Homeສາລະໜ້າຮູ້ສູດລ້າງສານພິດດ້ວຍນໍ້າໝາກໄມ້

ສູດລ້າງສານພິດດ້ວຍນໍ້າໝາກໄມ້

ລະບົບອາຫານ ແລະ ລໍາໄສ້ເຮັດວຽກຊ້າລົງ ເວລາອາຍຸຮອດຫຼັກ 4 ຂື້ນໄປ ສະນັ້ນ ມື້ນີ້ເຮົາຄວນເລືອກ **”ພືດທີ່ມີເຄມີ” (Phytochemicals)** ຢູ່ໃນຫມາກໄມ້ ແລະ ຜັກຫຼາຍຊະນິດ ທີ່ສາມາດຊ່ວຍຟື້ນຟູຮ່າງກາຍຈາກພາຍໃນສູ່ພາຍນອກໄດ້ ຊື່ງສານເຫຼົ່ານີ້ແມ່ນຂອງລໍ້າຄ່າຈາກທໍາມະຊາດ ທີ່ມອບໃຫ້ເພື່ອຕ້ານອະນຸມູນອິດສະຫຼະ ແລະ ໄປທຳລາຍເຊວທີ່ເສຍໃນຮ່າງກາຍໄດ້.

ມື້ນີ້ ເຮົາມີ 3 ສູດນ້ໍາຫມາກໄມ້ ທີ່ສາມາດເຮັດໃຫ້ “ລໍາໄສ້ສະອາດ ຜິວໃສ ເສີມພູມຄຸ້ມກັນ” ມາຝາກລຸ່ມນີ້:

🍊**ສູດທີ 1 : ຊ່ວຍໃຫ້ລະບົບຂັບຖ່າຍ ຫຼຸດອາການແໜ້ນທ້ອງ**

ໃຊ້ **ປັ່ນໝາກນັດ ແລະ ໝາກກ້ຽງ**

* ຫມາກນັດມີ enzymes ທີ່ຊ່ວຍຍ່ອຍອາຫານໄດ້ດີ, ຫຼຸດອາການແໜ້ນທ້ອງ ແລະ ເຮັດໃຫ້ລະບົບຍ່ອຍອາຫານດີຂື້ນ.

🥕 **ສູດທີ 2: ເສີມພູມຄຸ້ມກັນ ກັບ ພູມແພ້**

ໃຊ້ **ປັ່ນຫມາກກ້ຽງ, ຫມາກນາວ ແລະ ແຄລອດ**

* ຈອກນີ້ມີວິຕາມິນຊີ ສູງຫຼາຍ ຊ່ວຍເສີມສ້າງຮ່າງກາຍໃຫ້ມີສຸຂະພາບດີ, ບໍ່ເຈັບປ່ວຍງ່າຍ ແລະ ແຄລອດ ຍັງຊ່ວຍໃຫ້ຜິວເບິ່ງເປັ່ງປະກາຍມີອໍລ້າ.

🥭 **ສູດທີ 3 : ລໍາໄສ້ສະອາດ ລະບົບຂັບຖ່າຍສະດວກ**

ໃຊ້ **ປັ່ນຫມາກມ່ວງ ຫມາກນາວ ແລະ ແຄລອດ** ຫຼື ຈະເລືອກ **ປັ່ນຫມາກກ້ຽງ ຫມາກຫຸ່ງ ແລະ ແຄລອດ** ກໍ່ດີຄືກັນ.

* ສູດນີ້ເນັ້ນໄຟເບີຫຼາຍພິເສດ ຊື່ງຈະເຮັດໃຫ້ລໍາໄສ້ສະອາດ ຫຼຸດອາການແໜ້ນທ້ອງ ເມື່ອລໍາໄສ້ສະອາດແລ້ວ ຜິວຂອງເຮົາກໍ່ຈະສົດໃສເຊັ່ນກັນ.

ການເບີ່ງແຍງສຸຂະພາບຕົນເອງເລີ່ມຕົ້ນງ່າຍໆ ໂດຍເລີ່ມເຮັດດ້ວຍຕົນເອງຢູ່ບ້ານດ້ວຍສ່ວນປະກອບຈາກທໍາມະຊາດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments