ສູນກາງອົງການພຸດທະສາສະໜາສໍາພັນແຫ່ງ ສປປ ລາວ (ອພສ) ແລະ ກົມສາສະໜາ ສູນກາງແນລາວສ້າງຊາດ (ສນຊ) ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດ ສະໄໝທີ IX ຢູ່ທີ່ແຂວງຊຽງຂວາງ ໂດຍການເປັນປະທານຂອງພຣະອາຈານໃຫຍ່ ວັນຄໍາ ວົງສາສຸລິນ ກໍາມະການ ສນຊ ຮອງປະທານສູນກາງ ອພສ ຫົວໜ້າກໍາມາທິການປົກຄອງສົງ ພຣະອາຈານ ວັນສົມ ບຸດາວົງ ກໍາມະການ ສນຊ ປະທານ ອພສ ແຂວງຊຽງຂວາງ ມີທ່ານ ເພັດສະໝອນ ດາວົງສອນ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງຊຽງຂວາງ ທ່ານ ຄໍາຢາດ ຣາຊດາວົງ ຄະນະປະຈໍາ ຫົວໜ້າກົມສາສະໜາ ສນຊ ມີຄອບຄົວການນຳ ຜູ້ຊົງຄຸນວຸດທິຂອງແຂວງ ພຣະສົງ-ສາມະເນນ ຈາກບັນດາເມືອງ ພະແນກ ການອ້ອມຂ້າງແຂວງ ເຂົ້າຮ່ວມ ຢູ່ທີ່ເມືອງແປກ ແຂວງຊຽງຂວາງ ໃນວັນທີ 6 ພຶດສະພາ 2026 ຜ່ານມາ.



ໃນການລົງເຄື່ອນໄຫວກອງປະຊຸມຄັ້ງນີ້ ໄດ້ລົງເຜີຍແຜ່ເນື້ອໃນຄື: ຮັບຟັງການລາຍງານສະພາບວຽກງານຮອບດ້ານຂອງ ອພສ ແຂວງຊຽງຂວາງ ໂດຍສະເພາະແມ່ນຜົນງານດ້ານດີ ດ້ານຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າ ເຜີຍແຜຜົນສໍາເລັດໃນການດໍາເນີນກອງໃຫຍ່ຜູ້ແທນພຣະສົງທົ່ວປະເທດ ຄັ້ງທີ IX ໂດຍສະເພາະແມ່ນຜົນງານການເຄື່ອນໄຫວໃນໄລຍະ 5 ປີ ຜ່ານມາວິໄສທັດຍຸດທະສາດ ຄາດໝາຍທິດທາງລວມ ແລະ ວຽກງານຈຸດສຸມ ແລະ ແຜນພັດທະນາ ອພສ ແຫ່ງ ສປປ ລາວ ໃນ 5 ປີ ຕໍ່ໜ້າ ເຊິ່ງ ອພສ ຈະໄດ້ສຸມໃສ່ 11 ໜ້າວຽກຄື: ປະຕິບັດພຣະທໍາ ວິໄນ ແລະ ທໍາມະນູນປົກຄອງສົງລາວ ເຝິກ ອົບຮົມພຣະສົງ-ສາມະເນນ ພໍ່ຂາວ-ແມ່ຂາວ ຕັ້ງໜ້າຜັນຂະຫຍາຍມະຕິ IX ຂອງ ອພສ ປັບປຸງແບບແຜນວິທີເຮັດວຽກ ແລະ ການເຄື່ອນໄຫວ ປັບປຸງກົນໄກການປະສານສົມທົບກັບ ອພສ ແຕ່ລະຂັ້ນ ແລະ ພາກສ່ວນກ່ຽວຂ້ອງສ້າງແຜນງານໂຄງການຂອງແຕ່ລະກໍາມາທິການປັບປຸງທໍາມະນູນສົງ ແລະ ນິຕິກໍາກ່ຽວຂ້ອງ ປັບປຸງວຽກງານການສຶກສາສົງ ຍົກສູງນໍ້າໃຈຮັກຊາດຂອງບັນດາພຣະສົງ-ສາມະເນນ ປັບປຸງມູນນິທິ ອພສ ສືບຕໍ່ຮ່ວມມືກັບອົງການພຸດທະສາສະໜາປະເທດເພື່ອນມິດ ຍຸດທະສາດ ແລະ ອົງການພຸດທະສາສະໜາປະເທດຕ່າງໆ.
ຂ່າວ+ພາບ: ກົມສາສະໜາ ສນຊ

