Homeບຸນປະເພນີພຸດທະສາສະນິກະຊົນຮ່ວມສືບສານຫຼັກທຳຄຳສອນໃນພິທີວັນວິສາຂະບູຊາ

ພຸດທະສາສະນິກະຊົນຮ່ວມສືບສານຫຼັກທຳຄຳສອນໃນພິທີວັນວິສາຂະບູຊາ

ກຳມາທິການເຜີຍແຜ່ສິລະທຳ ແລະ ກຳມະຖານສູນກາງ ຈັດພິທີສະເຫຼີມສະຫຼອງວັນວິສາຂະບູຊາ ວັນສຳຄັນຂອງໂລກປະຈຳປີ ພສ 2569 ໃນວັນທີ 8 ພຶດສະພາ 2026 ທີ່ສະໂມສອນເມືອງໄຊທານີ ເປັນປະທານຂອງພະອາຈານໃຫຍ່ ບຸນທະວີ ປະສິດທິສັກ ຮອງປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ (ອພສ) ຫົວ ໜ້າກຳມາທິການສາທາລະນູປະການສູນ ພຣະອາຈານໃຫຍ່ ສີທົນ ໄຊຍະວົງສອນ ຮອງປະທານ ອພສ ຫົວໜ້າເຜີຍແຜ່ສີລະທຳ ແລະ ກໍາມະຖານສູນກາງ ມີ ທ່ານ ວຽງ ຄຳ ສີຫາໂຄດ ເລຂາພັກເມືອງໄຊທານີພ້ອມດ້ວຍອອກຕົນ ຍາດໂຍມເຂົ້າຮ່ວມ.

ພຣະອາຈານໃຫຍ່ ສີທົນ ໄຊຍະວົງສອນ ກ່າວວ່າ ວັນວິສາຂະບູຊາແມ່ນວັນຂຶ້ນ 15 ຄ່ຳ ເດືອນ 6 ເຊິ່ງກົງກັບລາວຖືເປັນວັນສຳຄັນສາກົນຂອງໂລກ ແລະ ເປັນວັນສຳຄັນຍິ່ງທາງພຸດທະສາສະໜາແມ່ນວັນທີ່ພະພຸດທະເຈົ້າຊົງມີເຫດການສຳຄັນເກີດຂຶ້ນກົງ ກັນ 3 ປະການຄື ວັນປະສູດເປັນວັນທີ່ເຈົ້າຊາຍສິດທັດຖະປະສູດທີ່ສວນລຸມພິນີວັນເມື່ອ 80 ປີກ່ອນພຸດທະສັກກະລາດ ວັນຕັດສະຮູ້ ເປັນວັນທີ່ພະອົງຊົງຕັດສະຮູ້ເປັນພະສຳມາສຳພຸດທະເຈົ້າຢູ່ກ້ອງຕົ້ນສີມະຫາໂພແຄມຝັ່ງນ້ຳເນຣັນຊະຣາເມື່ອພະອົງມີພະຊົນມາຍຸໄດ້ 35 ພັນສາ ວັນປໍຣິນິບພານ ເປັນວັນທີ່ພະອົງຊົງສະເດັດດັບຂັນທະປໍຣິນິບພານຢູ່ທີ່ເມືອງກຸສິນນາຣາເມື່ອພະຊົນອາຍຸໄດ້ 80 ພັນສາ ຍ້ອນເຫດການອັນໜ້າອັດສະຈັນທັງ 3 ປະການນີ້ເກີດຂຶ້ນໃນວັນດຽວກັນ (ມື້ເພັງເດືອນ 6) ອົງການ UNESCO ຈຶ່ງໄດ້ຍົກຍ້ອງ ແລະ ປະກາດໃຫ້ວັນວິສາຂະບູຊາ ເປັນວັນສຳຄັນສາກົນຂອງໂລກໃນປີ ພສ 2542 ຈາກນັ້ນ ພະອາຈານໃຫຍ່ ບຸນທະວີ ປະສິດທິສັກ ກໍໄດ້ຄວາມເປັນມາຂອງວັນວິສາຂະບູຊາ ການນຳໃຊ້ຫຼັກທຳຄຳສອນຕ່າງໆເຂົ້າໃນຊີວິດປະຈຳວັນ.

ໂອກາດນີ້ທ່ານ ວຽງຄຳ ສີຫາໂຄດ ກໍໄດ້ກ່າວວ່າ ໃນນາມຄົນລາວຊາວພຸດຜູ້ໜຶ່ງຂ້າ ພະເຈົ້າສຳຜັດໄດ້ວ່າ ຫຼັກທຳຄຳສອນຂອງພຸດທະສາສະໜາແມ່ນມຸ່ງເນັ້ນສອນໃຫ້ຄົນເຮົາຮູ້ຈັກເຄົາລົບນັບຖືຄູບາອາຈານ ແລະ ຜູ້ມີພະຄຸນ ຮູ້ຕອບບຸນແທນຄຸນດ້ວຍການເຮັດຄວາມດີ ຮູ້ຈັກການໃຫ້ທານ ຫຼື ແບ່ງປັນ ຮູ້ຈັກຮັກສາສິນ ມີລະບຽບວິໄນ ເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດປັບປຸງພັດທະນາຕົນເອງຢູ່ສະເໝີ ແລະ ສ້າງຄວາມສາມັກຄີປອງດອງໃນສັງຄົມ ການຮ່ວມມືລະຫວ່າງພະສົງ ແລະ ພາ ຄີລັດ ຂ້າພະເຈົ້າຂໍເຊີນຊວນທຸກທ່ານຈົ່ງໄດ້ນ້ອມລະລຶກເຖິງພະພຸດທະຄຸນ ແລະ ນຳເອົາຫຼັກທຳຄຳສອນມາປະພຶດປະຕິບັດ ເພື່ອສະແດງໃຫ້ເຫັນເຖິງຄວາມກະຕັນຍູຮູ້ບຸນຄຸນ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ຄົນລຸ້ນສືບທອດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments