Homeຂ່າວຕ່າງປະເທດມູນຄ່າການຄ້າ ລະຫວ່າງ ສປ ຈີນ-ອາຟຣິກາ ສ້າງສະຖິຕິສູງສຸດຄັ້ງໃໝ່

ມູນຄ່າການຄ້າ ລະຫວ່າງ ສປ ຈີນ-ອາຟຣິກາ ສ້າງສະຖິຕິສູງສຸດຄັ້ງໃໝ່

ວິທະຍຸ-ໂທລະພາບສູນກາງຈີນ, ອີງຕາມຕົວເລກຂໍ້ມູນທີ່ອົງການພາສີຈີນ ເປີດເຜີຍວ່າ: 4 ເດືອນທໍາອິດຂອງປີນີ້ມູນຄ່າການຄ້າ ລະຫວ່າງ ສປ ຈີນ-ອາຟຣິກາ ສ້າງສະຖິຕິສູງສຸດຄັ້ງໃໝ່ໃນປະຫວັດສາດ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025, ໃນນັ້ນ, ຍອດມູນຄ່າການນໍາເຂົ້າ-ສົ່ງອອກ ກັບປະເທດໃນອາຟຣິກາ ບັນລຸເຖິງ 885 ຕື້ກວ່າຢວນ, ເພີ່ມຂຶ້ນ 19,4% ແລະ ເກີນ 800 ຕື້ຢວນເປັນຄັ້ງທໍາອິດ ໃນໄລຍະດຽວກັນ ຂອງທຸກປີຜ່ານ ມາ. ທ່ານ ຫຼຸ໋ຍຕ້າຫຼຽງ, ຫົວໜ້າກົມ ສະຖິຕິ ແລະ ການວິເຄາະທີ່ຂຶ້ນກັບ ອົງການພາສີຈີນ ໃຫ້ຮູ້ວ່າ: 4 ເດືອນທໍາອິດ ຂອງປີນີ້, ການນໍາເຂົ້າຈາກ ອາຟຣິກາ ຂອງ ສປ ຈີນ ເພີ່ມຂຶ້ນ 11,2% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2025 ແລະ ໄດ້ຮັກສາການ ເຕີບໂຕ ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີຜ່ານມາ ເປັນເວລາ 8 ເດືອນຕິດຕໍ່ກັນ. ນັບແຕ່ວັນທີ 1 ພຶດສະພານີ້ ເປັນຕົ້ນມາ, ສປ ຈີນ ໄດ້ດໍາເນີນມາດຕະການຍົກເວັ້ນພາສີ ຢ່າງຮອບດ້ານຕໍ່ 53 ປະເທດໃນອາຟຣິກາ ທີ່ສ້າງຕັ້ງສາຍພົວພັນທາງການທູດກັບ ສປ ຈີນ. ນັບມາຮອດ ປັດຈຸບັນ, ຜະລິດຕະພັນຕ່າງໆ ທີ່ນອນຢູ່ໃນລາຍການຍົກເວັ້ນພາສີ ຂອງອາຟຣິກາ ເຊັ່ນ: ໝາກແອັບເປີ້ນ, ໝາກກ້ຽງ ແລະ ໝາກອາໂວກາໂດ ເປັນຕົ້ນໄດ້ແຈ້ງຂຶ້ນທະບຽນສິນຄ້ານໍາເຂົ້າແລ້ວ. ສປ ຈີນ ໄດ້ສະໜອງໂອກາດໃນການພັດທະນາ ແລະ ໂອກາດເຕີບໂຕໃໝ່ໃຫ້ແກ່ອາຟຣິກາ ດ້ວຍຕະຫລາດໃຫຍ່ພິເສດຂອງ ສປ ຈີນ ເພື່ອສ້າງຄວາມຜາສຸກ ໃຫ້ແກ່ປະຊາຊົນຈີນ-ອາຟຣິກາ ຫລາຍຂຶ້ນກວ່າເກົ່າ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments