Homeຂ່າວຕ່າງປະເທດຂະບວນລົດໄຟຂາກັບອາຊຽນ ສຳເລັດການທົດລອງ “ແຈ້ງຜ່ານດ່ານເຂົ້າ-ອອກເມືອງຢ່າງວ່ອງໄວຕາມເສັ້ນທາງລົດໄຟ”

ຂະບວນລົດໄຟຂາກັບອາຊຽນ ສຳເລັດການທົດລອງ “ແຈ້ງຜ່ານດ່ານເຂົ້າ-ອອກເມືອງຢ່າງວ່ອງໄວຕາມເສັ້ນທາງລົດໄຟ”

ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 4 ພຶດ​ສະ​ພາ​ນີ້, ຂະ​ບວນ​ລົດ​ໄຟ​ຂາ​ກັບ ​ອາ​ຊຽນ ​ທີ່​ໄດ້​ບັນ​ທຸກ​ແປ້ງ​ມັນ​ຕົ້ນ​ ໄດ້​ເດີ​ນ​ທາງ​ເຖິງ​ທ່າ​ທາງ​ບົກ​ສາ​ກົນ​ ນະ​ຄອນ​ເຈິ້ງ​ໂຈ່ວ ​ຢ່າງ​ສະ​ດວກ ແລະ ສຳ​ເລັດ​ການ​ແຈ້ງ​ຜ່ານ​ດ່ານ​ຕາມ​ຮູບ​ແບບ “ແຈ້ງ​ຜ່ານ​ດ່ານ​ເຂົ້າ-ອອກ​ເມືອງ​ຢ່າງວ່ອງ​ໄວຕາມ​ເສັ້ນ​ທາງ​ລົດ​ໄຟ” ຢູ່​ສູນ​ເຕົ້າ​ໂຮມ​ຂະ​ບວນ​ລົດ​ໄຟ​ຈີນ-ເອີ​ຣົບ (ເຈິ້ງ​ໂຈ່ວ) ເປັນ​ຄັ້ງ​ທຳ​ອິດ. ຂະ​ບວນ​ລົດ​ໄຟ​ດັ່ງ​ກ່າວ ​ມີ​ຕູ້​ສິນຄ້າ 35 ຕູ້, ມີ​ສິນ​ຄ້າ​ໜັກ​ ປະ​ມານ 900 ໂຕນ, ເດີນ​ທາງ​ອອກ​ຈາກສະ​ຖາ​ນີ​ວຽງ​ຈັນ​ຂອງ ສປປ ​ລາວ ແລະ ເຂົ້າ​ສູ່ ສປ ​ຈີນ​ ໂດຍ​ຜ່ານ​ດ່ານສາກົນ​ບໍ່​ເຕ່ນ-ບໍ່​ຫານ, ໃຊ້​ເວ​ລາ​ພຽງ 5 ມື້​ກໍ​ເດີນ​ທາງ​ເຖິງ​ ນະ​ຄອນ​ເຈິ້ງ​ໂຈ່ວ ເທດສະບານແຂວງເຫີໜານຂອງ ສປ ຈີນ. ຕາມ​ຂ່າວ​ແຈ້ງວ່າ: ຮູບ​ແບບ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ເວ​ລາ​ແຈ້ງ​ຜ່ານ​ດ່ານຫລຸດ​ລົງ​ ປະ​ມານ 24 ຊົ່ວ​ໂມງ, ຕູ້​ສິນຄ້າ​​ມາດ​ຕະ​ຖານ​ແຕ່​ລະ​ຕູ້ສາ​ມາດ​ປະ​ຢັດ​ຕົ້ນ​ທຶນ​ໄດ້​ຫລາຍກວ່າ 200 ຢວນ​. ການ​ສຳ​ເລັດ​ການ​ທົດ​ລອງ​ຮູບ​ແບບ “ແຈ້ງ​ຜ່ານ​ດ່ານ​ຢ່າງວ່ອງ​ໄວຕາມ​ເສັ້ນ​ທາງ​ລົດ​ໄຟ” ຄັ້ງ​ນີ້ ​ໄດ້​ບັນ​ລຸ​ການ​ປະ​ຕິ​ບັດ​ງານ​ຄົບ​ວົງ​ຈອນ​ແບບ “ນຳ​ເຂົ້າ-ແຈ້ງ​ຜ່ານ​ດ່ານ-ເຂົ້າສາງ-ຄ້າ​ຂາຍ-ຈັດ​ສົ່ງ” ພ້ອມ​ທັງ​ໄດ້​ກາຍເປັນ​ບົດ​ຮຽນແຫ່ງຜົນ​ສຳ​ເລັດ​ທີ່​ສາ​ມາດ​ເຜີຍ​ແຜ່​ໄດ້​ໃຫ້​ແກ່​ການ​ສ້າງ​ສູນ​ປ່ຽນ​ຖ່າຍ​ສິນ​ຄ້າ​ລາຍ​ໃຫຍ່​ຕ່າງໆ ແລະ ບັນ​ລຸ​ການ​ແຈ້ງ​ຜ່ານ​ດ່ານ​ຢູ່​ທ້ອງ​ຖິ່ນ​ຕ່າງໆ ​ຢ່າງ​ເປັນ​ປົກ​ກະ​ຕິ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments