Homeຂ່າວການເມືອງສພຊ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ສພຊ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ຄະນະບໍລິຫານງານພັກສະພາແຫ່ງຊາດ (ສພຊ) ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ປະກາດກົງຈັກການຈັດຕັ້ງ, ປະກາດພະນັກງານຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງຕຳແໜ່ງບໍລິຫານພາຍໃນສະພາແຫ່ງຊາດ ໃນວັນທີ 12 ພຶດສະພາ ນີ້ ໂດຍການເປັນປະທານຂອງ ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ ປະ​ທານສະພາແຫ່ງຊາດ, ມີຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນພາຍໃນ ສພຊ ເຂົ້າຮ່ວມ.

ກອງປະຊຸມໄດ້ຜ່ານຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ສະບັບບເລກທີ 02/ຄລສພ, ລົງວັນທີ 30 ມັງກອນ 2026; ເຜີຍແຜ່ໂຄງການການເມືອງ ສະບັບທີ 3 ຂອງພັກ; ເຜີຍແຜ່ບົດລາຍງານການເມືອງ, ແຜນພັດທະນາເສດກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X; ເຜີຍແຜ່ກົດລະບຽບພັກ ສະໄໝທີ XII.

ຈາກນັ້ນ, ກອງປະຊຸມໄດ້ຮັບຟັງການຜ່ານມະຕິຕົກລົງໃຫ້ພະນັກງານການນຳຂັ້ນສູງ ແລະ ຂັ້ນກົມ ຮັບອຸດໜູນບຳນານ; ມະຕິຮັບຮອງກົງຈັກຂອງສະພາແຫ່ງຊາດ ຊຶ່ງປະກອບມີ 20 ກົມ, 57 ພະແນກ; ມະຕິແຕ່ງຕັ້ງ, ຍົກຍ້າຍ ພະນັກງານຂັ້ນກົມ ພ້ອມທັງຈັດພິທີມອບ-ຮັບມະຕິຕົກລົງໃຫ້ພະນັກງານຮັບອຸດໜູນບຳນານ ແລະ ມະຕິແຕ່ງຕັ້ງ, ຍົກຍ້າຍພະນັກງານຂັ້ນກົມ.

ໂອກາດນີ້, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜູ້ທີ່ໄດ້ຮັບນະໂຍບາຍອອກພັກການ-ຮັບອຸດໜູນບຳນານໃນຄັ້ງນີ້ ຈໍານວນ 30 ທ່ານ ທີ່ລ້ວນແຕ່ມີຜົນງານ​ພົ້ນ​ເດັ່ນຫຼາຍ​ດ້ານ ແລະ ອຸທິດສະຕິປັນຍາ, ຄວາມຮູ້-ຄວາມສາມາດ, ມີຄວາມເປັນແບບຢ່າງ, ມີນໍ້າໃຈເສຍສະລະ ແລະ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານຂອງສະພາແຫ່ງຊາດ ກໍຄື ການເຮັດຫຼ້ອນໜ້າທີ່ອັນມີກຽດຂອງຕົນ ຕະຫຼອດໄລຍະຜ່ານມາ. ສໍາລັບຫົວໜ້າກົມ, ຮອງຫົວໜ້າກົມ ທີ່ມີການສັບປ່ຽນຢູ່ພາຍໃນສະພາແຫ່ງຊາດນັ້ນ ກໍຈະເປັນໂອກາດໄດ້ທົດສອບພຶດຕິກໍາຕົວຈິງຢ່າງຮອບດ້ານ ໃຫ້ມີຄວາມຊໍານານໃນຫຼາຍວຽກງານ, ເປັນການສ້າງຖັນແຖວພະນັກງານໃຫ້ສົມຄູ່ກັບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ເພື່ອເຮັດໃຫ້ການຈັດຕັ້ງມີສະຖຽນລະພາບ, ມີການເຄື່ອນໄຫວຢ່າງຕັ້ງໜ້າ ແລະ ມີປະສິດທິພາບສູງຂຶ້ນກວ່າເກົ່າ. ປັດຈຸບັນ, ບັນຫາທີ່ຮີບດ່ວນແມ່ນແຕ່ລະກໍາມາທິການ ແລະ ຫ້ອງວ່າການສະພາແຫ່ງຊາດ ຈະຕ້ອງເອົາໃຈໃສ່ປັບປຸງກົນໄກການເຮັດວຽກ ກໍຄືປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວຂອງຕົນໃຫ້ມີຄວາມຄ່ອງຕົວ, ແທດເໝາະກັບໜ້າທີ່ການເມືອງທີ່ຖືກມອບໝາຍ ດ້ວຍການປັບປຸງບຸກຄະລາກອນໃຫ້ໄປຕາມວິຊາການທີ່ຮຽນມາ ເພື່ອຍົກສູງປະສິດທິຜົນຂອງວຽກງານ; ຈະໄດ້ອອກນິຕິກຳວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະປະຈໍາສະພາແຫ່ງຊາດ, ລະບຽບການດໍາເນີນກອງປະຊຸມສະພາແຫ່ງຊາດ, ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ແລະ ອື່ນໆ. ພ້ອມກັນນັ້ນ, ໃຫ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍທິດທາງແຜນການ 5 ປີ (2026-2030) ຂອງສະພາແຫ່ງຊາດ ຊຸດທີ X ທີ່ໄດ້ກໍານົດເອົາ 9 ທິດທາງລວມ, 7 ແຜນວຽກ, 5 ແຜນງານ ແລະ 25 ໂຄງການ ແລະ ສູ້ຊົນສ້າງ ແລະ ປັບປຸງກົດໝາຍ ໃຫ້ໄດ້ທັງໝົດ 91 ສະບັບ (ສ້າງໃໝ່ 19 ສະບັບ ແລະ ປັບປຸງ 72 ສະບັບ) ທີ່ກອງປະຊຸມຄັ້ງປະຖົມມະລືກໄດ້ຮັບຮອງເອົາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments