ກອງປະຊຸມພົບປະແລກປ່ຽນຄະນະຜູ້ແທນກະຊວງວັດທະນະທໍາ ກິລາ ແລະ ການທ່ອງທ່ຽວ ສສ ຫວຽດນາມ ແລະ ຄະນະໂຄສະນາອົບຮົມສູນກາງພັກ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 13 ພຶດສະພາ ນີ້ ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດຍ ທ່ານ ວັນສີ ກົວມົວ ກໍາມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປປ ລາວ, ຝ່າຍຫວຽດນາມ ນຳໂດຍທ່ານ ນາງ ເລິມ ທິເຟືອງແທັງ ກໍາມະການສູນກາງພັກ ລັດຖະມົນຕີກະຊວງວັດທະນະທໍາ ກິລາ ແລະ ການທ່ອງທ່ຽວ ສສ ຫວຽດນາມ ມີ ບັນດາຄະນະຜູ້ແທນ ຫວຽດນາມ ແລະ ລາວ ເຂົ້າຮ່ວມ.
ການພົບປະແລກປ່ຽນ ແລະ ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືດ້ານວຽກງານຖະແຫຼງຂ່າວ-ສື່ມວນຊົນ ໄລຍະປີ 2026-2030, ທ່ານ ນາງ ເລິມ ທິເຟືອງແທັງ ໄດ້ມີຄວາມເຫັນແລກປ່ຽນໃນຫຼາຍບັນຫາ ໂດຍສະເພາະ ແມ່ນການແຈ້ງໃຫ້ຊາບກ່ຽວກັບການເຄື່ອນໄຫວວຽກງານ ຂອງກະຊວງວັດທະນະທໍາ ກິລາ ແລະ ການທ່ອງທ່ຽວ ສສ ຫວຽດນາມ ກໍຄື ການພົວພັນຮ່ວມມື ລະຫວ່າງ ຝ່າຍຫວຽດນາມ ແລະ ຝ່າຍລາວ ໃນວຽກງານຖະແຫຼງຂ່າວ-ສື່ມວນຊົນ ໃນໄລຍະຜ່ານມາ ພາຍຫຼັງຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ສປປ ລາວ ໄດ້ມີການປັບປຸງກົງຈັກການຈັດຕັ້ງຄືນໃໝ່ ເພື່ອໃຫ້ຖືກຕ້ອງຕາມທິດຊີ້ນໍາຂອງສູນກາງພັກ ແລະ ແທດເໝາະກັບສະພາບການຈັດຕັ້ງປະຕິບັດຕົວຈິງໃນປັດຈຸບັນ, ໂດຍການມອບ-ໂອນວຽກງານຖະແຫຼງຂ່າວ-ສື່ມວນຊົນ ຈໍານວນ 5 ພາກສ່ວນ ມາຂຶ້ນກັບການນໍາພາ-ຊີ້ນໍາໂດຍກົງຂອງ ຄະນະໂຄສະນາອົບຮົມສູນກາງພັກ ຊຶ່ງປະກອບມີຄື: ກົມສື່ມວນຊົນ, ສໍານັກຂ່າວສານປະເທດລາວ, ໂທລະພາບແຫ່ງຊາດລາວ, ວິທະຍຸກະຈາຍສຽງແຫ່ງຊາດລາວ, ໜັງສືພິມພາສາຕ່າງປະເທດ ແລະ ໜັງສືພິມປະຊາຊົນ. ພ້ອມກັນນີ້, ປີ 2026 ຈະໄດ້ດໍາເນີນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ອີກດ້ວຍ. ຄຽງຄູ່ກັນນັ້ນ, ວຽກງານຖະແຫຼງຂ່າວຢູ່ຂັ້ນທ້ອງຖິ່ນ ກໍໄດ້ຮັບການປັບປຸງໃຫ້ມີຄວາມເປັນເອກະພາບ ແລະ ສອດຄ່ອງກັບຂັ້ນສູນກາງຢ່າງເປັນລະບົບເຖິງວ່າໃນໄລຍະຜ່ານມາ ສປປ ລາວ ຈະມີການປັບປຸງກົງຈັກການຈັດຕັ້ງ, ແຕ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານໃນວຽກງານຖະແຫຼງຂ່າວ-ສື່ມວນຊົນ ລະຫວ່າງ ລາວ-ຫວຽດນາມ ກໍຍັງຄົງໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍໃຫ້ເຂົ້າສູ່ລວງເລິກ ເພື່ອຍາດເອົາຜົນສຳເລັດໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ.

ການພົບສອງຝ່າຍໄດ້ມີການຜັດປ່ຽນກັນຢ້ຽມຢາມ ແລະ ແລກປ່ຽນບົດຮຽນຢ່າງເປັນຂະບວນຟົດຟື້ນ ໂດຍສະເພາະແມ່ນການພົບປະລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ສປປ ລາວ ແລະ ກະຊວງວັດທະນະທຳ ກິລາ ແລະ ການທ່ອງທ່ຽວ ສສ ຫວຽດນາມ ເພື່ອຕີລາຄາ ແລະ ຜັນຂະຫຍາຍ ໝາກຜົນການຮ່ວມມື, ສື່ມວນຊົນລາວ ໄດ້ນຳໃຊ້ແຫຼ່ງຂໍ້ມູນຈາກສື່ມວນຊົນຫວຽດນາມ ເປັນບ່ອນອີງຫຼັກໃນການລາຍງານຂ່າວສາກົນ. ທັງສອງຝ່າຍໄດ້ຮ່ວມກັນປັບປຸງເນື້ອໃນຂ່າວໃຫ້ມີລັກສະນະນຳພາ ແລະ ສາມາດຕອບໂຕ້ຫາງສຽງທີ່ບໍ່ດີໄດ້ຢ່າງທັນການ, ຝ່າຍຫວຽດນາມໄດ້ໃຫ້ການຊ່ວຍເຫຼືອລໍ້າຄ່າດ້ານອຸປະກອນ ແລະ ການກໍ່ສ້າງສະຖານີວິທະຍຸ-ໂທລະພາບ ແລະ ເພື່ອຍົກລະດັບຂີດຄວາມສາມາດໃນການປະຕິບັດໜ້າທີ່ການເມືອງ ຂອງສື່ມວນຊົນລາວ, ມີການຮ່ວມມືກັນສ້າງ ແລະ ຍົກລະດັບພະນັກງານສື່ມວນຊົນລາວ ໂດຍສະເພາະແມ່ນ ການຝຶກອົບຮົມ ຫຼັກສູດການນຳພາ-ຄຸ້ມຄອງສື່ມວນຊົນ ເພື່ອສ້າງຄວາມເຂັ້ມແຂງທັງທາງດ້ານທັດສະນະການເມືອງ ແລະ ວິຊາສະເພາະ ສຸມໃສ່ການເຜີຍແຜ່ເຫດການສຳຄັນຂອງພັກ-ລັດ ແລະ ການເຄື່ອນໄຫວຂອງການນຳຂັ້ນສູງ. ພ້ອມທັງເຊື່ອມຊຶມແນວຄິດ-ທິດສະດີ ຂອງປະທານ ໂຮ່ຈິມິນ ແລະ ປະທານ ໄກສອນ ພົມວິຫານ ໃຫ້ກາຍເປັນເຂັມທິດເຍືອງທາງໃນວຽກງານແນວຄິດ-ວັດທະນະທຳ, ສອງຝ່າຍໄດ້ຮ່ວມມືກັນຢ່າງໃກ້ຊິດໃນການຕອບໂຕ້ຄືນບັນດາຖ້ອຍທຳນອງບິດເບືອນ ແລະ ການໃສ່ຮ້າຍປ້າຍສີຈາກກຸ່ມຄົນບໍ່ດີ ດ້ວຍຂໍ້ມູນທີ່ຊັດເຈນ ເພື່ອປົກປັກຮັກສາແນວທາງນະໂຍບາຍຂອງສອງພັກ, ສອງລັດ ໃຫ້ມີຄວາມໜັກແໜ້ນ ແລະ ເພື່ອສືບຕໍ່ຜັນຂະຫຍາຍ MOU ສົກປີ 2026-2030 ທີ່ກຳລັງລົງນາມຮ່ວມກັນ ໃຫ້ມີປະສິດທິຜົນ ແລະ ທັນກຳນົດເວລາ ຊຶ່ງຖືເປັນບາດກ້າວສຳຄັນໃນການຮັດແໜ້ນສາຍພົວພັນມິດຕະພາບພິເສດ ລາວ-ຫວຽດນາມ ໃນຂົງເຂດຖະແຫຼງຂ່າວດັ່ງນີ້: ການແລກປ່ຽນຄະນະຜູ້ແທນໄດ້ກຳນົດໂຕເລກຄະນະຜູ້ແທນ ແລະ ນັກຂ່າວໄວ້ຢ່າງຊັດເຈນແລ້ວ. ສະນັ້ນ, ເພື່ອໃຫ້ຝ່າຍຮັບ ໄດ້ມີເວລາໃນການກະກຽມຄວາມພ້ອມທາງດ້ານສະຖານທີ່ ແລະ ເນື້ອໃນ, ທັງສອງຝ່າຍຄວນແຈ້ງແຜນການເດີນທາງລ່ວງໜ້າຢ່າງໜ້ອຍ 1 ເດືອນ ຕາມທີ່ກຳນົດໃນ MOU.

ພ້ອມກັນນັ້ນ, ສຳລັບຄະນະນັກຂ່າວລາວທີ່ຈະໄປຢ້ຽມຢາມ ສສ ຫວຽດນາມ, ຄວນກຳນົດຫົວຂໍ້ລະອຽດ ກ່ອນການລົງພື້ນທີ່ຕົວຈິງ ເພື່ອໃຫ້ໄດ້ເນື້ອໃນຂ່າວທີ່ສ່ອງແສງເຖິງການຮ່ວມມືຮອບດ້ານຂອງສອງຊາດຢ່າງເລິກເຊິ່ງ, ການຫັນເປັນທັນສະໄໝ ສະເໜີໃຫ້ຝ່າຍຫວຽດນາມ ແບ່ງປັນບົດຮຽນ ຫຼື ຊ່ວຍຝຶກອົບຮົມເຕັກນິກການນຳໃຊ້ເຄື່ອງມື AI ໃຫ້ແກ່ພະນັກງານເຕັກນິກຂອງລາວ ເພື່ອໃຫ້ພວກເຮົາສາມາດຄຸ້ມຄອງ ແລະ ຕອບໂຕ້ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ ໄດ້ຢ່າງຖືກຕ້ອງ ແລະ ທັນການ, ການຍົກລະດັບບຸກຄະລາກອນ: ສຳລັບແຜນການຈັດຝຶກອົບຮົມຈຳນວນ 15 ຊຸດຕະຫຼອດໄລຍະ 5 ປີຕໍ່ໜ້າ ແລະ ໃນວັນດຽວກັນນີ້ ຍັງໄດ້ມິພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃນຂົງເຂດວຽກງານຖະແຫຼງຂ່າວຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງວັດທະນະທໍາ ກິລາ ແລະ ການທ່ອງທ່ຽວ ສສ ຫວຽດນາມ ຝ່າຍລາວໂດຍທ່ານ ວັນສີ ກົວມົວ ກໍາມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປປ ລາວ, ຝ່າຍຫວຽດນາມ ເຊັນໂດຍທ່ານ ນາງ ເລິມ ທິເຟືອງແທັງ ລັດຖະມົນຕີກະຊວງວັດທະນະທໍາ ກິລາ ແລະ ການທ່ອງທ່ຽວ ສສ ຫວຽດນາມ ໂດຍຊ້ອງໜ້າຂອງທ່ານ ຄຳພັນ ເຜີຍຍະວົງກຳມະການກົມການເມືອງສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປປ ລາວ, ພ້ອມຫົວໜ້າກົມ, ຮອງກົມທັງສອງຝ່າຍເຂົ້າຮ່ວມ.

