ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຈັດພິທີປະກາດການປັບປຸງກົງຈັກການ ຈັດຕັ້ງ ແລະ ຕໍາແໜ່ງບໍລິຫານຂັ້ນຫົວໜ້າກົມ ໃນວັນທີ 5 ພຶດສະພາ 2026 ໂດຍການເປັນປະທານຂອງ ສະຫາຍ ບຸນເຫລືອ ພັນດານຸວົງ ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າ ຄຕພ, ມີບັນດາສະຫາຍຄະນະນໍາ ຄຕພ, ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ ແລະ ພະນັກງານ ຄຕພ ເຂົ້າຮ່ວມ.

ໃນພິທີ, ຕາງໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານມະຕິຕົກລົງຂອງ ຄະນະເລຂາທິການສູນກາງພັກ ສະບັບເລກທີ 51/ຄລສພ, ລົງວັນທີ 31 ມີນາ 2026 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ບຸນຍະເດດ ໄຊຍະວົງ ຫົວໜ້າຫ້ອງການ ຄະນະພົວພັນຕ່າງປະເທດສູນກາງພັກ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າກົມຄົ້ນຄວ້າ ແລະ ພົວພັນຫລາຍຝ່າຍ; ມະຕິຕົກລົງ ສະບັບເລກທີ 52/ຄລສພ, ລົງວັນທີ 31 ມີນາ 2026 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ສິງຫານະຄອນ ສີຫາລາດ ເປັນຫົວໜ້າຫ້ອງການ ຄະນະພົວພັນຕ່າງປະເທດສູນກາງພັກ; ມະຕິຕົກລົງ ສະບັບເລກທີ 53/ຄລສພ, ລົງວັນທີ 31 ມີນາ 2026 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ວົງຄຳ ແສນສະທິດ ເປັນຫົວໜ້າກົມເອີຣົບ-ອາເມລິກາ. ໃນພິທີ, ຍັງໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ສະບັບເລກທີ 848/ຄຕພ.ຈພງ, ລົງວັນທີ 30 ເມສາ 2026 ວ່າດ້ວຍການແຕ່ງຕັ້ງ ສະຫາຍ ນາງ ສຸກສະຫວັນ ແກ້ວວິໄລວັນ ເປັນວ່າການຫົວໜ້າກົມຈັດຕັ້ງ-ພະນັກງານ. ພ້ອມກັນນີ້, ຍັງໄດ້ມີການມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າຫ້ອງການ ຄຕພ ຜູ້ເກົ່າ ແລະ ຜູ້ໃໝ່.

ໂອກາດນີ້, ສະຫາຍ ບຸນເຫລີອ ພັນດານຸວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ຊຶ່ງໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກຂັ້ນເທິງ ກໍຄື ພະນັກງານພາຍໃນ ຄຕພ, ທັງນີ້ ກໍເພື່ອແນໃສ່ເຮັດໃຫ້ວຽກງານຂອງ ຄຕພ ມີຄວາມໜັກແໜ້ນເຂັ້ມ ແຂງ ສາມາດຜັນຂະຫຍາຍແນວທາງຂອງພັກ-ລັດ ຕິດພັນກັບແຜນງານ-ໂຄງການ ຂອງ ຄຕພ ສະໄໝທີ III ໃຫ້ບັນລຸຜົນສໍາເລັດຕາມຄາດໝາຍທີ່ໄດ້ວາງໄວ້, ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ຕ້ອງໄດ້ສືບຕໍ່ຍົກສູງຄວາມຮັບຜິດຊອບ ໃນການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າເກົ່າ, ເປັນແບບ ຢ່າງປະຕິບັດໜ້າທີ່ວຽກງານຮອບດ້ານ ແລະ ເປັນແກນກາງຮັກສາຄວາມສາມັກຄີພາຍໃນ.

