Homeຂ່າວຕ່າງປະເທດຜູ້ນໍາປະຊາຄົມການເມືອງເອີຣົບ ວາງຍຸດທະສາດ-ຄວາມເປັນເຈົ້າການດ້ານຄວາມໝັ້ນຄົງ

ຜູ້ນໍາປະຊາຄົມການເມືອງເອີຣົບ ວາງຍຸດທະສາດ-ຄວາມເປັນເຈົ້າການດ້ານຄວາມໝັ້ນຄົງ

ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 4 ພຶດສະພານີ້, ກອງປະຊຸມ ຜູ້ນໍາປະຊາຄົມການ ເມືອງເອີຣົບ ຄັ້ງທີ 8 ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ເຢເຣວານ ປະເທດອາກເມນີ. ກອງປະ ຊຸມຄັ້ງນີ້ ໄດ້ສຸມໃສ່ປຶກສາຫາລື ກ່ຽວກັບເສດຖະກິດ, ຄວາມໝັ້ນຄົງ ດ້ານພະລັງງານ, ການພົວພັນ ລະຫວ່າງ ເອີຣົບ-ອາເມຣິກາ ແລະ ອື່ນໆ. ຜູ້ນໍາຈາກຫລາຍປະເທດໃນເອີຣົບ ເນັ້ນໜັກວ່າ: ເອີຣົບ ຕ້ອງເດີນຕາມເສັ້ນທາງແຫ່ງ “ຄວາມ​ເປັນ​ເຈົ້າ​ການດ້ານການປ້ອງກັນປະເທດ” ແລະຫຼຸດຜ່ອນການອາໄສອາເມຣິກາໃນດ້ານຄວາມໝັ້ນຄົງ. ກ່ອນຫນ້ານີ້, ທ່ານ ໂດນັນ ທຣໍາ ປະທານາທິບໍດີ ສ.ອາເມລິກາ ໄດ້ອອກຖະແຫລງການ ກ່ຽວກັບ ເອີຣົບ ເຊິ່ງໄດ້ເພີ່ມຄວາມເຄັ່ງຕຶງໃຫ້ແກ່ວາລະຂອງກອງປະຊຸມຄັ້ງນີ້. ໂອກາດນີ້, ທ່ານ ເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງ ກ່າວວ່າ: ສ. ອາເມລິກາ ໃນຖານະເປັນພັນທະມິດ ຂອງເອີຣົບ ພວມກາຍເປັນປະເທດ ທີ່ຄາດເດົາໄດ້ຍາກນັບມື້ເພີ່ມຂຶ້ນ, ສິ່ງນີ້ເຮັດໃຫ້ເອີຣົບ ຕ້ອງເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມື. ເອີຣົບ ພວມເພີ່ມງົບປະມານດ້ານການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ ເພື່ອສ້າງເປັນແຜນການແກ້ໄຂບັນຫາຮ່ວມທີ່ເປັນຂອງເອີຣົບ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments