Homeຂ່າວຕ່າງປະເທດສະພາແຫ່ງຊາດຫວຽດນາມ ຫັນເປັນດີຈີຕອນຢ່າງແທ້ຈິງ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​

ສະພາແຫ່ງຊາດຫວຽດນາມ ຫັນເປັນດີຈີຕອນຢ່າງແທ້ຈິງ ແລະ ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 13 ພຶດ​ສະ​ພາ ຜ່ານມາ ຢູ່​ນະຄອນຫຼວງຮ່າ​ໂນ້ຍ, ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ຫວຽດ​ນາມ ໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ຊີ້​ນຳ​ຂອງ​ສະ​ພາ​ແຫ່ງ​ ຊາ​ດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລຊີ, ນະ​ວັດ​ຕະ​ກຳ, ການຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ ແລະ ຄະ​ນະ​ຊີ້​ນຳ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ຂອງ​ສະ​ພາ​ແຫ່ງ​ຊາດ.

ທ່ານ ເຈິ່ນ​ແທັງ​ເໝິນ ​ກ່າວ​ຄຳ​ເຫັນໃນ​ວາ​ລະ​ເຮັດ​ວຽກວ່າ: ການ​ຫັນ​ເປັນ​ດີ​ຈີ​ຕອນ ບໍ່​ພຽງ​ແຕ່​ແມ່ນ​ການ​ລົງ​ທຶນ​ດ້ານ​ຊັອຟແວ​, ລະ​ບົບ ຫຼື ພື້ນ​ຖານ​ເຕັກ​ໂນ​ໂລ​ຊີ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ສ້າງ​ການ​ປ່ຽນ​ແປງ​ຢ່າງ​ແທ້​ຈິງ​ໃນ​ແບບ​ວິ​ທີ​ເຮັດ​ວຽກ, ຄຸນ​ນະ​ພາບ​ການ​ເປັນ​ເສ​ນາ​ທິ​ການ, ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ. ການ​ຫັນ​ເປັນ​ດີ​ຈີ​ຕອນ ບໍ່​ແມ່ນ​ຄຳ​ຂວັນ​ເທົ່າ​ນັ້ນ ຫາກ​ຕ້ອງ​ເຮັດ​ຢ່າງ​ແທ້​ຈິງ ແລະ ນຳ​ເຂົ້າ​ໃຊ້​​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ກ່ຽວ​ກັບ​ການ​ໝູນ​ໃຊ້​ປັນ​ຍາ​ປະ​ດິດ (AI) ໃນ​ໄລ​ຍະ 2026 – 2027, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຮຽກ​ຮ້ອງ​ໃຫ້​ສ້າງ​ລະ​ບົບ​ນິ​ເວດ​ການ​ຮ່ວມ​ມື​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ເຊື່ອມ​ຕໍ່​ສະ​ພາ​ແຫ່ງ​ຊາດ ກັບ​ບັນ​ດາ​ລັດ​ຖະ​ສະ​ພາໃນ​ໂລກ ແລະ ປະ​ຊາ​ຄົມ AI ຢູ່ ຫວຽດ​ນາມ ແລະ ໃນ​ໄລ​ຍະ​ຈະ​ມາ​ເຖິງ ຕ້ອງ​ເຮັດ​ຫຍັງ​ແດ່, ເຮັດ​ຄື​ແນວ​ໃດ ເພື່ອ​ຫັນ​ເປັນ​ດີ​ຈີ​ຕອນ, ໝູນ​ໃຊ້​ປັນ​ຍາ​ປະ​ດິດ (AI) ຢ່າງ​ແທ້​ຈິງ ແລະ ດີກວ່າ​ເກົ່າ. ຖ້າ​ເຮັດ​ສິ່ງ​ດັ່ງ​ກ່າວ​ໄດ້​ເປັນ​ຢ່າງ​ດີ ພວກ​ເຮົາ​ຈຶ່ງ​ຈະແກ້​ໄຂ​ບັນ​ດາ​ຈຸດ​ອຸດ​ຕັນ​ກ່ຽວ​ກັບ​ລະ​ບອບ​ລະ​ບຽບ​ການ​ໄດ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments