ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ ທົ່ວປະເທດ ປີ 2025-2026 ແລະ ການຈັດຕັ້ງຜັນຂະຫຍາຍແຜນພັດທະນາຂະແໜງໂຍທາທິການ ແລະ ຂົນສົ່ງ ໄລຍະ 5 ປີ 2026-2030 ຈັດຂຶ້ນໃນວັນທີ 5 ພຶດສະພາ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຫຼັກໄຫຼ ສີວິໄລ, ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ມີຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ເຫຼັກໄຫຼ ສີວິໄລ, ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ມີຄໍາເຫັນວ່າ: ກອງປະຊຸມໃນຄັ້ງນີ້ ເພື່ອສະຫຼຸບການຈັດຕັ້ງປະຕິບັດວຽງານໂຍທາທິການ ແລະ ຂົນສົ່ງ ປະຈໍາປີ 2025, ວາງທິດທາງແຜນການປະຈໍາປີ 2026 ແລະ ການຈັດຕັ້ງຜັນຂະຫຍາຍແຜນພັດທະນາຂະແໜງໂຍທາທິການ ແລະ ຂົນສົງ 5 ປີ ຄັ້ງທີ X ນັບແຕ່ 2026-2030 ໃນຂອບເຂດທົ່ວປະເທດ, ເນື້ອແທ້ແມ່ນກອງປະຊຸມຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ມະຕິ 04 ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຫລື ສອຈ ໃນຂົງເຂດ ໂຍທາທິການ ແລະ ຂົນສົ່ງ ໃຫ້ເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງ, ກອງປະຊຸມຍັງໄດ້ຄົ້ນຄ້ວາ, ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຫຼາຍບັນຫາ ເປັນຕົ້ນຄວາມຄືບໜ້າການຈັດຕັ້ງປະຕິບັດນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃນໄລຍະໃໝ່ໂຄງການ OPBRC ແລະ PRTC, ການຈັດຕັ້ງປະຕິບັດກອງທຶນທາງ (ການສ້ອມແປງທາງ ແລະ ການສ້າງຕັ້ງກອງສ້ອມແປງທາງຕິດພັນກັບວຽກງານສາມສ້າງ); ການຫັນເປັນທັນສະໄໝຂອງຂະແໜງໂຍທາທິການ ແລະ ຂົນສົ່ງ; ຜ່ານຮ່າງຂໍ້ຕົກລົງຂອງລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງໂຍທາທິການ ແລະ ຂົນສົ່ງຕາແສງ; ການຄຸ້ມຄອງການຂົນສົ່ງສິນຄ້າ,ໂດຍສານ; ການຄຸ້ມຄອງລົດບັນທຸກນໍ້າໜັກ; ມາດຕະການຕໍ່ການບັນທຸກນໍ້າໜັກເກີນກໍານົດ; ການແກ້ໄຂບັນຫາການລະເມີດລະບຽບຈາລະຈອນໃນຕົວເມືອງ ຫລື ມາດຕະການຫລຸດຜ່ອນອຸປະຕິເຫດຕາມທ້ອງຖະໜົນຫຼວງ (ການແລ່ນລົດໃວເກີນຂອບເຂດ, ການບໍ່ເຄົາລົບກົດຈາລະຈອນ, ການຂົນສົ່ງດິນ, ຫີນ, ຊາຍ, ວັດສະດຸກໍ່ສ້າງຕ່າງໆແບບບໍ່ຖືກຕ້ອງ); ການຄຸ້ມຄອງການເດີນເຮືອ, ຄວາມປອດໄພຂອງເຮືອທ່ອງທ່ຽວ, ເຮືອຂົນສົ່ງສິນຄ້າ, ໂດຍສານ; ການຄຸ້ມຄອງການດູດຫີນແຮ່, ຊາຍ ຮັບໃຊ້ການກໍ່ສ້າງ ເພື່ອບໍ່ໃຫ້ສວຍໂອກາດເຮັດຄໍາຕົກຂ້ອນ; ຂອດປະສານງານກັບບັນດາຂະແໜງການກ່ຽວຂ້ອງຕ່າງໆ (ຂອດປະສານງານພາຍໃນຂອງ ໂຍທາທິການ ແລະ ຂົນສົ່ງ ແລະ ຂອດປະສານງານກັບຂະແໜງການອື່ນໆ) ແລະ ການສ້າງກົນໄກອໍານວຍຄວາມສະດວກໃຫ້ການຈັດຕັ້ງພາກລັດ, ພາກເອກະຊົນ ແລະ ປະຊາຊົນໃນສັງຄົມ ຫັນມາຊົມໃຊ້ລົດໄຟຟ້າຮອດປີ 2030 ໃຫ້ກວມ 30% ຂອງຈຳນວນພາຫະນະທັງໝົດໃນຂອບເຂດທົ່ວປະເທດ.

ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງ ທົ່ວປະເທດ ປີ 2025-2026 ແລະ ການຈັດຕັ້ງຜັນຂະຫຍາຍແຜນພັດທະນາຂະແໜງໂຍທາທິການ ແລະ ຂົນສົ່ງ ໄລຍະ 5 ປີ 2026-2030 ຈະດໍາເນີນຮອດ ວັນທີ 6 ພຶດສະພາ 2026 ຈຶ່ງສໍາເລັດ.

