ກອງເລຂາຄະນະກຳມະການປະສານງານກອງທຶນໂລກ (CCM) ຮ່ວມກັບສູນໄຂ້ຍຸງແມ່ກາຝາກ ແລະ ແມງໄມ້ (CMPE) ໂດຍການສະໜັບສະໜູນຈາກອົງການ UNOPS ໄດ້ຈັດກອງປະຊຸມປຶກສາຫາລືລະດັບຊາດ ເພື່ອກະກຽມຮ່າງບົດສະເໜີຂໍທຶນຮອບໃໝ່ ໃນການກໍາຈັດພະຍາດມາລາເຣຍ (RAI5E) ສໍາລັບສົກປີ 2027-2029 ໃນວັນທີ 13 ພຶດສະພາຜ່ານມາ, ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ປະທານ CCM, ມີຫົວໜ້າກົມ, ສູນ ຜູ້ຕາງໜ້າອົງການຈັດຄັ້ງສາກົນ, ຄູ່ຮ່ວມມືພັດທະນາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໄພວັນ ແກ້ວປະເສີດ ໄດ້ຍົກໃຫ້ເຫັນຜົນສຳເລັດອັນໃຫຍ່ຫຼວງຂອງ ສປປ ລາວ ທີ່ສາມາດຫຼຸດຜ່ອນຜູ້ຕິດເຊື້ອພະຍາດມາລາເຣຍລົງຢ່າງກະໂດດຂັ້ນຄື: ຕົວເລກຜູ້ຕິດເຊື້ອພະຍາດມາລາເຣຍ ໄດ້ຫຼຸດລົງຈາກເກືອບ 4,000 ກໍລະນີໃນປີ 2021 ເຫຼືອພຽງ 269 ກໍລະນີໃນປີ 2025 ຊຶ່ງສະແດງໃຫ້ເຫັນວ່າເຊື້ອມາລາເຣຍຊະນິດ Pf ແມ່ນໃກ້ຈະຖືກກຳຈັດໃຫ້ໝົດໄປຢ່າງເດັດຂາດ.

ເຖິງຢ່າງໃດກໍຕາມ, ຍັງມີສິ່ງທ້າທາຍທີ່ຕ້ອງໄດ້ສືບຕໍ່ແກ້ໄຂ ເປັນຕົ້ນ ແມ່ນການເຂົ້າເຖິງກຸ່ມຄົນເຄື່ອນຍ້າຍ ແລະ ຜູ້ເຮັດວຽກໃນປ່າ ລວມທັງຂໍ້ຈຳກັດດ້ານງົບປະມານ RAI5E ທີ່ມີທ່າອ່ຽງຫຼຸດລົງ. ນອກຈາກນີ້, ຍັງຕ້ອງໄດ້ເນັ້ນໜັກການເຊື່ອມສານວຽກງານມາລາເຣຍ ເຂົ້າໃນລະບົບສາທາລະນະສຸກຂັ້ນພື້ນຖານ ເພື່ອປ້ອງກັນການກັບຄືນມາລະບາດໃໝ່.
ກອງປະຊຸມຄັ້ງນີ້, ເພື່ອສ້າງເວທີເປີດກວ້າງໃຫ້ທຸກພາກສ່ວນ ເປັນຕົ້ນ ແມ່ນພາກສ່ວນວິຊາການ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສັງຄົມ (CSOs) ເຊັ່ນ: CHIAs, HPA ແລະ PEDA ໄດ້ຮ່ວມກັນສະເໜີບັນ ຫາ ແລະ ຄວາມຕ້ອງການຕົວຈິງຈາກພາກສະໜາມ. ທັງເປັນການຈັດລຽງບຸລິມະສິດ ອີງຕາມຜົນການທົບທວນໂຄງການ (Malaria Programme Review – MPR 2025) ແລະ ແຜນຍຸດທະສາດແຫ່ງຊາດ 2026-2030 ເພື່ອຮັບປະກັນການນຳໃຊ້ງົບປະມານໃຫ້ມີປະສິດທິຜົນສູງສຸດ ສ້າງຄວາມເປັນເຈົ້າການ ເພື່ອໃຫ້ບົດສະເໜີຂໍທຶນ (Funding Request) ທີ່ຈະຍື່ນໃນເດືອນມິຖຸນານີ້, ທີ່ມາຈາກການຕົກລົງເຫັນດີເປັນເອກະພາບ ແລະ ມີສ່ວນຮ່ວມຈາກທຸກພາກສ່ວນຢ່າງແທ້ຈິງ.
ໃນຕອນທ້າຍ, ທ່ານປະທານກອງປະຊຸມໄດ້ກ່າວເນັ້ນຢໍ້າວ່າ: “ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມເປັນເຈົ້າການຂອງທຸກທ່ານ ຈະເຮັດໃຫ້ພວກເຮົາສາມາດບັນລຸເປົ້າໝາຍ ສປປ ລາວ ປອດພະຍາດມາລາເຣຍ ພາຍໃນປີ 2030 ໄດ້ຢ່າງແນ່ນອນ” ຊຶ່ງໃນກອງປະຊຸມຄັ້ງນີ້, ຍັງໄດ້ນຳສະເໜີພາບລວມຂອງແຜນຍຸດທະສາດແຫ່ງຊາດ (National Strategic Plan – NSP) ຜົນການແບ່ງເຂດລະບາດໃໝ່ ແລະ ການສົນທະນາກຸ່ມເພື່ອລະດົມຄວາມຄິດເຫັນຢ່າງກວ້າງຂວາງໃນວຽກງານດັ່ງກ່າວໃຫ້ມີປະສິດທິຜົນສູງຂຶ້ນ.

