ຂ່າວສານຊີອາໄອລາຍງານໃນວັນທີ 1 ພຶດສະພາ ນີ້ວ່າ: ທ່າມກາງການປະທະກັນລະຫວ່າງອາເມຣິກາ-ອິສຣາແອນ ກັບ ອີຣານ ເຮັດໃຫ້ລາຄານໍ້າມັນສູງຂຶ້ນ ແລະ ການສະໜອງນໍ້າມັນເຊື້ອໄຟຢຸດສະງັກ, ອາຊຽນໄດ້ໃຫ້ຄໍາໝັ້ນສັນຍາຈະຫຼີກລ່ຽງຂໍ້ຈໍາກັດທາງການຄ້າ, ພ້ອມທັງຊຸກຍູ້ແຜນການຊົມໃຊ້ນໍ້າມັນເຊື້ອໄຟຮ່ວມກັນ.
ທ່ານນາງ ຄຣິສຕິນາ ໂຣເກິ ລັດຖະມົນຕີກະຊວງການຄ້າຟີລິບປິນ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນພາຍຫຼັງການພົບປະກັນຂອງລັດຖະມົນຕີເສດຖະກິດອາຊຽນທີ່ຈັດຂຶ້ນຫວ່າງບໍ່ດົນມານີ້ວ່າ: ພວກເຮົາຈະຮັກສາການເປີດປະຕູ ແລະ ລັກສະນະຄາດການໄດ້ທາງດ້ານການຄ້າ. ປະເທດສະມາຊິກອາຊຽນໄດ້ເຫັນດີໃນການຫຼີກລ່ຽງການນໍາໃຊ້ມາດຕະການດ້ານການຄ້າທີ່ມີລັກສະນະຈໍາກັດ ຊຶ່ງລວມທັງການຫ້າມສົ່ງອອກເຄື່ອງໃຊ້ທີ່ຈຳເປັນ ແລະ ອື່ນໆ.
ທ່ານກ່າວຕື່ມວ່າ: ໃນໄລຍະທີ່ມີປັດໄຈບໍ່ແນ່ນອນ, ຄວາມຄາດການໄດ້ກໍແມ່ນສະຖຽນລະພາບ, ຂະນະທີ່ສະຖຽນລະພາບເລີ່ມຈາກການຮັກສາການຈໍລະຈອນສິນຄ້າຂ້າມຊາຍແດນ. ທ່ານຍັງກ່າວຕື່ມວ່າ: ອາຊຽນຍັງຈະສຸມໃສ່ຊຸກຍູ້ສັນຍາສະບັບໜຶ່ງກ່ຽວກັບການປະສານງານການຊົມໃຊ້ນໍ້າມັນເຊື້ອໄຟສຸກເສີນຮ່ວມກັນໃນກໍລະນີທີ່ການສະໜອງນໍ້າມັນເຊື້ອໄຟຢຸດສະງັກໃຫ້ໄດ້ຮັບການອະນຸຍາດ.

