ວິທະຍຸກະຈາຍສຽງ ຫວຽດນາມ: ວັນທີ 28 ເມສາ, ບໍລິສັດ ວິເຄາະຂໍ້ມູນ ການເດີນເຮືອ Kpler ໄດ້ປະກາດ ຂໍ້ມູນ ໂດຍຊີ້ໃຫ້ເຫັນວ່າ ກໍາປັ່ນຂົນສົ່ງ ອາຍແກັສແຫລວ (LNG) Mubaraz ໂດຍບໍລິສັດ Adnoc ຂອງ ສະຫະນະຄອນ ເອເຣັດອາຣັບ (UAE) ເຄື່ອນໄຫວ ໄດ້ເດີນທາງ ອອກຈາກ ອ່າວເປີເຊຍ ຜ່ານຊ່ອງແຄບ ທະເລຮໍມຸດ ເມື່ອເດືອນເມສານີ້, ຊຶ່ງເປັນກໍາປັ່ນຂົນສົ່ງ ອາຍແກັສແຫລວລຳທຳອິດ ທີ່ ຂົນສົ່ງສິນຄ້າ ອອກຈາກອ່າວ ເປີເຊຍ ນັບແຕ່ການປະທະກັນ ເກີດຂຶ້ນ ໃນທ້າຍເດືອນ ກຸມພາ.
ຕາມຂໍ້ມູນວິເຄາະ ການເດີນກຳປັ່ນ ສາກົນ, ເຖິງແມ່ນວ່າ ຄຳສັ່ງຢຸດຍິງ ສ.ອາເມລິກາ-ອີຣານ ໄດ້ຮັບການຜັນຂະຫຍາຍໄດ້ 3 ອາທິດ ແລ້ວກໍຕາມ, ແຕ່ມີກໍາປັ່ນຂົນສົ່ງ ສິນຄ້າ ບັນດາ ປະເພດ ນັບຮ້ອຍລຳ ພ້ອມດ້ວຍ ຈຸເຮືອ ຫລາຍກວ່າ 20.000 ຄົນ ທີ່ມາຈາກ ຫລາຍປະເທດ ທີ່ແຕກຕ່າງກັນ ພວມຖືກຕິດຄ້າງ ຢູ່ອ່າວ ເປີເຊຍ ແລະ ພວມຜະເຊີນໜ້າກັບ ເງື່ອນໄຂ ການດຳລົງຊີວິດ ທີ່ນັບມື້ມີການທ້າທາຍ./

