Homeຂ່າວຕ່າງປະເທດGoogle ຂະຫຍາຍຄວາມສາມາດໃນການຄົ້ນຄວ້າ ເພື່ອຄວບຄຸມຍຸງໃນສິງກະໂປ

Google ຂະຫຍາຍຄວາມສາມາດໃນການຄົ້ນຄວ້າ ເພື່ອຄວບຄຸມຍຸງໃນສິງກະໂປ

ຂ່າວຕ່າງປະເທດລາຍງານໃນວັນທີ 13 ພຶດສະພາ ຜ່ານມາວ່າ: Debug, ໂຄງການຫຼຸດຜ່ອນພະຍາດທີ່ຕິດຕໍ່ຈາກຍຸງຂອງ Google ໄດ້ປະກາດຂະຫຍາຍຄວາມສາມາດໃນການຄົ້ນຄວ້າ ແລະ ພັດທະນາ (R&D), ລວມທັງການປັບປຸງພັນຍຸງໃນສິງກະໂປ ຊຶ່ງຖືເປັນການສ້າງຕັ້ງສູນຄົ້ນຄວ້າ ແລະ ພັດທະນາຢູ່ຕ່າງປະເທດແຫ່ງທຳອິດຂອງ Debug ແລະ ຍັງເປັນສະຖານທີ່ຜະລິດຍຸງທີ່ໃຫຍ່ທີ່ສຸດຂອງໂຄງການອີກດ້ວຍ.

ໂຄງການນີ້ສອດຄ່ອງກັບຍຸດທະສາດທີ່ກວ້າງຂວາງຂອງ Google ໃນການຂະຫຍາຍຖານການຄົ້ນຄວ້າ ແລະ ພັດທະນາໃນສິງກະໂປ, ເພີ່ມຂີດຄວາມສາມາດການຄົ້ນຄວ້າໃນທ້ອງຖິ່ນ ແລະ ພັດທະນາເຕັກໂນໂລຊີທີ່ສາມາດສົ່ງອອກໄປທົ່ວໂລກຜ່ານແພັລດຟອມ ແລະ ຜະລິດຕະພັນຂອງ Google.

ທັງນີ້, Debug ກຳລັງຂະຫຍາຍທີມງານວິສະວະກຳຊັອຟແວ ແລະ ຮາດແວ, ລວມທັງທີມງານນັກວິທະຍາສາດທີ່ຊ່ຽວຊານດ້ານຍຸງໃນສິງກະໂປ ເພື່ອເລັ່ງການນຳໃຊ້ປັນຍາປະດິດ (AI) ແລະ ຫຸ່ນຍົນລຸ້ນໃໝ່. ໂດຍຄວາມກ້າວໜ້າເຫຼົ່ານີ້ຈະຊ່ວຍປັບປຸງການຜະລິດຍຸງໂຕຜູ້ທີ່ມີເຊື້ອແບັກທີເຣຍ Wolbachia ຊຶ່ງຊ່ວຍຫຼຸດຜ່ອນຈໍານວນຍຸງທີ່ເປັນພາຫະພະຍາດ ແລະ ສົ່ງເສີມນະວັດຕະກຳສຳລັບການຄຸ້ມຄອງພະຍາດທີ່ຕິດຕໍ່ຈາກຍຸງໃຫ້ມີປະສິດທິພາບຫຼາຍຂຶ້ນທັງໃນສິງກະໂປ, ອາຊີຕາເວັນອອກສ່ຽງໃຕ້ ແລະ ບ່ອນອື່ນໆໃນທົ່ວໂລກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments