ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງທ່ານ ເຟີດິນານ ມາຄອດ ຈູເນຍ, ປະທານາທິບໍດີ ແຫ່ງ ສາທາລະນະລັດຟິລິບປິນ, ໃນຕອນເຊົ້າ ຂອງວັນທີ 7 ພຶດສະພາ 2026 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເດີນທາງໄປສາທາລະນະລັດຟີລິບປິນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ພາຍໃຕ້ຄໍາຂວັນ: “ການນໍາທາງອະນາຄົດຂອງອາຊຽນຮ່ວມກັນ” ຊຶ່ງກອງປະຊຸມ ຈະດໍາເນີນໃນລະຫວ່າງວັນທີ 7-8 ພຶດສະພາ 2026.

ເຂົ້າຮ່ວມສົ່ງທ່ານ ນາຍົກລັດຖະມົນຕີ ແລະ ຄະນະຜູ້ແທນ ສປປ ລາວ ທີ່ສະໜາມບິນສາກົນວັດໄຕ ໃນຄັ້ງນີ້ມີ ທ່ານ ບົວຄົງ ນາມມະວົງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ທ່ານ ນາງ ອີລີຊະເບດ ທີທີ, ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດຟີລິບປິນ ປະຈຳ ສປປ ລາວ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ

