ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄລທ) ໄດ້ຈັດກອງປະຊຸມ ຄັ້ງປະຖົມມະລຶກ ຂຶ້ນ ໃນວັນທີ 8 ພຶດສະພາ 2026 ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໂດຍການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ປະທານ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ໂດຍມີບັນດາທ່ານສະມາຊິກໃນຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ຕາມຂໍ້ຕົກລົງ ສະບັບເລກທີ 30/ນຍ ລົງວັນທີ 20 ເມສາ 2026 ເຂົ້າຮ່ວມ.
ໃນພິທີ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ຮອງປະທານ ຄລທ ຜູ້ປະຈໍາການ ໄດ້ລາຍງານ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຂອງ ຄລທ ຂັ້ນສູນກາງ ໃນໄລຍະ 10 ເດືອນ ຜ່ານມາ ໂດຍສາມາດສັງລວມ ຜົນສໍາເລັດ ສະພາບລວມດ້ານການຈັດຕັ້ງ ການຈັດຕັ້ງວຽກງານວິຊາສະເພາະ ບັນຫາຂໍ້ຄົງຄ້າງ-ສິ່ງທ້າທາຍ ແລະ ທິດທາງແຜນການໃນຕໍ່ໜ້າ. ພ້ອມນັ້ນ ທ່ານ ປອ. ວັນທະນາ ນໍລິນທາ ກໍາມະການ ຜູ້ປະຈໍາການ ຫົວໜ້າຫ້ອງການ ຄລທ ໄດ້ສະເໜີກ່ຽວກັບ ຜົນການຄົ້ນຄວ້າປັບປຸງ ບັນຊີກິດຈະການຄວບຄຸມ ແລະ ກິດຈະການສໍາປະທານ ແລະ ກົນໄກການຄຸ້ມຄອງ ແລະ ປະສານງານ ລະຫວ່າງ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ເພື່ອຂໍການພິຈາລະນາຈາກກອງປະຊຸມ. ຫຼັງຈາກນັ້ນ ກໍມີການປະກອບຄໍາເຫັນຢ່າງສ້າງສັນ ຈາກບັນດາທ່ານຜູ້ເຂົ້າຮ່ວມ.
ຜ່ານການປຶກສາຫາລື ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານ ປະທານ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ທິດຊີ້ນໍາ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດເບື້ອງຕົ້ນ ທີ່ສາມາດຍາດມາໄດ້ ພ້ອມທັງ ໄດ້ເນັ້ນໜັກບັນຫາສໍາຄັນທີ່ຕ້ອງໄດ້ເອົາໃຈໃສ່ປັບປຸງໃນຕໍ່ໜ້າ ເປັນຕົ້ນ ແມ່ນການສືບຕໍ່ປັບປຸງຂັ້ນຕອນພິຈາລະນາອະນຸມັດການລົງທຶນ ຢູ່ ພາຍໃນ ຄລທ ກໍຄື ກົນໄກການຄົ້ນຄວ້າຢູ່ພາຍໃນບັນດາກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ໃຫ້ມີຄວາມໂລ່ງລ່ຽນ ແລະ ວ່ອງໄວກວ່າເກົ່າ ຕາມຂອບກຳນົດເວລາຂອງ ກົດໝາຍສົ່ງເສີມການລົງທຶນ ແລະ ກົນໄກລວມສູນ ຫັນວຽກງານເປັນທັນສະໄໝ ຢ່າງເປັນລະບົບຄົບຊຸດ ໂດຍສະເພາະການເຊື່ອມໂຍງຖານຂໍ້ມູນວຽກງານລົງທຶນ ກັບບັນດາ ຂະແໜງການ ແລະ ທ້ອງຖິ່ນ ເພີ່ມທະວີການຄຸ້ມຄອງ ຕິດຕາມ ແລະ ກວດກາ ບັນດາໂຄງການທີ່ໄດ້ອະນຸມັດໄປແລ້ວໃຫ້ມີປະສິດທິພາບກວ່າເກົ່າ ໃນນັ້ນໃຫ້ຍົກບົດບາດ ແລະ ຄວາມຮັບຊອບຂອງທ້ອງຖິ່ນ ໃນການຊຸກຍູ້ຕິດຕາມໂຄງການລົງທຶນຕ່າງໆ. ທັງໝົດນີ້ ກໍເພື່ອສ້າງເງື່ອນໄຂໃຫ້ແກ່ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ເຊິ່ງເປັນການປະກອບສ່ວນສຳຄັນໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດກິດ-ສັງຄົມແຫ່ງຊາດ ຕາມທິດການ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ.

