ເປີດງານສັບປະດາວັດທະນະທຳ ແລະ ທ່ອງທ່ຽວຫວຽດນາມຢູ່ ສປປ ລາວ ຈັດຂຶ້ນໃນວັນທີ 12 ພຶດສະພາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວແຫ່ງ ສປປ ລາວ, ມີທ່ານ ນາງ ເລິມ ທິ ເຟືອງ ແທງ ກໍາມະການສູນກາງພັກ ລັດຖະມົນຕີກະຊວງວັດທະນະທໍາ ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດ ນາມ, ມີບັນດາຮອງລັດຖະມົນຕີ ພ້ອມດ້ວຍແຂກຖືກເຊີນທັງສອງຝ່າຍເຂົ້າຮ່ວມ.
ການຈັດງານໃນຄັ້ງນີ້, ມີຫຼາກຫຼາຍລາຍການສະແດງ ທີ່ເປັນເອກະລັກຂອງຫວຽດນາມ ໂດຍສະເພາະ ການສະແດງລະຄອນຕຸກກະຕານ້ຳທີ່ມີຊື່ສຽງຂອງຫວຽດນາມ ບົ່ງບອກເຖິງວັດທະນະທໍາ ຮູບແບບວິຖີການດຳລົງຊີວິດແບບດັ້ງເດີມ ທີ່ລຽບງ່າຍຂອງຊາວນາຜູ້ອອກແຮງງານທີ່ມີຄວາມເບີກບານມ່ວນຊື່ນໃນການດຳລົງ ຊີິວິດຂອງຊາວນາຢູ່ຊົນນະບົດ ຕິດພັນກັບທຳມະຊາດທີ່ອຸດົມສົມບູນ ຈົນກາຍມາເປັນສິລະປະການສະແດງທີ່ເປັນເອກະລັກສະເພາະຂອງຫວຽດນາມ.

ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ການເປີດງານຄັ້ງນີ້, ຖືເປັນການເປີດສັງກາດໃໝ່ ແຫ່ງການຮ່ວມມືດ້ານວັດທະນະທຳ ແລະ ການທ່ອງທ່ຽວ ສົກປີ 2026-2030 ສະແດງໃຫ້ເຫັນເຖິງຄວາມໃກ້ຊິດຕິດແທດ ແລະ ສະໜິດສະໜົມແບບພິເສດ ດັ່ງທີ່ອະດີດສະຫາຍເລຂາທິການໃຫຍ່ ປະທານປະເທດ ໄກສອນ ພົມວິຫານ ໄດ້ກ່າວໄວ້ວ່າ: ໃນປະຫວັດສາດຂອງການພົວພັນສາກົນ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ ໄດ້ເປັນແວ່ນແຍງແບບຢ່າງອັນພົ້ນເດັ່ນ, ໂດຍໄດ້ເອົາຜົນປະໂຫຍດມາສູ່ປະຊາຊົນສອງປະເທດ ທັງໃນຂະບວນການຕໍ່ສູ້ເພື່ອເອ ກະລາດເສລີພາບ ແລະ ຄວາມຮຸ່ງເຮືອງສີວິໄລໃນໄລຍະສ້າງສາ ແລະ ພັດທະນາປະເທດຊາດ. ການຈັດກິດ ຈະກຳສະແດງສິລະປະ ເປັນການສະແດງໃຫ້ເຫັນເຖິງ ການຮ່ວມມືອັນແໜ້ນແຟ້ນຂອງສອງພັກ, ສອງລັດ ແລະ ສອງກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ທີ່ມີການຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດແຜນຮ່ວມມືສອງຝ່າຍດ້ວຍຄວາມເອົາໃຈໃສ່ ໄປມາຫາສູ່ກັນຢ່າງເປັນປົກກະຕິຕໍ່ເນື່ອງ ດ້ວຍການຜັດປຽນກັນແລກປ່ຽນກິດຈະກໍາດ້ານວັດທະນະທຳໃນແຕ່ລະປີ.
ທ່ານ ນາງ ເລິມ ທິ ເຟືອງ ແທງ ກ່າວວ່າ: ງານສັບປະດາວັດທະນະທໍາຫວຽດນາມ ໄດ້ຈັດຂຶ້ນຢູ່ ສປປ ລາວ ໃນຄັ້ງນີ້ ເປັນກິດຈະກຳເລີ່ມຕົ້ນ ໃນການຈັດຕັ້ງຜັນຂະຫຍາຍແຜນການຮ່ວມມືດ້ານວັດທະນະທໍາ ແລະ ການທ່ອງທ່ຽວ ສົກປີ 2026-2030 ຊຶ່ງການສະແດງຕຸກກະຕານໍ້າ ເປັນສິລະປະອັນເປັນເອກະລັກ, ມີຄວາມໂດດເດັ່ນຂອງວັດທະນະທໍາຫວຽດນາມ ທີ່ໄດ້ຮັບການສືບສານ ແລະ ຫຼໍ່ຫຼອມຜ່ານຫຼາຍພັນປີແຫ່ງປະ ຫວັດສາດ, ພ້ອມທັງສະທ້ອນໃຫ້ເຫັນຢ່າງຊັດເຈນເຖິງພາບພົດຂອງປະເທດ ແລະ ຊາວຫວຽດນາມ ທີ່ມີຄວາມເປັນມິດ, ມີຄວາມກະຕືລືລົ້ນ ແລະ ເຕັມໄປດ້ວຍຄວາມປາຖະໜາໃນການພັດທະນາ ຜ່ານພາສາຂອງສິລະປະລາຍການສະແດງ ໄດ້ປະກອບສ່ວນໃນການເຜີຍແຜ່ຄວາມພາກພູມໃຈແຫ່ງຊາດ ພ້ອມທັງເຊີດຊູຄຸນຄ່າວັດທະ ນະທຳປະເພນີອັນດີງາມຂອງຫວຽດນາມ.

