Homeຂ່າວໜ້າໜຶ່ງປາຖະກະຖາ ວັນສ້າງຕັ້ງພັກກອມມູນິດກູບາ ຄົບຮອບ 65 ປີ

ປາຖະກະຖາ ວັນສ້າງຕັ້ງພັກກອມມູນິດກູບາ ຄົບຮອບ 65 ປີ

ຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຖານທູດ ສ ກູບາ ປະຈຳລາວ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງພັກ, ຫ້ອງວ່າການສູນກາງພັກ ໄດ້ຕັ້ງພິທີປາຖະກະຖາ ວັນສ້າງຕັ້ງພັກກອມມູນິດກູບາ ຄົບຮອບ 65 ປີ ໃນວັນທີ 7 ພຶດສະພາ 2026 ໂດຍມີ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ສະຫາຍ ຄຳພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ແອນນາ ເອສເທີ ວຽນຕ໌ ວາລເດສ ເອກອັກຄະລັດຖະທູດ ແຫ່ງ ສ ກູບາ ປະຈຳລາວ, ພ້ອມດ້ວຍພະນັກງານການນຳ, ພະນັກງານ-ລັດຖະກອນເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ນາງ ແອນນາ ເອສເທີ ວຽນຕ໌ ວາລເດສ ໄດ້ຫວນຄືນເຖິງມູນ ເຊື້ອແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດກູບາ ໂດຍຍົກໃຫ້ເຫັນເຖິງບົດບາດການນໍາພາອັນຖືກຕ້ອງ ແລະ ສະຫລາດສ່ອງໃສຂອງ ພັກກອມມູນິດກູບາ ໄດ້ນໍາພາປະຊາຊົນກູບາ ຍາດໄດ້ໄຊຊະນະ ແລະ ຜົນສໍາເລັດຮອບດ້ານ, ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກູບາ ຊຶ່ງສາມາດປົກປ້ອງໝາກຜົນຂອງການ ປະຕິວັດໄວ້ໄດ້ຢ່າງໝັ້ນຄົງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ພາລະກິດແຫ່ງການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ໃນໂລກ, ເຮັດໃຫ້ບົດບາດ ແລະ ອິດທິພົນ ຂອງກູບາ ສູງເດັ່ນຂຶ້ນໃນເວທີ ພາກພື້ນ ແລະ ສາກົນ. ມາຮອດປັດຈຸບັນ, ກູບາກຳລັງດຳເນີນການຈັດຕັ້ງປະຕິບັດໂຄງການຂອງລັດຖະບານ ທີ່ໃຫ້ຄວາມສຳຄັນຕໍ່ການປັບໂຄງສ້າງ ແລະ ກຳນົດຂອບເຂດໃໝ່ ຂອງຂະແໜງການທີ່ນໍາໃຊ້ງົບປະມານ ເພື່ອເສີມສ້າງຄວາມຍືດຍຸນໃນການບໍລິຫານ ແລະ ຂະຫຍາຍອຳນາດການຕັດສິນໃຈ ໃຫ້ແກ່ໜ່ວຍງານຕ່າງໆຢ່າງເໝາະສົມ ໂດຍມີເປົ້າໝາຍໃນການວາງພື້ນຖານ ສຳລັບການປະຕິຮູບຢ່າງຮອບດ້ານ ແລະ ຍົກລະດັບປະສິດທິຜົນ ໃນການບໍລິຫານດ້າເສດຖະກິດ ແລະ ສັງຄົມ ພາຍໃນບໍລິບົດສະພາບແວດລ້ອມ ທີ່ມີຄວາມກົດດັນ ແລະ ມີການເພີ່ມທະວີຄວາມເຂັ້ມງວດ ຂອງມາດຕະການປິດລ້ອມ.

ການຈັດປາຖະກະຖາຄັ້ງນີ້, ເປັນການຕີລາຄາສູງຕໍ່ມູນເຊື້ອ ແຫ່ງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ຊາດລາວ-ກູບາ ໃນໄລຍະຕໍ່ສູ້ກູ້ຊາດ ກໍຄື ໄລຍະປົກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດໃນປັດຈຸບັນ ຊຶ່ງ ພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດກູບາ ເປັນສອງພັກທີ່ມີອຸດົມການດຽວກັນ, ມີມູນເຊື້ອການພົວພັນຮ່ວມມື ອັນດີງາມມາແຕ່ດົນນານຖານອ້າຍນ້ອງ ບົນພື້ນຖານແຫ່ງການເຂົ້າອົກເຂົ້າໃຈ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ມີສາຍສໍາພັນທີ່ໝັ້ນຄົງ, ແໜ້ນແຟ້ນ, ມີຄວາມໄວ້ເນື້ອເຊື່ອໃຈ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments