້ວນແຕ່ໄດ້ບັນລຸການເຕີບໂຕຢ່າງໝັ້ນທ່ຽງ.
ຂໍ້ມູນຫຼ້າສຸດສະແດງໃຫ້ເຫັນວ່າ: ໃນເດືອນເມສາປີນີ້, ການຜະລິດ ແລະ ຈຳໜ່າຍລົດໄຟຟ້າມີເຖິງ 1,320,000 ຄັນ ແລະ 1,344,000 ຄັນຕາມລຳດັບ, ເພີ່ມຂຶ້ນ 5.5% ແລະ 9.7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ຍອດການຈຳໜ່າຍລົດໄຟຟ້າໄດ້ກວມເອົາ 53.2% ຂອງການຈຳໜ່າຍລົດຍົນໃໝ່ທັງໝົດ. ໃນດ້ານການສົ່ງອອກ, ໄດ້ສົ່ງອອກລົດໄຟຟ້າ 430,000 ຄັນ, ເພີ່ມຂຶ້ນ 1.1 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025. ພ້ອມກັນນັ້ນ, ໃນເດືອນມັງກອນຫາເດືອນເມສາປີນີ້, ການສົ່ງອອກລົດໄຟຟ້າຂອງຈີນໄດ້ມີເຖິງ 1,384,000 ຄັນ, ເພີ່ມຂຶ້ນ 1.2 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025.

