ວິທະຍຸ-ໂທລະພາບສູນກາງຈີນ ວັນທີ 3 ພຶດສະພານີ້, ທະນາຄານພັດທະນາອາຊີ ຫລື ADB ເປີດເຜີຍວ່າ: ເມື່ອຮອດປີ 2035, ADB ຈະໃຫ້ການສະໜັບສະໜູນ 70 ຕື້ໂດລາສະຫະລັດ ໃຫ້ແກ່ 2 ຂໍ້ລິເລີ່ມໃໝ່ ຄື: “ຂໍ້ລິເລີ່ມຕາຂ່າຍໄຟຟ້າ ທົ່ວອາຊີ” ແລະ “ທາງດ່ວນດີຈີຕອນ ພາກພື້ນອາຊີ-ປາຊີຟິກ”. ເຈົ້າໜ້າທີ່ ADB ກ່າວວ່າ: ການເຊື່ອມໂຍງເຊື່ອມຈອດ ຂ້າມຊາຍແດນ ຂອງຕາຂ່າຍໄຟຟ້າ ແລະ ເຄືອຂ່າຍອິນເຕີເນັດ ຈະຊ່ວຍຫລຸດຕົ້ນທຶນໃຫ້ຕ່ຳລົງ ແລະ ສ້າງໂອກາດຫລາຍກວ່າເກົ່າ ເພື່ອເຮັດໃຫ້ປະຊາຊົນຫລາຍຮ້ອຍລ້ານຄົນ ໄດ້ຊົມໃຊ້ພະລັງໄຟຟ້າ ແລະ ການບໍລິການດີຈີຕອນ ທີ່ໄວ້ວາງໃຈໄດ້. ໃນນັ້ນຂໍ້ລິເລີ່ມຕາຂ່າຍໄຟຟ້າທົ່ວອາຊີ ຈະຊຸກຍູ້ການເຊື່ອມໂຍງເຊື່ອມຈອດລະບົບພະລັງໄຟຟ້າລະຫວ່າງປະເທດ ແລະ ອະນຸພາກພື້ນ ເພື່ອຊຸກຍູ້ການໄຫລວຽນຂ້າມຊາຍແດນ ຂອງພະລັງງານໝູນວຽນ. ຂະນະທີ່ ທາງດ່ວນດີຈີຕອນ ອາຊີ-ປາຊີຟິກ ຈະຊ່ວຍໃຫ້ຫລຸດຄວາມແຕກໂຕນກັນດ້ານພື້ນຖານໂຄງລ່າງດີຈີຕອນ ໃຫ້ໜ້ອຍລົງເພື່ອເຮັດໃຫ້ພາກພື້ນອາຊີ-ປາຊີຟິກ ໄດ້ຮັບຜົນປະໂຫຍດ ຈາກການເຕີບໂຕ ທີ່ຂັບເຄື່ອນໂດຍປັນຍາປະດິດ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

