HomeUncategorizedຣັດເຊຍ ຈັດຕັ້ງພິທີສວນສະໜາມວັນໄຊຊະນະ ຢູ່ຈະຕຸລັດແດງ ຢ່າງຍິ່ງໃຫຍ່

ຣັດເຊຍ ຈັດຕັ້ງພິທີສວນສະໜາມວັນໄຊຊະນະ ຢູ່ຈະຕຸລັດແດງ ຢ່າງຍິ່ງໃຫຍ່

ວິທະຍຸກະຈາຍສຽງຫວຽດນາມ, ຣັດ​ເຊຍ ໄດ້​ຈັດ​ພິ​ທີ​ສະ​ເຫລີມ​ສະຫລອງວັນ​ໄຊ​ຊະ​ນະ​ໃນ​ສົງ​ຄາມ ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ​ອັນ​ຍິ່ງ​ໃຫຍ່ ຄົບ​ຮອບ 81 ປີ, ດ້ວຍ​ເຫດ​ການ​ຈຸດ​ສຸມ ແມ່ນ​ພິ​ທີ​​ສວນ​ສະ​ໜາມຢູ່​ຈະ​ຕຸ​ລັດ​ແດງ, ນະ​ຄອນຫລວງມົດ​ສະ​ກູ. ຈາກນັ້ນ ​ທ່ານ ວາລາດີເມຍ ປູຕິນ (Vla dimir Putin), ​ປະ​ທາ​ນາ​ທິ​ບໍ​ດີຣັດ​ເຊຍ ພ້ອມ​ດ້ວຍ​ບັນ​ດາ​ນັກ​ຮົບ​ເກົ່າ, ແຂກ​ຖືກ​ເຊີນ ແລະ ການ​ນຳ​ຕ່າງ​ປະ​ເທດ ໄດ້​ຕິດ​ຕາມພິ​ທີ​​ສວນ​ສະ​ໜາມ​ດັ່ງ​ກ່າວຢູ່​ຈະ​ຕຸ​ລັດ​ແດງ.

ພິ​ທີ​ເດີນ​ສວນ​ສະ​ໜາມວັນ​ໄຊ​ຊະ​ນະ ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເຫດ​ການ​ສຳ​ຄັນ​ທີ່​ສຸດ​ຢູ່ຣັດ​ເຊຍ ແນ​ໃສ່​ຫວນ​ຄືນໄຊ​ຊະ​ນະ ​ຂອງ​ໂຊ​ຫວຽດ​ເກົ່າຕໍ່ຟາດ​ຊິດເຢຍ​ລະ​ມັນ ໃນ​ສັງ​ຄາມ​ໂລກ​ ຄັ້ງ​ທີ 2. ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫລີມ​ສະຫລອງວັນ​ໄຊ​ຊະ​ນະ ​ກໍ​ໄດ້​ດຳ​ເນີນ​ໃນ​ທົ່ວ​ໂລກ ​ນັບ​ແຕ່ອາ​ເມ​ລິ​ກາ, ເອີ​ຣົບຕະຫລອດ​ຮອດອາ​ຊີ, ອາ​ຟຣິກາ ແລະ ຕາ​ເວັນ​ອອກ​ກາງ.

​(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments