ຂ່າວຕ່າງປະເທດລາຍງານວ່າ: ສຳນັກງານສະຖິຕິອົສຕຣາລີ (ABS) ໄດ້ເປີດເຜີຍຂໍ້ມູນໃນວັນທີ 13 ພຶດສະພາ ຜ່ານມາ ລະບຸວ່າ, ດັດຊະນີລາຄາຄ່າແຮງງານເພີ່ມຂຶ້ນ 0.8% ໃນໄຕມາດທຳອິດຂອງປີ 2026 (ມັງກອນ-ມີນາ) ເມື່ອທຽບກັບໄຕມາດກ່ອນໜ້ານີ້ ຊຶ່ງສອດຄ່ອງກັບຄວາມຄາດຫວັງຂອງຕະຫຼາດ ແລະ ເທົ່າກັບໄຕມາດກ່ອນໜ້ານີ້. ໃນຂະນະດຽວກັນ, ເມື່ອທຽບໃສ່ປີກ່ອນ ການເຕີບໂຕຂອງຄ່າແຮງງານຫຼຸດລົງມາເປັນ 3.3% ຈາກ 3.4%.
ການເຕີບໂຕຂອງຄ່າແຮງງານຂອງພາກເອກະຊົນຊ້າລົງເຫຼືອ 3.2% ຊຶ່ງເປັນລະດັບຕໍ່າສຸດນັບຕັ້ງແຕ່ທ້າຍປີ 2022, ໃນຂະນະທີ່ການເຕີບໂຕຂອງຄ່າແຮງງານຂອງພາກລັດຊ້າລົງເຫຼືອ 3.3% ຈາກ 4.0%. ໂດຍອຸດສາຫະກຳດ້ານການດູແລສຸຂະພາບ ແລະ ການບໍລິການສັງຄົມແມ່ນຂະແໜງການທີ່ຊ່ວຍຊຸກຍູ້ຄ່າແຮງງານໂດຍລວມຂອງປະເທດເພີ່ມຂຶ້ນຫຼາຍທີ່ສຸດ.

