ກອງປະຊຸມຫົວໜ້າອົງການຄຸ້ມຄອງການແຂ່ງຂັນທາງທຸລະກິດ ຂອງປະເທດສະມາຊິກອາຊຽນ (AHCA) ຄັ້ງທີ 7 ຈັດຂຶ້ນໃນວັນທີ 5 ພຶດສະພາ 2026 ນີ້, ຢູ່ນະຄອນຫລວງມານິລາ ປະເທດຟີລິບປິນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ, ມີເຈົ້າໜ້າທີ່ອາວຸໂສ ແລະ ຫົວໜ້າອົງການຄຸ້ມຄອງການແຂ່ງຂັນ ທາງທຸລະກິດຂອງບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມ.
ທ່ານ ສັນຕິສຸກ ພູນສະຫວັດ ໄດ້ກ່າວວ່າ: ນະໂຍບາຍການແຂ່ງຂັນ ໄດ້ກາຍເປັນເສົາຄໍ້າຍຸດທະສາດ ໃນການສົ່ງເສີມຕະຫລາດທີ່ຍຸຕິທຳ, ເປີດກວ້າງ ແລະ ມີຄວາມສາມາດໃນການປັບຕົວທົ່ວທັງພາກພື້ນ ໂດຍສະເພາະ ໃນທ່າມກາງສະພາບການເສດຖະກິດໂລກ ແລະ ເຕັກໂນໂລຊີ ທີ່ຫັນປ່ຽນຢ່າງວ່ອງໄວໃນປັດຈຸບັນ. ບັນຫາສຳຄັນຂອງກອງປະຊຸມ ແມ່ນຊີ້ໃຫ້ເຫັນຄວາມຈຳເປັນ ເພື່ອຮັບຮູ້ເຖິງບົດ ບາດທີ່ເປັນຍຸດທະສາດຂອງ AHCA ໃຫ້ຊັດເຈນຫລາຍຂຶ້ນ ໃນຂອບວຽກການຮ່ວມມືດ້ານການແຂ່ງ ຂັນທາງທຸລະກິດຂອງອາຊຽນ ຊຶ່ງອາຊຽນບໍ່ໄດ້ຕ້ອງການສ້າງ AHCA ເປັນໜ່ວຍງານໃໝ່, ແຕ່ເປັນການກຳນົດໜ້າທີ່ໃຫ້ຊັດເຈນຂຶ້ນ ເຊັ່ນ: ການໃຫ້ແນວທາງນະໂຍບາຍລະດັບສູງ ແກ່ກຸ່ມຜູ້ຊ່ຽວຊານອາ ຊຽນດ້ານການແຂ່ງຂັນ (AEGC); ໃຫ້ຄຳປຶກສາດ້ານການແຂ່ງຂັນທາງທຸລະກິດແກ່ລັດຖະມົນຕີເສດ ຖະກິດອາຊຽນ ເມື່ອຖືກຮຽກໃຫ້ລາຍງານ ແລະ ການສ້າງຄວາມສອດຄ່ອງກັນລະຫວ່າງບຸລິມະສິດຂອງພາກພື້ນ ແລະ ການພັດທະນາດ້ານການແຂ່ງຂັນທາງທຸລະກິດລະດັບປະເທດ.

ໃນກອງປະຊຸມຍັງໄດ້ປຶກສາຫາລື ບຸລິມະສິດຂອງພາກພື້ນທີ່ສຳຄັນ ເຊັ່ນ: ການສະໜັບສະໜູນການມີຜົນບັງຄັບໃຊ້ໂດຍໄວ ສຳລັບສັນຍາຂອບວຽກອາຊຽນວ່າດ້ວຍການແຂ່ງຂັນທາງທຸລະກິດ; ການຍົກລະດັບການຮ່ວມມືດ້ານການບັງຄັບໃຊ້ກົດໝາຍຂ້າມແດນ ລວມທັງຜ່ານລະບົບຊ່ອງທາງການແລກປ່ຽນຂໍ້ມູນດ້ານການຄວບລວມກິດຈະການ (MISP); ການຮ່ວມມືກັບພາຍນອກພາກພື້ນ ໂດຍການຈັດການປະຊຸມໂຕະມົນ ຫົວໜ້າອົງການຄຸ້ມຄອງການແຂ່ງຂັນທາງທຸລະກິດອາຊຽນ-ສະຫະພາບເອີຣົບ.
ທ່ານ ສັນຕິສຸກ ພູນສະຫວັດ ຍັງໄດ້ຢືນຢັນເຖິງຄວາມມຸ່ງໝັ້ນຂອງ AHCA ໃນການສົ່ງເສີມການແຂ່ງຂັນທາງທຸລະກິດທີ່ເປັນທຳ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຄວາມສາມາດໃນການປັບຕົວທາງເສດຖະກິດຂອງອາຊຽນ, ພ້ອມທັງຊຸກຍູ້ໃຫ້ມີການຮ່ວມມືກັນຢ່າງຕໍ່ເນື່ອງ ເພື່ອຮັບປະກັນ ສະ ພາບແວດລ້ອມໃນການແຂ່ງຂັນທາງທຸລະກິດຂອງອາຊຽນ, ສົ່ງເສີມສະໜັບສະໜູນດ້ານນະວັດຕະກຳ, ການເຕີບໂຕແບບມີສ່ວນຮ່ວມ ແລະ ສ້າງປະໂຫຍດໃຫ້ແກ່ຜູ້ຊົມໃຊ້ ແລະ ທຸລະກິດໃນທົ່ວພາກພື້ນອາຊຽນ.
ຂໍ້ມູນ-ພາບ: ຂ່າວສານ ອຄ

