ພິທີຍ່າງເພື່ອສຸຂະພາບ ສະເຫລີມສະຫລອງວັນກຳມະກອນສາກົນ ຄົບຮອບ 140 ປີ (1/5/1886-1/5/2026) ພາຍໃຕ້ຄໍາຂວັນ: “ກຳມະບານລາວເຂັ້ມແຂງ, ທັນສະໄໝ, ສາມັກຄີ, ມີວິໄນ ແລະ ນໍ້າໃຈສາກົນກຳມະຊີບ” ຈັດຂຶ້ນໃນວັນທີ 1 ພຶດສະພາ 2026 ຢູ່ສວນປະຕູໄຊ ນະຄອນຫລວງວຽງຈັນ ໂດຍມີ ທ່ານ ກິແກ້ວ ໄຂຄຳພິທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ປະທານ, ຮອງປະທານ ສະຫະພັນກໍາມະບານກະຊວງ, ອົງການ, ນະຄອນຫລວງວຽງຈັນ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນປະຈໍາລາວ, ພະນັກງານ-ລັດຖະກອນ, ສະມາຊິກກໍາມະບານ, ກໍາມະກອນ, ຜູ້ອອກແຮງງານ ແລະ ມວນຊົນຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ໄດ້ຍົກໃຫ້ເຫັນ ປະຫວັດແຫ່ງການກໍາເນີດເຕີບໃຫຍ່ ຂອງວັນກໍາມະກອນສາກົນ ຄົບຮອບ 140 ປີ ເຊິ່ງເປັນວັນທີ່ມີຄວາມໝາຍສຳຄັນຢ່າງຍິ່ງ ສຳລັບຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນທີ່ຊົນຊັ້ນກຳມະກອນໄດ້ເຕົ້າໂຮມຄວາມສາມັກຄີກັນ ລຸກຮືຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດ ເພື່ອທວງເອົາສິດທິພື້ນຖານຂອງພົນລະເມືອງ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ ຈາກພວກນານາຍທຶນ ເຊິ່ງໃນສັດຕະວັດທີ XVIII ຫາຕົ້ນ ສັດຕະວັດທີ XIX ຊົນຊັ້ນກໍາມະກອນຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ພວກນາຍທຶນ ໄດ້ບັງຄັບໃຫ້ກຳມະກອນອອກແຮງງານ 14-15 ຊົ່ວໂມງຕໍ່ມື້ ອອກແຮງງານໜັກແຕ່ໄດ້ຄ່າແຮງງານຕໍ່າ, ການປ້ອງກັນສຸຂະພາບ, ຄວາມປອດໄພບໍ່ດີ ແລະ ບໍ່ເອົາໃຈໃສ່ຕໍ່ຊີວິດການເປັນຢູ່ ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງນັບມື້ນັບຮຸນແຮງ ຍ້ອນສາຍເຫດດັ່ງກ່າວ ຈຶ່ງມີຫລາຍຂະບວນການຂອງກຳມະກອນລຸກຂຶ້ນຕໍ່ສູ້ ອັນພົ້ນເດັ່ນກວ່າໝູ່ ໃນວັນທີ 1 ພຶດສະພາ 1886 ຢູ່ປະເທດອາເມລິກາ ຢູ່ຕົວເມືອງຊິກາໂກ ເປັນຄັ້ງທໍາອິດທີ່ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ມີການຕໍ່ສູ້ຖືເອົາເນື້ອໃນຂອງຖະແຫລ່ງການຮຽກຮ້ອງໃຫ້ພວກນາຍທຶນ ຕ້ອງປະຕິບັດຕາມການສະເໜີ ຂອງກໍາມະກອນວ່າ: ແຕ່ນີ້ຕໍ່ໄປບໍ່ໃຫ້ກໍາມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້ (8 ຊົ່ວໂມງເຮັດວຽກ, 8 ຊົ່ວໂມງຕ້ອງພັກຜ່ອນ, 8 ຊົ່ວໂມງໃຫ້ມີໂອກາດໄດ້ຮໍ່າຮຽນ). ຫລັງຈາກນັ້ນ, ໄດ້ກໍານົດເອົາວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນ. ນັບແຕ່ນັ້ນມາ ວັນທີ 1 ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກໍາມະກອນ ແລະ ຜູ້ອອກແຮງງານໃນທົ່ວໂລກ, ເປັນວັນແຫ່ງມະຫາສາມັກຄີຂອງຊົນຊັ້ນກຳມະກອນທົ່ວໂລກ ທີ່ໄດ້ສະແດງພະລັງແຮງທີ່ເຂັ້ມແຂງຂອງຕົນ ແລະ ມີການສະເຫລີມສະຫລອງຢ່າງຄຶກຄື້ນ ໃນແຕ່ລະປີ ຢູ່ຫລາຍປະເທດໃນທົ່ວໂລກ.

ທ່ານ ວິໄລ ວົງຂະເສີມ ຍັງໄດ້ຕາງໜ້າໃຫ້ຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ ຮຽກຮ້ອງມາຍັງການຈັດຕັ້ງພັກ-ລັດ, ການຈັດຕັ້ງກໍາມະບານແຕ່ລະຂັ້ນ, ບັນດາຫົວໜ່ວຍແຮງງານ ແລະ ສັງຄົມຈົ່ງເພີ່ມທະວີຄວາມຮັບຜິດຊອບຂອງຕົນ ຕໍ່ກັບການສຶກສາອົບຮົມ, ຊ່ວຍເຫລືອ, ກໍ່ສ້າງ ແລະ ພັດທະນາຊົນຊັ້ນ ກໍາມະກອນລາວ, ຜູ້ອອກແຮງງານລາວບັນດາເຜົ່າ ໃຫ້ເຕີບໃຫຍ່ເຂັ້ມແຂງທາງດ້ານປະລິມານ ແລະ ຄຸນນະພາບ ສົມຄູ່ກັບຄວາມຮຽກຮ້ອງຕ້ອງການໃນການພັດທະນາ ໃນໄລຍະໃໝ່, ຈົ່ງພ້ອມກັນ ເຫັນຄຸນຄ່າ ຂອງແຮງງານກໍາມະກອນ ແລະ ຜູ້ອອກແຮງງານ, ປົກປ້ອງສິດຜົນປະໂຫຍດ ອັນຊອບທໍາ ຂອງເຂົາເຈົ້າ ດ້ວຍການໃຫ້ກຽດສັກສີ, ຄວາມສະເໜີພາບ, ລາຍຮັບທີ່ເປັນທຳ ແລະ ການອອກແຮງງານທີ່ປອດໄພ. ພ້ອມດຽວກັນກໍຮຽກຮ້ອງມາຍັງກໍາມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າ ຈົ່ງສາມັກຄີປຸ້ມລຸມກັນເຂົ້າ ຢູ່ອ້ອມຂ້າງພັກ-ລັດ, ອ້ອມຂ້າງການຈັດຕັ້ງກໍາມະບານ ໃຫ້ສືບຕໍ່ຝຶກຝົຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນກຳລັງແຮງງານທີ່ເຂັ້ມແຂງ ແລະ ມີລະບຽບວິໄນ ໃນການອອກແຮງງານ, ເສີມຂະຫຍາຍຄຸນລັກສະນະອັນດີເລີດ, ທາດແທ້, ມູນເຊື້ອອັນດີງາມ ຂອງຊົນຊັ້ນກໍາມະກອນສາກົນ ໃຫ້ກາຍເປັນກໍາລັງຫລັກແຫລ່ງ ໃນຂະບວນການສ້າງສາພັດທະນາເສດຖະກິດ- ສັງຄົມ ຂອງປະເທດຊາດ.

