Homeຂ່າວພາຍໃນກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມມືກັບ ບໍລິສັດ ເອໄອດີຊີເທັກ ຈຳກັດ ຊຸກຍູ້ການຫັນເປັນດິຈິຕອນ ແລະ ພັດທະນາລະບົບທັນສະໄໝ

ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມມືກັບ ບໍລິສັດ ເອໄອດີຊີເທັກ ຈຳກັດ ຊຸກຍູ້ການຫັນເປັນດິຈິຕອນ ແລະ ພັດທະນາລະບົບທັນສະໄໝ

ພິທີລົງນາມເຊັນສັນຍາ ວ່າດ້ວຍການຮ່ວມມືພັດທະນາ ແລະ ບໍລິການ ລະບົບທັນສະໄໝ ຂອງກະຊວງອຸດສາຫະກຳ ແລະ ການຄ້າ (DTOP) ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືສຶກສາຄວາມເປັນໄປໄດ້ ໃນການຈັດຕັ້ງປະຕິບັດແຜນການຫັນເປັນດິຈິຕອນ (Digital Transformation) ລະຫວ່າງກະຊວງ ອຄ ແລະ ບໍລິສັດ ເອໄອດີຊີ ເທັກ ຈຳກັດ ຮ່ວມລົງນາມຂອງທ່ານ ປອ ບົວວັນ ວິລະວົງ ຫົວໜ້າຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ພຶດສະພາ ພູມມະສັກ ປະທານ ບໍລິສັດ AIDC Tech ໂດຍການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ບົວຄົງ ນາມມະວົງ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍບັນດາຕາງໜ້າຈາກກະຊວງ ກົມ ພະນັກງານ-ວິຊາການ ຄະນະຜູ້ບໍລິຫານຈາກພາກທຸລະກິດ ແລະ ລັດວິສາຫະກິດຕ່າງໆ ເຂົ້າຮ່ວມ.

ພິທີລົງນາມເຊັນສັນຍາ ວ່າດ້ວຍການຮ່ວມມືພັດທະນາ ແລະ ບໍລິການ ລະບົບທັນສະໄໝ ຂອງກະຊວງອຸດສາຫະກຳ ແລະ ການຄ້າ (DTOP) ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືສຶກສາຄວາມເປັນໄປໄດ້ ໃນການຈັດຕັ້ງປະຕິບັດແຜນການຫັນເປັນດິຈິຕອນ (Digital Transformation) ໃນມື້ນີ້ ຖືເປັນນິມິດໝາຍອັນສຳຄັນຢ່າງຍິ່ງ ໃນການຍົກລະດັບ ແລະ ຫັນວຽກງານຂອງຂະແໜງອຸດສາຫະກຳ ແລະ ການຄ້າ ໃຫ້ກາຍເປັນທັນສະໄໝ ຈຸດປະສົງຫຼັກຂອງໂຄງການນີ້ ແມ່ນການສ້າງ ແລະ ພັດທະນາລະບົບຕິດຕາມ-ຄຸ້ມຄອງແບບດິຈິຕອນແບບຄົບວົງຈອນ ທີ່ຈະເປັນເຄື່ອງມືອຳນວຍຄວາມສະດວກໃຫ້ແກ່ພາກລັດ ໃນການຄຸ້ມຄອງບໍລິຫານ ທັງຍັງຊ່ວຍສ້າງຄວາມໂປ່ງໃສ ຫຼຸດຜ່ອນຂັ້ນຕອນ ແລະ ເພີ່ມຄວາມສະດວກສະບາຍ ໃຫ້ແກ່ບັນດາຜູ້ປະກອບການ ແລະ ພາກເອກະຊົນ ໃນການພົວພັນວຽກງານຕ່າງໆ ພວກເຮົາຈະກ້າວເຂົ້າສູ່ຍຸກດິຈິຕອນຢ່າງເຕັມຕົວ ເພື່ອຊຸກຍູ້ເສດຖະກິດຂອງຊາດໃຫ້ຂະຫຍາຍຕົວຢ່າງກ້າວກະໂດດ.

ໃນພິທີດັ່ງກ່າວ ເພື່ອໃຫ້ບັນດາທ່ານໄດ້ຮັບຊາບເຖິງຄວາມເປັນມາ ເປົ້າໝາຍ ແລະ ຄວາມສຳຄັນຂອງໂຄງການຢ່າງເລິກເຊິ່ງ ລຳດັບຕໍ່ໄປ ທ່ານ ປອ ບົວວັນ ວິລະວົງ ຫົວໜ້າຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ຂຶ້ນນໍາສະເໜີສະພາບລວມຂອງໂຄງການ ແລະ ເພື່ອເຈາະເລິກເຖິງເຕັກໂນໂລຊີ ກົນໄກການເຮັດວຽກຂອງລະບົບ DTOP ແລະ ຜົນປະໂຫຍດທີ່ພາກລັດ ແລະ ເອກະຊົນຈະໄດ້ຮັບ ຈາກນັ້ນ ທ່ານ ພຶດສະພາ ພູມມະສັກ ປະທານ ບໍລິສັດ AIDC Tech ຂຶ້ນນໍາສະເໜີກ່ຽວກັບລະບົບດັ່ງກ່າວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments