ໃນຕອນເຊົ້າຂອງວັນທີ 8 ພຶດສະພາ 2026 ທີ່ ເຊບູ ປະເທດຟິລິບປິນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມຮັບປະທານອາຫານເຊົ້າແບບເຮັດວຽກ ຮ່ວມກັບ ທ່ານ ເລ ມິງ ຮືງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສົມເດັດ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກກໍາປູເຈຍ ຕາມການເຊື້ອເຊີນຂອງຝ່າຍຫວຽດນາມ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນວັນທີ 7-8 ພຶດສະພາ 2026.
ໃນໂອກາດນີ້, ສາມນາຍົກລັດຖະມົນຕີ ຕ່າງກໍໄດ້ສະແດງຄວາມປິຕິຍິນດີ ທີ່ໄດ້ມີໂອກາດພົບປະກັນອີກຄັ້ງໜຶ່ງ ແລະ ຕີລາຄາສູງ ຕໍ່ກົນໄກການພົບປະລະຫວ່າງ 3 ນາຍົກລັດຖະມົນຕີ ກໍາປູເຈຍ-ລາວ-ຫວຽດນາມ ໃນໂອ ກາດເດີນທາງເຂົ້າຮ່ວມກອງປະຊຸມຕ່າງໆຢູ່ພາກພື້ນ ແລະ ສາກົນ ຊຶ່ງບໍ່ພຽງແຕ່ເປັນເວທີແລກປ່ຽນປົກກະຕິ, ແຕ່ຍັງເປັນກົນໄກການຮ່ວມມືຍຸດທະສາດອັນສໍາຄັນຍິ່ງ ໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ ທີ່ມີມາແຕ່ດົນນານຂອງສາມຊາດອິນດູຈີນ. ພ້ອມດຽວກັນນີ້, ສາມນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສາມປະເທດ ກໍາປູເຈຍ-ລາວ-ຫວຽດນາມ ທີ່ມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງ ແລະ ເຂັ້ມແຂງຍິ່ງຂຶ້ນ ຊຶ່ງພົ້ນເດັ່ນທີ່ສຸດແມ່ນການຮ່ວມມືດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈກັນໃນລະດັບສູງສຸດ ແລະ ສະແດງຄວາມເຊື່ອໝັ້ນວ່າ ກົນໄກການພົບປະໃນທຸກລະດັບ ຈະເປັນກໍາລັງຂັບເຄື່ອນ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ຍົກລະດັບການຮ່ວມມື ລະຫວ່າງສາມປະເທດ ໃຫ້ເຂົ້າສູ່ລວງເລິກຍິ່ງຂຶ້ນ. ນອກຈາກນັ້ນ, ສາມນາຍົກລັດຖະມົນຕີ ຍັງໄດ້ແຈ້ງສະພາບການພົ້ນເດັ່ນຂອງການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ລາວ-ຫວຽດນາມ, ລາວ-ກໍາປູເຈຍ ແລະ ກໍາປູເຈຍ-ຫວຽດ ນາມ ໃຫ້ກັນຊາບໂດຍຫຍໍ້ ພ້ອມທັງໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການພົ້ນເດັ່ນ ໃນພາກພື້ນ ແລະ ສາ ກົນ ທີ່ມີຄວາມສົນໃຈຮ່ວມກັນ.

ໃນໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານ ນາຍົກລັດຖະ ມົນຕີ ກໍາປູເຈຍ ແລະ ຫວຽດນາມ ທີ່ໄດ້ສົ່ງສານສະແດງຄວາມຊົມເຊີຍ ໃນໂອກາດທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອີກວາລະໜຶ່ງ, ພ້ອມທັງໄດ້ຊຸກຍູ້ການຮ່ວມມືສາມຝ່າຍ ໃນຂົງເຂດທີ່ເປັນບຸລິມະສິດ ໂດຍສະເພາະ ການເຊື່ອມໂຍງດ້ານໂຄງລ່າງ, ພະລັງງານ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໃຫ້ເພີ່ມຂຶ້ນໃນຕໍ່ໜ້າ

