Homeຂ່າວພາຍໃນປິດໂຄງການເສີມສ້າງຄວາມທົນທານ ໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນ ເຂດຊົນນະບົດ

ປິດໂຄງການເສີມສ້າງຄວາມທົນທານ ໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນ ເຂດຊົນນະບົດ

ພິທີປິດໂຄງການເສີມສ້າງຄວາມທົນທານ ໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນ ໃນເຂດຊົນນະບົດ (LRRA) 48 ບ້ານ ຢູ່ແຂວງຫລວງພະບາງ ແລະ ແຂວງອຸດົມໄຊ ຈັດຂຶ້ນເມື່ອບໍ່ດົນຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍມີຜູ້ຕາງໜ້າຈາກກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ອົງ ການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO), ພະແນກກະສິກໍາ ແລະ ສິ່ງແວດ ລ້ອມ ແຂວງຫລວງພະບາງ ແລະ ແຂວງອຸດົມໄຊ, ສະມາຄົມຊາວກະສິກອນລາວ ແລະ ສະຖານທູດຍີ່ປຸ່ນ ປະຈຳລາວ ເຂົ້າຮ່ວມ.

ໂຄງການ LRRA ສ້າງຂຶ້ນເພື່ອປັບປຸງລາຍຮັບ ແລະ ຊີວິດການເປັນຢູ່ຂອງຄົວເຮືອນໃນເຂດຊົນນະບົດ ໃຫ້ມີຄວາມຍືນຍົງ ຊຶ່ງເປົ້າໝາຍດັ່ງກ່າວ, ບັນລຸໄດ້ໂດຍຜ່ານການສ້າງລະບົບການກະສິກໍາທີ່ທົນທານຕໍ່ດິນຟ້າອາກາດ, ການສົ່ງເສີມກະສິກໍາມູນຄ່າສູງ ແລະ ການລົງທຶນໃນພື້ນຖານໂຄງລ່າງພາຍໃນ 48 ບ້ານເປົ້າໝາຍ ຢູ່ແຂວງຫລວງພະບາງ ແລະ ແຂວງອຸດົມໄຊ.

ສຳລັບຜົນສໍາເລັດທີ່ພົ້ນເດັ່ນຂອງໂຄງການ ໄດ້ມີການນໍາໃຊ້ແນວທາງ ບ້ານທົນທານຕໍ່ດິນຟ້າອາ ກາດ (CSV) ເຂົ້າໃນ 48 ບ້ານ, ຊຶ່ງລວມທັງການສ້າງຂໍ້ມູນບ້ານ, ການສ້າງເອກະສານ CSA 10 ສະບັບ, ເອກະສານລວມຂໍ້ມູນ 2 ແຂວງ (Portfolio) 1 ສະບັບ ແລະ ການຈັດຕັ້ງປະຕິບັດສວນສາທິດ ລວມມີ 16 ສວນ(ນຳໃຊ້ແນວທາງເຕັກໂນໂລຊີ) ແລະ 32 ສ່ວນ (ນຳໃຊ້ແນວທາງປະຕິບັດ); ໄດ້ສ້າງຕັ້ງກຸ່ມຜູ້ຜະລິດໃໝ່ຈໍານວນ 10 ກຸ່ມ ແລະ ໃຫ້ການສະໜັບສະໜູນສ້າງແຜນທຸລະກິດແກ່ກຸ່ມຜູ້ຜະລິດ 20 ກຸ່ມ (10 ກຸ່ມໃໝ່ ແລະ 10 ກຸ່ມທີ່ມີແລ້ວ) ໂດຍຜ່ານສະມາຄົມຊາວກະສິກອນລາວ ແລະ ການສົ່ງເສີມຄວາມຮູ້, ທັກສະດ້ານວິຊາການ ໂດຍຊ່ຽວຊານພາຍໃນປະເທດ; ສໍາເລັດການກໍ່ສ້າງ ພື້ນຖານໂຄງລ່າງທີ່ສໍາຄັນ ລວມທັງລະບົບຊົນລະປະທານຂະໜາດນ້ອຍ 31 ຈຸດ, ຖະໜົນພາຍໃນບ້ານ ຫລື ທາງເຂົ້າຫາພື້ນທີ່ຜະລິດ 16 ຈຸດ ແລະ ຂົວຈົມ 1 ແຫ່ງ; ສ້າງຕັ້ງກຸ່ມນໍາໃຊ້ນໍ້າ (WUG) ຂຶ້ນ 20 ກຸ່ມ ເພື່ອຮັບຜິດຊອບຄຸ້ມຄອງໂຄງສ້າງຊົນລະປະທານໃນໄລຍະຍາວ ແລະ ການສົ່ງເສີມຄວາມຮູ້ ແລະ ທັກສະດ້ານວິຊາການ ໂດຍຊ່ຽວຊານພາຍໃນປະເທດ; ຈັດຕັ້ງປະຕິບັດກິດຈະກຳ “ເງິນເພື່ອງານ” ໂດຍຈ່າຍຜ່ານທະນາຄານການຄ້າມະຫາຊົນ (BCEL) ໃຫ້ແກ່ປະຊາຊົນ 1.150 ຄົວເຮືອນ ໃນລະ ຫວ່າງເດືອນທັນວາ 2025 ຫາ ມີນາ 2026.

ທ່ານ ພົມມີ ອິນທິຈັກ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ: ຜົນສໍາເລັດຂອງໂຄງການນີ້ ບໍ່ຄວນຈົບຢູ່ໃນ 2 ແຂວງເປົ້າໝາຍ ຄວນຖືກຂະຫຍາຍນໍາໄປໃຊ້ໃນພື້ນທີ່ອື່ນ ແລະ ນໍາໄປເປັນບົດຮຽນສໍາລັບການອອກແບບໂຄງການໃໝ່. ພ້ອມທັງຊີ້ໃຫ້ເຫັນອີກວ່າ ການຮັກສາຄວາມຍືນຍົງຂອງກຸ່ມຜະລິດ, ກຸ່ມນໍາໃຊ້ ແລະ ໂຄງສ້າງພື້ນຖານທີ່ໄດ້ສ້າງຂຶ້ນ ແມ່ນປັດໄຈສໍາຄັນທີ່ຈະກໍານົດຜົນສໍາເລັດໃນໄລຍະຍາວ.

ທ່ານ ຈັນທະລາດ ປອງມາລາ ຜູ້ຊ່ວຍຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ ໄດ້ກ່າວວ່າ: ໂຄງການ LRRA ໄດ້ສ້າງຜົນທາງບວກ ໃນການປັບປຸງລາຍຮັບ ແລະ ຊີວິດການເປັນຢູ່ ຂອງຄົວເຮືອນໃນຊົນນະບົດຢ່າງຍືນຍົງ ຜ່ານການກະສິກໍາທົນທານ ແລະ ໂຄງສ້າງພື້ນຖານທີ່ໄດ້ຮັບການສະໜັບສະໜູນ.

ພ້ອມນີ້, ທ່ານ ໂຄກ້າ ໂທຊິມິຊິ ທີ່ປຶກສາສະຖານທູດຍີ່ປຸ່ນ ປະຈຳ ລາວ ຍັງໄດ້ກ່າວວ່າ: ໂຄງສ້າງຊົນລະປະທານທີ່ຊຸມຊົນທ້ອງຖິ່ນໄດ້ສ້າງ ແລະ ກຸ່ມນໍາໃຊ້ນໍ້າ ຈະກາຍເປັນຊັບສົມບັດຂອງພາກພື້ນ ສໍາລັບການຜະລິດພືດມູນຄ່າສູງ ໃນລະດູແລ້ງໃນອະນາຄົດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments