Homeຂ່າວໜ້າໜຶ່ງຄອສພ ສະຫລຸບຕີລາຄາ ຜົນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ຄອສພ ສະຫລຸບຕີລາຄາ ຜົນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຈັດກອງປະຊຸມສະຫລຸບຕີລາຄາປະເມີນຜົນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ຜ່ານທິດທາງແຜນການ ປີ 2026 ໃນວັນທີ 8 ພຶດສະພາ 2026 ຜ່ານມາ ໂດຍການເປັນປະທານຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າ ຄອສພ, ມີຄະນະບໍລິຫານງານພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ອ້ອມຂ້າງ ຄອສພ ເຂົ້າຮ່ວມ.

ສະຫາຍ ອານົງສັກ ອິນທະວົງ ຄະນະພັກ, ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ ແລະ ພະນັກ ງານ ໄດ້ຂຶ້ນຜ່ານບົດສະຫລຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ໂດຍສະຫາຍໄດ້ຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ, ສາເຫດ ແລະ ບົດຮຽນຖອດຖອນໄດ້ໃນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຊຶ່ງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ມີ 2 ຄະນະພັກຮາກຖານ, ມີ 23 ໜ່ວຍພັກ. ໃນນັ້ນ, ມີ 11 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ, ມີສະມາຊິກພັກທັງໝົດ 544 ສະຫາຍ, ຍິງ 210 ສະຫາຍ, ສະມາຊິກພັກສໍາຮອງ 28 ສະຫາຍ, ຍິງ 13 ສະຫາຍ, ສະມາຊິກພັກບໍານານ 119 ສະຫາຍ, ຍິງ 37 ສະຫາຍ. ໃນປີ 2025 ຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ກວດກາຕີລາຄາໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ປະກອບມີ 23 ໜ່ວຍພັກ. ໃນນັ້ນ, ໜ່ວຍພັກແຂງ 13 ໜ່ວຍພັກ, ໜ່ວຍພັກກາງ 10 ໜ່ວຍ, ໜ່ວຍພັກອ່ອນ 0 ໜ່ວຍ; ສະມາຊິກພັກຕີລາຄາແບ່ງປະເພດມີ 375 ສະຫາຍ, ຍິງ 159 ສະຫາຍ, ປະເພດແຂງ 375 ສະຫາຍ, ຍິງ 159 ສະຫາຍ, ປະເພດກາງ 0 ສະຫາຍ, ຍິງ 0 ສະຫາຍ, ບໍ່ໄດ້ຈັດປະເພດ 169 ສະຫາຍ, ຍິງ 51 ສະຫາຍ (ເຫດຜົນເນື່ອງຈາກໄປຮຽນຕໍ່, ເປັນສະມາຊິກພັກສໍາຮອງ, ພັກປິ່ນປົວ ແລະ ສະມາຊິກພັກບໍານານ). ຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ປະ ກອບມີ 14 ກົມ ແລະ ທຽບເທົ່າກົມຂຶ້ນກັບ, ມີພະນັກງານ-ລັດຖະກອນ 599 ສະຫາຍ, ຍິງ 259 ສະຫາຍ.

ໂອກາດດັ່ງກ່າວ, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ບັນດາເລຂາ, ຄະນະໜ່ວຍພັກຮາກຖານ ແລະ ບັນດາໜ່ວຍພັກ ທີ່ໄດ້ເອົາໃສ່ໃນການນໍາພາ-ຊີ້ນຳໜ່ວຍພັກຂອງຕົນ ໃນການປະຕິບັດກົດລະບຽບຂອງພັກ ແລະ ວຽກງານທີ່ຕົນເອງຮັບຜິດ ຊອບຢ່າງມີຜົນສຳເລັດ ແລະ ໄດ້ຖືກຮັບເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025, ພ້ອມທັງເນັ້ນໃຫ້ສືບຕໍ່ຜັນຂະຫຍາຍມູນເຊື້ອ ການນຳພາ-ຊີ້ນຳວຽກງານໃຫ້ມີປະສິດທິພາບ, ປະສິດທິຜົນ ໂດຍສະເພາະເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງແນວຄິດ ໃຫ້ສະມາຊິກພັກ ແລະ ພະນັກງານ ມີຄວາມຄວາມໜັກແໜ້ນ ແລະ ມີອຸດົມການຂອງພັກ, ເຮັດສຳເລັດໜ້າທີ່ການເມືອງທີ່ຕົນຮັບຜິດຊອບໃຫ້ມີຜົນສຳເລັດເປັນກ້າວໆ.

ໃນໂອກາດດຽວກັນນີ້, ກອງປະຊຸມ ຍັງໄດ້ເຫັນດີຮັບຮອງເອົາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ຈໍານວນ 13 ໜ່ວຍພັກ, ພ້ອມທັງເຫັນດີຮັບຮອງເອົາແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງບັນດາໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ປະຈຳປີ 2026 ຈໍານວນ 23 ໜ່ວຍພັກ ຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments