Homeຂ່າວໜ້າໜຶ່ງທ່ານ ນາຍົກລັດຖະມົນຕີ ຊີ້ນຳວຽກງານຂະແໜງໂຍທາທິການ ແລະ ຂົນສົ່ງ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳວຽກງານຂະແໜງໂຍທາທິການ ແລະ ຂົນສົ່ງ

ໃນຕອນບ່າຍວັນທີ 6 ພຶດສະພາ 2026 ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມໃຫ້ທິດຊີ້ນຳ ຕໍ່ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ (ຍທຂ) ທົ່ວປະເທດ ປີ 2025-2026 ແລະ ຜັນຂະຫຍາຍແຜນພັດທະນາຂະແໜງ ຍທຂ ໄລຍະ 5 ປີ (2026-2030); ມີບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າບັນດາກະຊວງ-ອົງການ, ອາດີດການນໍາກະຊວງ ຍທຂ, ບັນດາປະທານ-ຮອງປະທານ ຄະນະກໍາມະການປົກຄອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ, ພະນັກງານຫຼັກແຫຼ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຜູ້ຕາງໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ເຫຼັກໄຫຼ ສີວິໄລ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານໃຫ້ຊາບ ກ່ຽວກັບຜົນກອງປະຊຸມຄັ້ງນີ້ ແມ່ນໄດ້ດໍາເນີນໄປດ້ວຍຄວາມຮັບຜິດຊອບສູງ, ເນື້ອໃນຫຼາກຫຼາຍ ແລະ ເລິກເຊິ່ງ ໂດຍໄດ້ພ້ອມກັນຕີລາຄາຜົນສໍາເລັດ, ຂໍ້ຄົງຄ້າງ ແລະ ໄດ້ຄົ້ນຄວ້າກໍານົດມາດຕະການ-ວິທີການແກ້ໄຂ, ພ້ອມທັງກໍານົດທິດທາງແຜນການໃນຕໍ່ໜ້າ; ທີ່ສໍາຄັນ ແມ່ນໄດ້ລົງເລິກຄົ້ນຄວ້າ, ປຶກສາຫາລື ຕໍ່ວຽກງານສຳຄັນ ຄື: ການຊຸກຍູ້ໂຄງການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃນໄລຍະໃໝ່ ໃນຮູບແບບ (OPBRC ແລະ PRTC), ການຈັດຕັ້ງປະຕິບັດກອງທຶນທາງ, ກອງສ້ອມແປງທາງ, ການຫັນເປັນທັນສະໄໝຂອງຂະແໜງ ຍທຂ, ຜ່ານຮ່າງຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງ ຍທຂ ຂັ້ນຕາແສງ, ການຄຸ້ມຄອງການຂົນສົ່ງສິນຄ້າ-ໂດຍສານ, ການຄຸ້ມຄອງລົດບັນທຸກນໍ້າໜັກ, ມາດຕະການຕໍ່ການບັນທຸກນໍ້າໜັກເກີນກຳນົດ, ການແກ້ໄຂບັນຫາການລະເມີດລະບຽບຈາລະຈອນໃນຕົວເມືອງ ກໍ່ຄື ມາດຕະການຫຼຸດຜ່ອນອຸປະຕິເຫດຕາມທ້ອງຖະໜົນ, ການຄຸ້ມຄອງການເດີນເຮືອ, ຄວາມປອດໄພຂອງເຮືອທ່ອງທ່ຽວ, ເຮືອຂົນສົ່ງສິນຄ້າ, ໂດຍສານ ແລະ ການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ, ການຄຸ້ມຄອງການດູດຫີນ-ຊາຍ ຮັບໃຊ້ການກໍ່ສ້າງ ເພື່ອບໍ່ໃຫ້ສວຍໂອກາດຂຸດຄົ້ນຄໍາຕົກຂ້ອນ, ການແກ້ໄຂບັນຫານໍ້າປະປາບໍ່ພຽງພໍໃນຕົວເມືອງ, ການແກ້ໄຂບັນຫານໍ້າສູນເສຍ, ການປັບປຸງລັດວິສາຫະກິດນໍ້າປະປາ, ການແກ້ໄຂຂໍ້ຄົງຄ້າງ ຕາມການແນະນໍາຂອງອົງການການບິນພົນລະເຮືອນສາກົນ ແລະ ວຽກງານທີ່ຕິດພັນ ຈຳນວນໜຶ່ງ.

ໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດ ທີ່ຂະແໜງໂຍທາທິການ ແລະ ຂົນສົ່ງ ສາມາດປະຕິບັດໄດ້ໃນໄລຍະຜ່ານມາ; ພ້ອມທັງ ເນັ້ນໜັກໃຫ້ສືບຕໍ່ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ເສີມຂະຫຍາຍການນໍາພາ ດ້ວຍຄວາມເປັນແບບຢ່າງທີ່ດີ, ມີຄວາມຫ້າວຫັນ, ເຮັດແທ້ທໍາຈິງ, ຄວາມກະຕືລືລົ້ນຕໍ່ໜ້າທີ່ວຽກງານ; ພ້ອມກັນເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ແລະ ຄວາມຮັບຜິດຊອບໃຫ້ສູງກວ່າເກົ່າ; ສືບຕໍ່ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສາມາດເຊື່ອມໂຍງວຽກງານຕ່າງໆກັບພາກພື້ນ ແລະ ສາກົນ, ນໍາພາປະເທດຊາດ ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ຢ່າງໂລ່ງລ່ຽນ ແລະ ຍືນຍົງ ຕາມທິດຊີ້ນໍາຂອງພັກ; ເປັນເຈົ້າການລົງເລິກນໍາພາ-ຊີ້ນໍາ ຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ຕິດພັນກັບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງ ຍທຂ ກໍ່ຄືແຜນພັດທະນາ 5 ປີ 2026-2030 ຂອງຂະແໜງ ຍທຂ; ໃຫ້ນໍາເອົາເນື້ອໃນທີ່ໄດ້ປຶກສາຫາລືກັນ ໄປກວດກາຄືນ ແລະ ນໍາພາເຮັດ ໃຫ້ແທດເຖິງຕົວຈິງ ໂດຍສະເພາະ ການຍົກລະດັບ ແລະ ພັດທະນາໂຄງລ່າງພື້ນຖານຄົມມະນາຄົມ-ຂົນສົ່ງ ຢ່າງເປັນລະບົບຄົບຊຸດ ເພື່ອເຊື່ອມຈອດພາຍໃນ, ພາກພື້ນ ແລະ ສາກົນ ໂດຍເຮັດຢ່າງມີຈຸດສຸມ, ເນັ້ນໃສ່ບັນດາເສັ້ນທາງສາຍຫຼັກ ທີ່ເປັນສາຍເລືອດຂອງເສດຖະກິດ 13 ເໜືອ-ໃຕ້ ແລະ ເສັ້ນທາງອື່ນໆ ທີ່ໄດ້ກໍານົດໄວ້ໃນມະຕິ 05/ລບ ລົງວັນທີ 30 ມີນາ 2026, ມະຕິ 165/ສພຊ ແລະ ມະຕິ 10/ລບ ວ່າດ້ວຍນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ໃນໄລຍະໃໝ່ ຫຼື ໂຄງການ OPBRC ແລະ PRTC; ໃຫ້ເປັນເຈົ້າການຄຸ້ມຄອງລົດບັນທຸກນໍ້າໜັກເກີນ ເພື່ອຮັກສາເສັ້ນທາງ ໃຫ້ສາມາດນໍາໃຊ້ໄດ້ຍາວນານ; ເອົາໃຈໃສ່ພັດທະນາຕົວເມືອງ ຕິດພັນກັບປົກປັກຮັກສາສິ່ງແວດລ້ອມ ແລະ ຄວາມສະອາດງາມຕາໃນຕົວເມືອງ ເປັນຕົ້ນ ການແກ້ໄຂບັນຫານໍ້າຖ້ວມຂັງ, ການຄຸ້ມຄອງ ແລະ ຈັດການຂີ້ເຫຍື້ອ, ການກໍ່ສ້າງທີ່ຕິດພັນກັບການຮັກສາເຂດນໍ້າແດນດິນ ແລະ ອະທິປະໄຕຂອງຊາດ; ຄົ້ນຄວ້າແກ້ໄຂບັນຫາຂາດແຄນນໍ້າປະປາໃນບັນດາຕົວເມືອງໃຫຍ່ ໃຫ້ຂາດຕົວ; ພັດທະນາ-ຄຸ້ມຄອງການບິນພົນລະເຮືອນ ໃຫ້ມີຄວາມທັນສະໄໝ, ປອດໄພ ແລະ ໄດ້ມາດຕະຖານສາກົນ; ສຸມໃສ່ແກ້ໄຂຂໍ້ຄົງຄ້າງ ແລະ ເລັ່ງລັດປະຕິຮູບລັດວິສາຫະກິດການບິນລາວ ໃຫ້ສຳເລັດໂດຍໄວ; ຄຸ້ມຄອງພະຫະນະ-ການຂັບຂີ່ ແລະ ການຂົນສົ່ງໂດຍສານ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມປອດໄພແທ້; ພັດທະນາທາງລົດໄຟ ແລະ ບັນດາກິດຈະການປິ່ນອ້ອມ ເພື່ອນໍາຜົນປະໂຫຍດສູງສຸດໃຫ້ປະເທດຊາດ ແລະ ປະຊາຊົນ; ຄົ້ນຄວ້ານໍາໃຊ້ລະບົບທີ່ທັນສະໄໝ-ປັນຍາປະດິດ ມາຊ່ວຍພັດທະນາ ແລະ ຄຸ້ມຄອງ-ບໍລິຫານ ລະບົບພື້ນຖານໂຄງລ່າງ ເພື່ອໃຫ້ວ່ອງໄວ ແລະ ໂປ່ງໃສ; ເພີ່ມທະວີການພົວພັນຮ່ວມມື, ຍາດແຍ່ງເອົາການຊ່ວຍເຫຼືອ, ຮ່ວມມື ແລະ ລົງທຶນຈາກບັນດາຄູ່ຮ່ວມພັດທະນາ, ປະເທດເພື່ອນມິດ, ອົງການຈັດຕັ້ງຕ່າງໆ, ພາກທຸລະກິດ ທັງພາຍໃນ ແລະຕ່າງປະເທດ ໃຫ້ນັບມື້ເພີ່ມຂຶ້ນ; ເພີ່ມທະວີການຄຸ້ມຄອງ-ນໍາໃຊ້ທຶນກູ້ຢືມເຂົ້າໃນການພັດທະນາໂຄງລ່າງພື້ນຖານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ; ຍົກສູງຂອດການປະສານງານ ລະຫວ່າງ ສູນກາງ ກັບ ທ້ອງຖິ່ນ ໃຫ້ມີຄວາມເຂັ້ມແຂງ, ສາມາດແກ້ໄຂບັນຫາທີ່ເກີດຂຶ້ນ ຢ່າງທັນການ; ເຊີດຊູຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບການເມືອງໃຫ້ສູງຂຶ້ນ ເພື່ອເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ.

ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments