ກອງປະຊຸມສະຫລຸບປິດໂຄງການຈັດຕັ້ງປະຕິບັດການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ຂອງປະຊາຊົນ (I-GFLL) ຢູ່ແຂວງຫົວພັນ, ແຂວງຫລວງພະບາງ ແລະ ແຂວງໄຊຍະບູລີ ຈັດຂຶ້ນ ໃນວັນທີ 7 ພຶດສະພາ 2026 ຢູ່ນະຄອນຫລວງວຽງຈັນ ໂດຍມີ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ຮັນສ ອຸນຣິກ ຊຸດແບ໋ກ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສະຫະພັນ ເຢຍລະມັນ ປະຈຳລາວ, ມີປະທານຄະນະກຳມະການປົກຄອງແຂວງຫົວພັນ, ແຂວງໄຊຍະບູລີ, ບັນດາປະທານ-ຮອງປະທານປົກຄອງເມືອງ ທັງ 15 ເມືອງ ເປົ້າໝາຍຂອງໂຄງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ກິແກ້ວ ສິງນາວົງ ໃຫ້ຮູ້ວ່າ: ໂຄງການຈັດຕັ້ງປະຕິບັດການຄຸ້ມຄອງປ່າໄມ້ແບບພູມີທັດ ແລະ ສົ່ງເສີມຊີວິດການເປັນຢູ່ (I-GFLL) ຈັດຕັ້ງປະຕິບັດຢູ່ 3 ແຂວງພາກເໜືອ ລວມທັງໝົດ 15 ເມືອງ, 282 ບ້ານຄື: ແຂວງຫົວພັນ ມີ 7 ເມືອງ, 150 ບ້ານ, ແຂວງຫລວງພະບາງ 4 ເມືອງ, 66 ບ້ານ ແລະ ແຂວງ ໄຊຍະບູລີ 4 ເມືອງ, 66 ບ້ານ ເປັນໂຄງການຮ່ວມມືທາງດ້ານວິຊາການແບບສອງຝ່າຍ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ສາທາ ລະນະລັດ ສະຫະພັນເຢຍລະມັນ ໂດຍມີຈຸດປະສົງ ເພື່ອຊ່ວຍລັດຖະບານລາວ ຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດ ກ່ຽວກັບການອະນຸລັກປ່າໄມ້, ການຫລຸດຜ່ອນການປ່ຽນແປງດິນຟ້າອາກາດ. ນອກຈາກນັ້ນ, ໂຄງການຍັງສະໜັບສະໜູນ ຈຸດປະສົງຂອງຍຸດທະສາດປ່າໄມ້ ປີ 2020 (ຢູ່ພາຍໃຕ້ການປັບປຸງ) ແລະ ຍຸດທະສາດການປ່ຽນແປງດິນຟ້າອາກາດຂອງ ສປປ ລາວ ແລະ ການຈັດຕັ້ງປະຕິບັດ ແຜນງານຫລຸດຜ່ອນການປ່ອຍອາຍເຮືອນແກ້ວ (ERP) ທີ່ຖືກຕອບຮັບ ຈາກກອງທຶນກາກບອນ FCPF ໃນເດືອນ ມິຖຸນາ 2018 ຜ່ານມາ.

ໂຄງການດັ່ງກ່າວ, ເລີ່ມຈັດຕັ້ງປະຕິບັດນັບແຕ່ ປີ 2020-2024 ແລະ ໄດ້ຂະຫຍາຍ ເວລາອີກ 1 ປີ ຮອດປີ 2025 ໂດຍໄດ້ຮັບທຶນຈາກ ກອງທຶນດິນຟ້າອາກາດສີຂຽວ (GCF) ລວມມູນຄ່າ 16,1 ລ້ານເອີໂຣ ຊຶ່ງໄດ້ແບ່ງອອກເປັນ 2 ບ້ວງຄື: ການຈັດຕັ້ງປະຕິບັດ ໂດຍກົມປ່າໄມ້, ຫ້ອງການກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈໍານວນ 11.098.938 ເອີໂຣ ແລະ ໂຄງການ GIZ CliPAD 5.401.062 ເອີໂຣ. ນອກຈາກນີ້, ຍັງໄດ້ຮັບທຶນສະໜັບສະໜູນ ເພີ່ມເຕີມ ຈາກກະຊວງພັດທະນາທາງດ້ານເສດ ຖະກິດ ແຫ່ງສາທາລະນະລັດ ສະຫະພັນເຢຍລະມັນ (BMZ) ຈໍານວນ 6,5 ລ້ານເອີໂຣ ໂດຍແມ່ນໂຄງການ GIZ CliPAD ເປັນຜູ້ຄຸ້ມຄອງ ແລະ ທຶນສົມທົບຈາກລັດຖະບານ ສປປ ລາວ ຈຳນວນ 11.838.361 ເອີໂຣ.

