ໃນວັນທີ 8 ພຶດສະພາ 2026 ນີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເລ ມິງ ຮືງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນວັນທີ 7-8 ພຶດສະພາ 2026 ຢູ່ ເຊບູ ປະເທດຟິລິບປິນ.
ໃນການພົບປະຄັ້ງນີ້, ສອງສະຫາຍ ນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ຕ່າງກໍສະແດງຄວາມປິຕິຍິນດີທີ່ໄດ້ພົບປະກັນ ຢ່າງເປັນທາງການເປັນຄັ້ງທຳອິດ ຊຶ່ງເປັນການສືບທອດປະເພນີອັນດີງາມ ທີ່ສອງປະເທດເຄີຍປະຕິບັດຮ່ວມກັນມາ ແລະ ເປັນການຢັ້ງຢືນໃຫ້ເຫັນຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃນຂອບເຂດສາຍພົວພັນແບບພິເສດ ທີ່ມີໜຶ່ງ ບໍ່ມີສອງໃນໂລກນີ້ ລະຫວ່າງ ລາວ-ຫວຽດນາມ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງປະເທດ ໃນໄລຍະຜ່ານມາ ທີ່ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ ໂດຍສະເພາະແມ່ນການຮ່ວມມືທາງດ້ານການເມືອງ, ການປ້ອງກັນຊາດ ແລະ ການປ້ອງກັນຄວາມສະຫງົບ ທີ່ນັບມື້ນັບມີຄວາມໜັກແໜ້ນ ແລະ ເປັນເສົາຄໍ້າອັນໝັ້ນຄົງ ໃຫ້ແກ່ສາຍພົວພັນຂອງສອງປະເທດ ແລະ ໃນຂົງເຂດເສດຖະກິດ ກໍມີບາດກ້າວຫັນປ່ຽນທີ່ໜ້າເພິ່ງພໍໃຈ ແລະ ມີໝາກຜົນຕົວຈິງຫລາຍຂຶ້ນ. ໃນຕໍ່ໜ້າ, ສອງຝ່າຍເຫັນດີເປັນເອກະພາບ ທີ່ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອກະກຽມຈັດບັນດາກິດຈະກໍາຕ່າງໆ ເພື່ອສະເຫລີມສະຫລອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ກໍຄື ສອງວັນປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 50 ປີ ໃນປີ 2027 ທີ່ຈະມາເຖິງນີ້ ພ້ອມທັງສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງການພົບປະ ລະຫວ່າງ ສອງກົມການເມືອງ ແລະ ໝາກຜົນຂອງກອງປະຊຸມ ຄັ້ງທີ 48 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ໂດຍສະເພາະແມ່ນການເລັ່ງລັດ ບັນດາໂຄງການຮ່ວມມືຍຸດທະສາດ ເປັນຕົ້ນແມ່ນໂຄງການເຊື່ອມຈອດຕ່າງໆ ໃຫ້ມີຄວາມຄືບໜ້າຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນຕົວຈິງ.

ໃນໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຊົມເຊີຍຢ່າງສຸດໃຈ ແລະ ຕີລາຄາສູງຕໍ່ກັບຜົນສຳເລັດ ຂອງກອງປະຊຸມຄັ້ງປະຖົມມະລືກ ຂອງ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ຊຸດທີ XVI ໃນວັນທີ 6 ເມສາ 2026 ທີ່ຜ່ານມາ ໂດຍສະເພາະແມ່ນສະແດງຄວາມຊົມເຊີຍຕໍ່ ສະຫາຍ ເລ ມິງ ຮືງ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຢ່າງສູງຈາກ ພັກ, ລັດ ແລະ ປະຊາຊົນຫວຽດນາມ ໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ພ້ອມທັງໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈຕໍ່ ພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນສູງ ໃຫ້ແກ່ ສປປ ລາວ ຕະຫລອດມາ ຊຶ່ງເປັນການຢັ້ງຢືນເຖິງນໍ້າໃຈ “ຄວາມຮັກແພງ, ເຂົ້າເມັດຫັກຜັກເສັ້ນແບ່ງ ກໍແບ່ງປັນກັນ” ລະຫວ່າງ ສອງຊາດ ລາວ-ຫວຽດນາມ. ພ້ອມດຽວກັນນີ້, ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ເຊື້ອເຊີນ ສະຫາຍ ນາຍົກລັດຖະມົນຕີ ເລ ມິງ ຮືງ ພ້ອມດ້ວຍພັນລະຍາ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາທີ່ເໝາະສົມ ຊຶ່ງ ສະຫາຍ ເລ ມິງ ຮືງ ກໍໄດ້ສະແດງຄວາມຍິນດີຕອບຮັບຄໍາເຊື້ອເຊີນ.
ໃນຂະນະດຽວກັນ, ສະຫາຍ ເລ ມິງ ຮືງ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຂອງ ກອງປະຊຸມຄັ້ງປະຖົມມະລືກ ຂອງ ສະພາແຫ່ງຊາດ ແຫ່ງ ສປປ ລາວ ຊຸດທີ X ໃນເດືອນມີນາ 2026 ທີ່ຜ່ານມາ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ ສະຫາຍ ສອນໄຊ ສີພັນດອນ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກ ພັກ, ລັດ ແລະ ປະຊາຊົນລາວ ໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ເລ ມິງ ຮືງ ກໍໄດ້ເຊື້ອເຊີນ ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ, ພ້ອມທັງເຂົ້າຮ່ວມ ກອງປະຊຸມເວທີອະນາຄົດອາຊຽນ 2026 ຊຶ່ງ ສະຫາຍ ສອນໄຊ ສີພັນດອນ ກໍໄດ້ສະແດງຄວາມຍິນດີຕອບຮັບຕາມຄໍາເຊື້ອເຊີນດັ່ງກ່າວ.

