Homeຂ່າວຕ່າງປະເທດWTO ກຽມ​ຈະ​ຕັດ​ງົບ​ປະ​ມານ 10% ຍ້ອນ​ອາ​ເມ​ຣິ​ກາ​ບໍ່​ຈ່າຍ​ຄ່າ​ທຳ​ນຽມສະມາຊິກ

WTO ກຽມ​ຈະ​ຕັດ​ງົບ​ປະ​ມານ 10% ຍ້ອນ​ອາ​ເມ​ຣິ​ກາ​ບໍ່​ຈ່າຍ​ຄ່າ​ທຳ​ນຽມສະມາຊິກ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 1 ພຶດ​ສະ​ພາ​ ຜ່ານມານີ້ ​(ຕາມ​ເວ​ລາ​ທ້ອງ​ຖິ່ນ), ເອ​ກະ​ສານ​ສະ​ບັບ​ໜຶ່ງ​ຂອງ​ອົງ​ການ​ການ​ຄ້າ​ໂລກ ຫຼື WTO ສະ​ແດງ​ໃຫ້​ເຫັນ​ວ່າ: ຍ້ອນ​ວ່າ​ອາ​ເມ​ຣິ​ກາ​ໄດ້​​ຢຸດ​ຕິ​ການ​ຈ່າຍ​ຄ່າ​ທຳ​ນຽມ​ສະມາຊິກອີກຄັ້ງ ແລະ ປະ​ເທດ​ສະ​ມາ​ຊິກນັບ​ມື້​ນັບຫຼາຍ​ບໍ່​ໄດ້​ຈ່າຍ​ຄ່າ​ທຳ​ນຽມ​ຕາມ​ເວ​ລາ​ກຳ​ນົດ​, WTO ກຽມ​ຈະ​ຕັດ​ງົບ​ປະ​ມານ​ລາຍ​ຈ່າຍ​ລົງ 10%, ມາດ​ຕະ​ການ​ທີ່​ກ່ຽວ​ຂ້ອງ​ລວມ​ທັງ​ໂຈະ​ການ​ຮັບ​ສະ​ໝັກ​ພະ​ນັກ​ງານ ແລະ ຢຸດ​ຕິ​ການຮັບ​ຈ້າງ​ພະ​ນັກ​ງານ​ໄລ​ຍະ​ສັ້ນ.

ຂ່າວລະບຸວ່າ: ໃນວັນ​ທີ 30 ເມ​ສາ​ຜ່ານ​ມາ, ທ່ານ​ ອັນ​ໂຕ​ນິ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ກ່າວ​ວ່າ: ການຈ່າຍ​ຄ່າ​ທຳ​ນຽມ​ແມ່ນ​ພັນ​ທະ​ຂອງ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ເປັນ​ເລື່ອງ​ທີ່​ໂຕ້​ຖຽງ​ບໍ່​ໄດ້.

ໂຕ​ເລກ​ຂໍ້​ມູນ​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ມາ​ຮອດ​ຕົ້ນ​ເດືອນ​ກຸມ​ພາ​ປີ​ນີ້, ອາ​ເມ​ຣິ​ກາ​ໄດ້​ຄ້າງຊຳລະຄ່າ​ທຳ​ນຽມ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຊຶ່ງລວມ​ທັງ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ ແລະ ສານ​ອົງ​ກາ​ນສະ​ຫະ​ປະ​ຊາ​ຊາດ​ ທັງ​ໝົດ​ປະ​ມານ 4.6 ຕື້​ໂດ​ລາ, ຄ້າງຊຳລະ​ຄ່າ​ທຳ​ນຽມ​ອົງ​ການ​ອຸຍ​ແນັສ​​ໂກ​ ຫຼາຍກວ່າ 600 ລ້ານ​ໂດ​ລາ. ນອກນີ້ ກ່ອນຈະ​ຖອນ​ຕົວ​ອອກ​ຈາກ WTO, ອາເມຣິກາ ຍັງຄ້າງຊຳລະຄ່າ​ທຳ​ນຽມ​ປີ 2024 ແລະ ປີ 2025 ປະ​ມານ 278 ລ້ານ​ໂດ​ລາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments