ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສຸກິໂອໂນ ລັດຖະມົນຕີຕ່າງປະເທດ ແຫ່ງ ສ ອິນໂດເນເຊຍ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສ ອິນໂດເນເຊຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 4-5 ພຶດສະພາ 2026 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ.
ໃນວັນທີ 4 ພຶດສະພາ 2026 ທີ່ ກະຊວງການຕ່າງປະເທດ ແຫ່ງ ສ ອິນໂດເນເຊຍ, ສອງຝ່າຍໄດ້ພົບປະ ແລະ ທົບທວນຄືນການພົວພັນຮ່ວມມື ລະຫວ່າງສອງປະເທດ ໃນໄລຍະຜ່ານມາ ພ້ອມທັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືໃນຕໍ່ໜ້າ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນໃກ້ຊິດ ລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ ທີ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໃນຕະຫຼອດໄລຍະ 69 ປີ ຜ່ານມາ ເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ກໍຄື ການໄປມາຫາສູ່ກັນ ລະຫວ່າງປະຊາຊົນສອງປະເທດ ຢ່າງເປັນປົກກະຕິ. ພິເສດ, ໃນປີ 2027 ທີ່ຈະມາເຖິງນີ້ ສອງຝ່າຍຈະຮ່ວມກັນສະເຫຼີມສະຫຼອງ ເນື່ອງໃນໂອກາດ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດ ລາວ-ອິນໂດເນເຊຍ ໃນວັນທີ 30 ສິງຫາ 1957 ຊຶ່ງຈະມີການຈັດບັນດາກິດຈະກໍາຕ່າງໆ ທັງຢູ່ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງຈາກາກຕາ. ພ້ອມດຽວກັນນັ້ນ, ສອງຝ່າຍໄດ້ສະແດງຄວາມຊົມເຊີຍທີ່ເຫັນວ່າ ການພົວພັນຮ່ວມມືດ້ານການເມືອງ, ດ້ານວຽກງານປ້ອງກັນຊາດ, ດ້ານເສດຖະກິດ, ການພັດທະນາຊັບພະຍາກອນມະນຸດ, ການທ່ອງທ່ຽວ ແລະ ດ້ານອື່ນໆ ສືບຕໍ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆ ແລະ ເຫັນດີຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດ ໃຫ້ຫຼາຍຂຶ້ນ ໂດຍສະເພາະໃນຂະແໜງການບຸລິມະສິດທີ່ສອງຝ່າຍມີທ່າແຮງ.

ນອກຈາກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ແລະ ໄດ້ປຶກສາຫາລືກ່ຽວກັບການຍົກລະດັບສາຍພົວພັນລະຫວ່າງສອງປະເທດໃນອະນາຄົດ. ໃນຂະນະດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງລັດຖະບານ ແລະ ປະຊາຊົນ ອິນໂດເນເຊຍ, ພ້ອມນີ້, ກໍໄດ້ຕາງໜ້າໃຫ້ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຊົມເຊີຍຢ່າງຈິງໃຈຕໍ່ ທ່ານ ສຸກິໂອໂນ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ ພັກ Gerindra ໃນເດືອນສິງຫາ 2025 ຜ່ານມາ ແລະ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ຕໍ່ລັດຖະບານ ແລະ ປະຊາຊົນລາວ ໃນໄລຍະຜ່ານມາ ໂດຍສະເພາະແມ່ນໃນໄລຍະການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຜ່ານມາ. ພ້ອມນີ້, ຍັງໄດ້ເຊື້ອເຊີນ ທ່ານສຸກິໂອໂນ ລັດຖະມົນຕີຕ່າງປະເທດ ແຫ່ງ ສ ອິນໂດເນເຊຍ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເປັນປະທານ ຮ່ວມກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ (JCBC) ຄັ້ງທີ 6 ລະຫວ່າງລາວ-ອິນໂດເນເຊຍ ທີ່ ສປປ ລາວ ຈະເປັນເຈົ້າພາບໃນປີ 2027 ທັງເປັນການຢ້ຽມຢາມ ເພື່ອສະເຫຼີມສະຫຼອງຄົບຮອບ 70 ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດໃນປີດັ່ງກ່າວອີກດ້ວຍ.

