ວັດເພຍວັດ ຕັ້ງຢູ່ກາງເມືອງຄູນ ແຂວງຊຽງຂວາງ ມີອາຍຸເກືອບພັນປີ ເຊິ່ງສະຖານທີ່ແຫ່ງນີ້ເປັນບ່ອນສັກກະລະບູຊາ ແລະ ກາບໄຫວ້, ເປັນສິ່ງສັກສິດຄູ່ບ້ານຄູ່ເມືອງ ຂອງຊາວແຂວງຊຽງຂວາງ ກໍຄື ນັກທ່ອງທ່ຽວທີ່ເດີນທາງມາຢ້ຽມຢາມ ແຂວງຊຽງຂວາງ. ວັດເພຍວັດມີເອກະລັກພິເສດຄືມີຊາກເສົາເກົ່າແກ່ຕັ້ງຊີ້ຟ້າໂດຍປາສະຈາກຫລັງຄາຍ້ອນຖືກທຳລາຍໃນປາງສົງ ຄາມ ແຕ່ສິ່ງມະຫັດສະຈັນທີ່ສຸດ ແມ່ນຍັງມີພະພຸດທະຮູບອົງໃຫຍ່ຕັ້ງສະຫງ່າຜ່າເຜີຍຢູ່ ເຊິ່ງວັດດັ່ງກ່າວຫ່າງຈາກຕົວເມືອງໂພນສະຫວັນ ເມືອງເອກ ຂອງແຂວງຊຽງຂວາງ ປະມານ 30 ກິໂລແມັດ. ຕາມການບອກເລົ່າທີ່ສືບສານກັນມາຫລາຍຮ້ອຍປີວ່າ: ວັດເພຍວັດ ຖືກສ້າງຂຶ້ນໃນປີຈຸນລະສັກກະຫລາດ (ຈສ) 744 ເຊິ່ງເປັນແຫ່ງທຳອິດທີ່ສ້າງຂຶ້ນຢູ່ດິນເມືອງພວນ ມີເຈົ້າລານຄຳກອງ ເປັນອາດຍາປົກຄອງເມືອງ ໄດ້ນຳພາປະຊາຊົນ ໂດຍມີອາຈານທຳມະຄາຖາ ຜູ້ທີ່ເຄີຍສ້າງວັດຢູ່ເມືອງຫລວງພະບາງມາແລ້ວນຳພາສ້າງ. ຫລັງຈາກສ້າງສຳເລັດເຈົ້າລານຄຳກອງ ໄດ້ອັນເຊີນພະພຸດທະຮູບອົງສັກສິດ (ພະເຈົ້າອົງຕື້) ຈາກຫົງສາວະດີ (ມຽນມາໃນປັດຈຸບັນ) ມາປະທັບໄວ້ວັດດັ່ງກ່າວ. ໃນຍຸກນັ້ນເມືອງພວນ ຈະເລີນຮຸ່ງເຮືອງທີ່ສຸດ ດັ່ງນັ້ນ, ວັດເພຍວັດ ຈຶ່ງເປັນບ່ອນຮ່ຳຮຽນຂອງພະສົງສາມະເນນ. ແຕ່ພໍຕົກມາ ຊຸມປີ ຈສ 1287 ຫລື ປີ ຄສ 1874 ສົງຄາມພາຍນອກ (ເສິກຫໍ້) ໄດ້ເຂົ້າມາມ້າງເພທຳລາຍ ເຊິ່ງພວກເຂົາໄດ້ຕັດແຂນຊ້າຍ ຂອງພະເຈົ້າອົງຕື້ ເພື່ອຊອກຫາໂລຫະທີ່ມີຄ່າແຕ່ສິມຍັງບໍ່ຖືກ ທຳລາຍ. ມາຮອດ ຄສ 1953 ໄດ້ຖືກສົງຄາມຂອງຈັກກະພັດຝຣັ່ງທຳລາຍສິມ ແລະ ພະພຸດທະຮູບຈົນ ປະຊາຊົນ ປະຕິສັງຂອນວັດ ແລະ ສິມຄືນໃໝ່ໃຫ້ສວຍງາມເໝືອນດັ່ງສະໄໝກ່ອນ, ແຕ່ຄວາມສວຍງາມ ຂອງວັດກໍໄດ້ຫາຍໄປອີກຈາກສົງຄາມທີ່ຈັກກະພັດອາເມລິກາໄດ້ທຳລາຍວັດຈົນໝົດ. ວັດເພຍວັດ, ຖ້ານັບມາຮອດດຽວນີ້ກໍມີອາຍຸປະມານ 700 ກວ່າປີແລ້ວ, ຖືເປັນວັດທີ່ເກົ່າແກ່ອີກວັດໜື່ງຂອງລາວ ທີ່ຊີ້ໃຫ້ເຫັນວ່າກ່ອນນີ້ເກືອບສະຕະວັດດິນແດນດັ່ງກ່າວ ເຊິ່ງເປັນເຂດເມືອງຄູນ ກໍຄື ແຂວງຊຽງຂວາງ ມີຄວາມຮຸ່ງເຮືອງທາງດ້ານອະລິຍະທຳ, ຍ້ອນວ່າວັດເປັນສະຖານທີ່ເຕົ້າໂຮມຈິດ ໃຈ, ຄວາມເຫລື້ອມໃສສັດທາ ຂອງມວນຊົນທີ່ນັບຖືສາສະໜາພຸດ. ບ່ອນໃດມີຄວາມຮຸ່ງເຮືອງ, ສະແດງອອກໃຫ້ເຫັນວັດວາອາຮາມທີ່ ກວ້າງໃຫຍ່ສວຍງາມ, ຍ້ອນວ່າປະຊາຊົນສາມັກຄີຮ່ວມໃຈກັນສ້າງນັ້ນເອງ. ສະພາບວັດເພຍວັດ ໃນປັດຈຸບັນທີ່ຫລົງເຫລືອ ຈາກສົງຄາມເຜົາຜານທີ່ພວກຈັກກະພັດຕ່າງດ້າວເອົາລູກແຕກໝາກໂບມ ມາຖິ້ມໃສ່ນັ້ນຍັງຄົງໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດຢ່າງບໍ່ຂາດສາຍ. ເຖິງແມ່ນວ່າຄວາມສວຍງາມຂອງ ວັດທີ່ເຄີຍມີນັ້ນບໍ່ເຫລືອແລ້ວກໍຕາມ, ແຕ່ຄວາມສັກສິດກໍມີຈິງເພາະສົງຄາມບໍ່ອາດທຳລາຍກ້ຽງ ຍ້ອນຍັງມີພະອົງຕື້ໃຫຍ່ຄົງໄວ້ໃຫ້ເຫັນເຖິງຈະເຫລືອພຽງພະພຸດທະຮູບຕັ້ງສະຖິດຢູ່ທັງຕາກແດດ ແລະ ຝົນກໍຕາມ ແຕ່ຄວາມສັກສິດຂອງວັດແຫ່ງນີ້ບໍ່ໄດ້ເຊື່ອມຖອຍ. ພ້ອມນັ້ນ ທາງ ແຂວງຊຽງຂວາງ ກໍຄື ອຳນາດການປົກຄອງ ແລະ ຊາວເມືອງຄູນ ໄດ້ພ້ອມກັນບູລະນະຄືນໃໝ່, ເອົາໃຈໃສ່ປົກປັກຮັກສາສະຖານທີ່ດັ່ງກ່າວ ໃຫ້ເປັນບ່ອນສັກກະລະບູຊາ ແລະ ກາບໄຫວ້ໄປຈົນຊົ່ວລູກຊົ່ວຫລານ.

