Homeຂ່າວຕ່າງປະເທດເຂດ​ທີ່ໃຊ້​ເງິນ​ເອີ​ໂຣເຕີບ​ໂຕ​ຊັກ​ຊ້າ ແລະ ລະ​ດັບ​ເງິນ​ເຟີ້​ເພີ່ມ​ຂຶ້ນ

ເຂດ​ທີ່ໃຊ້​ເງິນ​ເອີ​ໂຣເຕີບ​ໂຕ​ຊັກ​ຊ້າ ແລະ ລະ​ດັບ​ເງິນ​ເຟີ້​ເພີ່ມ​ຂຶ້ນ

ຂ່າວສານຊີອາໄອລາຍງານວ່າ: ຂໍ້​ມູນຫຼ້າ​ສຸດ​ທີ່​ອົງ​ການ​ສະ​ຖິ​ຕິ​ສະ​ຫະ​ພາບ​ເອີ​ຣົບ​ເປີດ​ເຜີຍ​ໃນ​ວັນ​ທີ 30 ເມ​ສາ​ຜ່ານ​ມາ​ ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຂອງ​ເຂດ​ທີ່ໃຊ້​ເງິນ​ເອີ​ໂຣ​ຊັກ​ຊ້າ ແລະ ລະ​ດັບ​ເງິນ​ເຟີ້​ເພີ່ມ​ຂຶ້ນ. ພາຍ​ໃຕ້​ສະ​ພາບການ​ປະ​ທະ​ກັນທີ່ເກີດຂຶ້ນ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ເຮັດ​ໃຫ້​ລາ​ຄາ​ພະ​ລັງ​ງານ​ເພີ່ມ​ຂຶ້ນຢ່າງວ່ອງໄວ, ອະນາຄົດຂອງເສດ​ຖະ​ກິດ​ເຂດທີ່​ໃຊ້​ເງິນ​ເອີ​ໂຣ​ບໍ່​ຈະ​ແຈ້ງ ແລະ ຄວາມ​ສ່ຽງທີ່ເສດຖະກິດຢຸດຈຶ້ງຜະສົມຜະສານກັບພາວະເງິນເຟີ້ພວມ​ເພີ່ມ​ສູງ​ຂຶ້ນ.

ນັກ​ວິ​ເຄາະ​ເຫັນ​ວ່າ: ການ​ປະ​ທະ​ກັນທີ່ເກີດຂຶ້ນ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ​ເຮັດ​ໃຫ້​ການ​ສະ​ໜອງ​ພະ​ລັງ​ງານ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ເຄັ່ງ​ຕຶງ​ຂຶ້ນ, ລາ​ຄາ​ສູງ​ຂຶ້ນ ແລະ ບັ່ນ​ທອນ​ຄວາມ​ໝັ້ນ​ໃຈ​ຂອງວິ​ສາ​ຫະ​ກິດ​ ແລະ ຜູ້​ບໍ​ລິ​ໂພກ. ອົງ​ການກອງ​ທຶນ​ເງິນ​ຕາ​ສາ​ກົນ ​ເຕືອນ​ວ່າ: ລາ​ຄາ​ສິນ​ຄ້າ​ເພີ່ມ​ສູງ​ຂຶ້ນ ແລະ ການ​ເຄື່ອນ​ໄຫ​ວ​ດ້ານ​ເສດ​ຖະ​ກິດ​ຊ້​າ​ລົງ​ພວມ​ເຮັດ​ໃຫ້​ເຂດ​ທີ່ໃຊ້​ເງິນ​ເອີ​ໂຣ​ກ້າວ​ໄປ​ສູ່ສະພາບທີ່ເສດຖະກິດຢຸດຈຶ້ງຜະສົມຜະສານກັບພາວະເງິນເຟີ້. ນັກ​ເສດ​ຖະ​​ສາດຫຼາຍ​ທ່ານ​ຊີ້​ອອກວ່າ: ນະ​ໂຍ​ບາຍ​ເງິນ​ຕາ​ຂອງ​ທະ​ນາ​ຄານ​ກາງ​ເອີ​ຣົບ​ຈະພົບຄວາມຫຍຸ້ງຍາກໃນການ​ຕັດ​ສິນ​ນະ​ໂຍ​ບາຍ, ຕ້ອງ​ສະ​ແຫວງ​ຫາ​ຄວາມ​ດຸ່ນ​ດ່ຽງ​ລະ​ຫວ່າງ​ການ​ສະ​ກັດ​ກັ້ນ​ລະ​ດັບ​ເງິນ​ເຟີ້​ເພີ່ມ​ຂຶ້ນ ແລະ ເສດ​ຖ​ະ​ກິດ​ເຕີບ​ໂຕ​ຊ້າ​ລົງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments