ວັນທີ 7 ພຶດສະພາ 2026 ທີ່ນະຄອນຫຼວງວຽງຈັນ ຄະນະຜູ້ ແທນສະຫະພາບເອີຣົບ ປະຈຳ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຮ່ວມກັບບັນດາປະເທດສະມາຊິກສະຫະພາບເອີຣົບ ໄດ້ຮ່ວມກັນຈັດງານສະເຫຼີມສະຫຼອງວັນເອີຣົບ ຄົບຮອບ 76 ປີ ໂດຍເປັນກຽດເຂົ້າຮ່ວມງານມີທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງ ທ່ຽວ ທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ທ່ານ ມາກ ກາລາເຮີ ເອກອັກຄະລັດຖະທູດສະຫະ ພາບເອີຣົບ ປະຈຳ ສປປ ລາວ ພ້ອມດ້ວຍບັນດາຜູ້ຕາງ ໜ້າຂັ້ນສູງຈາກພາກສ່ວນລັດຖະບານແຫ່ງ ສປປ ລາວ ເອກອັກ ຄະລັດຖະທູດ ຫົວໜ້າອົງການຈັດຕັ້ງສາກົນ ແລະ ອົງການສະ ຫະປະຊາຊາດ.
ວັນເອີຣົບ ແມ່ນກົງກັບວັນທີ 9 ພຶດສະພາຂອງທຸກໆປີ ຖືເປັນວັນຄົບຮອບຂອງຖະແຫຼງການ “ຊູແມນ” ຄົບຮອບ 76 ປີ ເຊິິ່ງເປັນຂໍໍ້ສະເໜີຂອງທ່ານ ໂຣເບີດ ຊູແມນ ລັດຖະມົນຕີຕ່າງປະເທດຂອງຝຣັັ່ງ ກ່ຽວກັບການຮ່ວມມືລະຫວ່າງປະເທດໃນເອີຣົບ ຂໍໍ້ສະເໜີຂອງທ່ານ ຊູແມນ ຖືວ່າເປັນຈຸດເລີິ່ມຕົ້ນຂອງ ສະຫະ ພາບເອີຣົບໃນປັດຈຸບັນ ແລະ ມີຂຶ້ນພຽງ 5 ປີ ພາຍຫຼັງສົງຄາມໂລກຄັ້ງທີ 2 ສິ້ນສຸດລົງ ໃນປີ 1950.

ຖະແຫຼງການອັນໂດດເດັ່ນຂອງທ່ານ ໂຣເບີດ ຊູແມນ ແມ່ນອີງໃສ່ສອງຫຼັກການພື້ນຖານຄື: ສັນຕິ ພາບ ແລະ ຄວາມສາມັກຄີ ທ່ານ ໂຣເບີດ ຊູແມນ ແລະ ທ່ານ ຊູແມນ ແລະ ທ່ານອື່ນໆ ທີ່ເປັນລຸ້ນດຽວກັນຈາກປະເທດຝຣັັ່ງ ເຢຍລະມັນ ອີຕາລີ ແບນ ຊິກ ລຸກຊຳບວກ ແລະ ໂຮນລັງ ຕ່າງກໍມີວິໄສທັດຮ່ວມກັນໃນການສ້າງທະວີບເອີຣົບ ໃຫ້ມີຄວາມສາມັກຄີ ແລະ ຢຸດຕິຄວາມຂັດແຍ້ງ ລະຫວ່າງບັນດາປະເທດໃນເອີຣົບ ເຊິ່ງວິໄສທັດຂອງພວກເຂົາແມ່ນຢາກໃຫ້ບັນດາປະເທດຕ່າງໆໃນເອີຣົບ ຮວບ ຮວມເອົາຊັບ ພະຍາກອນທາງຍຸດທະສາດຮ່ວມກັນ ເພື່ອເຮັດ ໃຫ້ສົງຄາມລະຫວ່າງຄູ່ແຂ່ງທາງປະຫວັດສາດໃນເວລານັ້ນເຊັ່ນ: ຝຣັ່ງ ແລະ ເຢຍລະມັນ ບໍ່ມີທາງຈະເກີດຂຶ້ນໄດ້ອີກ ບໍ່ວ່າຈະເປັນໃນທາງຄວາມຄິດ ຫຼື ໃນທາງປະ ຕິບັດ.
