ໃນຕອນບ່າຍວັນທີ 4 ພຶດສະພາ 2026 ທີ່ສໍານັກງານກອງເລຂາອາຊຽນ, ຈາກາກຕາ ສ ອິນໂດເນເຊຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ຢ້ຽມຢາມກອງເລຂາຊຽນຢ່າງເປັນທາງການ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ, ບັນດາຮອງເລຂາທິການໃຫຍ່ອາຊຽນ ແລະ ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ (CPR).
ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກ ທອງສະຫວັນ ພົມວິຫານ ໄດ້ພົບປະ ແລະ ແລກ ປ່ຽນຄຳຄິດຄຳເຫັນກັບ ທ່າ ເລຂາທິການໃຫຍ່ອາຊຽນ ແລະ ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ກ່ຽວກັບການເສີມສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ, ສະພາບການພາກພື້ນ ແລະ ສາກົນ ທີ່ສົ່ງຜົນກະທົບຕໍ່ປະຊາຄົມອາຊຽນ ກໍຄື ປະເທດສະມາຊິກອາຊຽນ. ໃນນີ້, ທ່ານຮອງນາຍົກ ໄດ້ສະແດງຄວາມຊົມເຊີຍຕໍ່ບົດບາດຂອງ ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາ ຊຽນ ແລະ ກອງເລຂາອາຊຽນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນຂະບວນການສ້າງປະຊາຄົມອາ ຊຽນ ກໍຄື ການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ໃຫ້ປະກົດຜົນເປັນຈິງ ດ້ວຍການຮັດແໜ້ນຄວາມສາມັກຄີ ແລະ ຍົກສູງຄວາມເປັນແກນກາງຂອງອາຊຽນ ທ່າມກາງສະພາບການຂອງພາກພື້ນ ແລະ ສາກົນ ທີ່ມີການຜັນແປຢ່າງສະຫລັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ. ພ້ອມກັນນີ້, ທ່ານເລຂາທິການໃຫຍ່ອາຊຽນ ແລະ ບັນດາຜູ້ຕາງໜ້າຖາວອນປະຈໍາອາຊຽນ ກໍໄດ້ຕີລາຄາສູງຕໍ່ບົດບາດຂອງ ສປປ ລາວ ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນຕໍ່ອາຊຽນ, ລວມທັງຜົນສໍາເລັດການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ພາຍໃຕ້ຄໍາຂວັນ: ເພີີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ ຊຶ່ງມີຄວາມສອດຄ່ອງກັບຄວາມພະຍາຍາມຂອງອາ ຊຽນ ໃນການເພີ່ມທະວີການເຊື່ອມຈອດ ແລະ ເຊື່ອມໂຍງພາກພື້ນໃຫ້ນັບມື້ມີຄວາມເຂັ້ມແຂງຂຶ້ນ. ອັນສຳຄັນ, ທ່ານຮອງນາຍົກ ໄດ້ເນັ້ນຢ້ຳຄວາມສຳຄັນຂອງອາຊຽນ ໃນປີ 2027 ຊຶ່ງເປັນປີຄົບຮອບ 60 ປີ ແຫ່ງການສ້າງຕັ້ງອາຊຽນ ແລະ ຄົບຮອບ 30 ປີທີ່ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ.

ຫລັງຈາກນັ້ນ, ທ່ານຮອງນາຍົກ ທອງສະຫວັນ ພົມວິຫານ ໄດ້ພົບປະສອງຝ່າຍກັບ ທ່ານເລຂາທິການໃຫຍ່ອາຊຽນ ໂດຍສອງຝ່າຍໄດ້ປຶກສາຫາລືບັນດາບຸລິມະສິດຫລັກຂອງ ອາຊຽນ ແລະ ຢໍ້າຄືນຄວາມໝາຍໝັ້ນ ເພື່ອສືບຕໍ່ສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ, ພ້ອມທັງແລກ ປ່ຽນຄໍາຄິດຄໍາເຫັນຕໍ່ບັນດາສິ່ງທ້າທາຍໃນປັດຈຸບັນ ໂດຍສະເພາະສິ່ງທ້າທາຍທາງດ້ານພະລັງງານ ແລະ ອາຫານ. ພ້ອມກັນນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ທ່ານເລຂາທິການໃຫຍ່ອາຊຽນ ກໍຄື ກອງເລຂາອາຊຽນ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອ ແລະ ໃຫ້ການຮ່ວມມືແກ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະໃນການເປັນປະທານອາຊຽນ ແລະ ສະເໜີໃຫ້ທ່ານເລຂາທິການໃຫຍ່ອາຊຽນ ກໍຄື ກອງເລຂາອາຊຽນ ສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ໂດຍສະເພາະໃນວຽກງານການສ້າງຂີດຄວາມສາມາດໃຫ້ແກ່ພະນັກງານຂອງປະເທດສະມາຊິກອາຊຽນ, ລວມທັງ ສປປ ລາວ.
ໃນໂອກາດຢ້ຽມຢາມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ມອບເຄື່ອງທີ່ລະນຶກທີ່ເປັນສັນຍາລັກວັດທະນະທຳຂອງ ສປປ ລາວ ໃຫ້ແກ່ທ່ານ ເລຂາທິການໃຫຍ່ອາຊຽນ ເພື່ອວາງສະແດງໄວ້ຢູ່ຫ້ອງວາງສະແດງຂອງກອງເລຂາອາຊຽນ.

