ທ່ານ ເດດສົງຄາມ ທຳມະວົງ ຮອງລັດຖະມົນຕີກະຊວງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ລາຍງານຕໍ່ກອງປະຊຸມວຽກງານ ຍທຂ ທົ່ວປະເທດ ວ່າ: ໃນປີ 2026 ກະຊວງ ຍທຂ ໄດ້ຮັບການອະນຸມັດແຜນການລົງທຶນຂອງລັດ ຕາມເອກະສານແຈ້ງການຂອງກະຊວງການເງິນ ສະບັບເລກທີ 0400/ກງ, ລົງວັນທີ 23 ມັງກອນ 2026 ໃຫ້ຈັດຕັ້ງປະຕິບັດ 205 ໂຄງການ ງົບປະມາພາຍໃນປະຈໍາປີ 2026 ໄດ້ຮັບອະນຸມັດຈຳນວນ 987.33 ຕື້ກີບ (ງົບບ້ວງປົກກະຕິຈໍານວນ 687.33 ຕື້ກີບ ແລະ ບ້ວງກອງທຶນທາງ ຈໍານວນ 300.00 ຕື້ກີບ) ແລະ ທຶນຕ່າງປະເທດ ຈໍານວນ 2,186.73 ຕື້ກີບ ໂດຍແບ່ງອອກເປັນ 5 ປະເພດທຶນ ຊຶ່ງມີລາຍລະອຽດ ດັ່ງລຸ່ມນີ້: ປະເພດທຶນປົກກະຕິ ມີ 76 ໂຄງການ ໄດ້ຮັບອະນຸມັດງົບປະມານລົງທຶນພາຍໃນ ຈໍານວນ 43.00 ຕື້ກີບ (ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າການໃນການຈັດສັນງົບປະມານໃຫ້ໂຄງການ) ປະກອບມີ: ໂຄງການສືບຕໍ່ ມີ 34 ໂຄງການ ໄດ້ຮັບການອະນຸມັດງົບປະມານ ຈໍານວນ 16.65 ຕື້ກີບ; ໂຄງການໜີ້ສິນປົກກະຕິ ມີ 28 ໂຄງການ ໄດ້ຮັບການອະນຸມັດງົບປະມານ ຈໍານວນ 22.26 ຕື້ກີບ; ໂຄງການສະເໜີໃໝ່ ມີ 14 ໂຄງການ ໄດ້ຮັບການອະນຸມັດງົບປະມານ ຈໍານວນ 4.07 ຕື້ກີບ; ປະເພດທຶນເປົ້າໝາຍສະເພາະ ມີ 24 ໂຄງການ ໄດ້ຮັບອະນຸມັດງົບປະມານລົງທຶນພາຍໃນ ຈໍານວນ 38.57 ຕື້ກີບ (ກະຊວງການເງິນ ເປັນເຈົ້າການໃນການຈັດສັນງົບປະມານໃຫ້ໂຄງການ) ປະກອບມີ: ໂຄງການສືບຕໍ່ ມີ 7 ໂຄງການ ໄດ້ຮັບການອະນຸມັດງົບປະມານ ຈໍານວນ 12.07 ຕື້ກີບ; ໂຄງການໜີ້ສິນ ມີ 8 ໂຄງການ ໄດ້ຮັບການອະນຸມັດງົບປະມານ ຈໍານວນ 17.50 ຕື້ກີບ ແລະ ໂຄງການສະເໜີໃໝ່ ມີ 9 ໂຄງການ ມູນຄ່າຄວາມຕ້ອງການງົບປະມານ ຈໍານວນ 9.00 ຕື້ກີບ; ປະເພດທຶນສໍາລັບວຽກຕ້ານເຈື່ອນ ມີ 32 ໂຄງການ ໄດ້ຮັບອະນຸມັດງົບປະມານລົງທຶນພາຍໃນ ຈໍານວນ 51.35 ຕື້ກີບ (ກະຊວງການເງິນ ເປັນເຈົ້າການໃນການຈັດສັນງົບປະມານໃຫ້ໂຄງການ) ປະກອບມີ: ໂຄງການສືບຕໍ່ ມີ 13 ໂຄງການ ໄດ້ຮັບການອະນຸມັດງົບປະມານ ຈໍານວນ 23.39 ຕື້ກີບ; ໂຄງການໜີ້ສິນ ມີ 17 ໂຄງການ ໄດ້ຮັບການອະນຸມັດງົບປະມານ ຈໍານວນ 21.96 ຕື້ກີບ ແລະ ໂຄງການສະເໜີໃໝ່ ມີ 2 ໂຄງການ ໄດ້ຮັບການອະນຸມັດງົບປະມານ ຈໍານວນ 6.00 ຕື້ກີບ; ປະເພດທຶນສົມທົບໂຄງການ ODA ມີ 50 ໂຄງການ ໄດ້ຮັບອະນຸມັດງົບປະມານລົງທຶນພາຍໃນ ຈໍານວນ 15.12 ຕື້ກີບ (ກະຊວງການເງິນ ເປັນເຈົ້າການໃນການຈັດສັນງົບປະມານໃຫ້ໂຄງການ) ແລະ ທຶນຕ່າງປະເທດ ຈໍານວນ 2,186.73 ຕື້ກີບ ປະກອບມີ: ໂຄງການສືບຕໍ່ ແລະ ໜີ້ສິນ ມີ 43 ໂຄງການ ໄດ້ຮັບການອະນຸມັດທຶນພາຍໃນ ຈໍານວນ 15.12 ຕື້ກີບ ແລະ ທຶນຕ່າງປະເທດ ຈໍານວນ 1,440.09 ຕື້ກີບ ແລະ ໂຄງການສະເໜີໃໝ່ ມີ 7 ໂຄງການ ໄດ້ຮັບການອະນຸມັດທຶນຕ່າງປະເທດ ຈໍານວນ 746.63 ຕື້ກີບ (ບໍ່ມີທຶນສົມທົບ); ປະເພດທຶນອື່ນໆ ແລະ ຈົດຮັບຈົດຈ່າຍ ມີ 22 ໂຄງການ ໄດ້ຮັບອະນຸມັດງົບປະມານລົງທຶນພາຍໃນ 39.27 ຕື້ກີບ (ກະຊວງການເງິນ ເປັນເຈົ້າການໃນການຈັດສັນງົບປະມານໃຫ້ໂຄງການ) ປະກອບມີ: ບ້ວງຈົດຮັບ-ຈົດຈ່າຍ ມີ 13 ໂຄງການ ໄດ້ຮັບການອະນຸມັດງົບປະມານ ຈຳນວນ 18.77 ຕື້ກີບ ແລະ ການລົງທຶນອື່ນໆ ມີ 9 ໂຄງການ ໄດ້ຮັບການອະນຸມັດງົບປະມານ ຈຳນວນ 20.50 ຕື້ກີບ; ທຶນສໍາລັບໂຄງການທົດລອງກໍ່ສ້າງສ້ອມແປງຟື້ນຟູເສັ້ນທາງໃນໄລຍະໃໝ່ ມີ 1 ໂຄງການ ໄດ້ຮັບອະນຸມັດງົບປະມານລົງທຶນພາຍໃນ 500.00 ຕື້ກີບ (ໂຄງການຟື້ນຟູ ແລະ ສ້ອມແປງທາງເລກ 9) (ກະຊວງການເງິນ ເປັນເຈົ້າການໃນການຈັດສັນງົບປະມານໃຫ້ໂຄງການ).
2026 ຍທຂ ຈັດຕັ້ງປະຕິບັດ 205 ໂຄງການ
RELATED ARTICLES