ວິໄສທັດຂອງທ່ານ ຊູແມນ ໄດ້ເຕີບໃຫຍ່ຂຶ້ນເລື້ອຍໆ ໂດຍເລີ່ມຈາກ 6 ປະເທດສະມາຊິກ ມາເປັນ 27 ປະເທດໃນປັດຈຸບັນ ພ້ອມທັງມີອີກ 9 ປະເທດ ທີ່ກຳລັງສະໝັກເຂົ້າເປັນສະມາຊິກ ໂດຍໃນນັ້ນລວມມີອູແກຣນ ຈຸດແຂງຂອງສະຫະພາບເອີຣົບ ແມ່ນຄວາມສາມາດໃນການດຶງດູດ ແລະ ສ້າງແຮງບັນດານໃຈໃຫ້ກັບຜູ້ອື່ນມາໂດຍຕະຫຼອດ ການຂະຫຍາຍຕົວຂອງສະມາຊິກຍັງຄົງເປັນໜຶ່ງໃນເຄື່ອງມືທີ່ມີປະສິດ ທິພາບທີ່ສຸດຂອງເອີຣົບ ສໍາລັບການສົ່ງເສີມປະຊາທິປະໄຕ ສະຖຽນລະພາບ ແລະ ຄວາມ ຈະເລີນຮຸ່ງເຮືອງໃນທົ່ວທະວີບເອີຣົບ.

ທ່ານ ມາກ ກາລາເຮີ ໄດ້ກ່າວວ່າ: “ພວກເຮົາທຸກຄົນລ້ວນແຕ່ໄດ້ ຮັບຄວາມເຂັ້ມແຂງຈາກການເປັນຄູ່ຮ່ວມງານ ເອີຣົບຈະຍັງຄົງເປັນຄູ່ຮ່ວມງານທີ່ເຂັ້ມແຂງ ແລະ ເຊື່ອຖືໄດ້ຂອງ ສປປ ລາວ ໃນດ້ານການຮ່ວມມື ການເຄົາລົບກົດໝາຍສາກົນ ການແລກປ່ຽນເຊິ່ງກັນ ແລະກັນ ແລະ ກຽດສັກສີຂອງຄວາມເປັນມະນຸດ ວັນເອີຣົບບໍ່ໄດ້ເປັນພຽງການສະເຫຼີມສະຫຼອງຄວາມເປັນເອກະພາບຂອງເອີຣົບເທົ່ານັ້ນ ແຕ່ຍັງເປັນການສະເຫຼີມສະຫຼອງການເປັນຄູ່ຮ່ວມງານອັນຍືນຍົງຂອງພວກເຮົາໃນທົ່ວໂລກອີກດ້ວຍ.”
ໃນຂະນະທີ່ສະຫະພາບເອີຣົບ ພວມກ້າວໄປຂ້າງໜ້າດ້ວຍຄວາມມຸ່ງໝັ້ນຕໍ່ການຮ່ວມມືຫຼາຍຝ່າຍ ແລະ ການຮ່ວມມືສາກົນ ວັນເອີຣົບໄດ້ເປັນສິ່ງເຕືອນໃຈໃຫ້ເຫັນວ່າ ສິ່ງທ້າທາຍຮ່ວມກັນຕ້ອງໄດ້ຮັບການແກ້ໄຂດ້ວຍວິທີການຮ່ວມກັນ ແລະ ຄວາມເປັນເອ ກະພາບ ຍັງຄົງເປັນຈຸດແຂງອັນຍິ່ງໃຫຍ່ທີ່ສຸດຂອງເອີຣົບ.

