ໃນຕອນຄໍ່າວັນທີ 30 ເມສາ 2026, ທີ່ ນະຄອນຫລວງປັກກິ່ງ, ສປ ຈີນ, ສະຖານເອກອັກຄະລັດ ຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ຮ່ວມກັບ ສະມາຄົມມິດຕະພາບປະຊາຊົນຈີນກັບຕ່າງປະເທດ ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບ ລາວ-ຈີນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ; ສະຫາຍ ລີ ຫົງຈົງ ກໍາມະການກົມການ ເມືອງສູນກາງພັກ, ຮອງປະທານ ແລະ ຮອງເລຂາຄະນະພັກ ຄະນະປະຈໍາສະພາປະຊາຊົນແຫ່ງຊາດ ແຫ່ງ ສປ ຈີນ, ສະຫາຍ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ, ສະຫາຍ ນາງ ຮົວ ຊຸນອິງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ, ມີຄະນະນໍາກະຊວງກ່ຽວຂ້ອງ, ບັນດາທູຕານຸທູດຕ່າງ ປະເທດ ປະຈໍາ ສປ ຈີນ, ຂະແໜງການກ່ຽວຂ້ອງຂອງທັງສອງຝ່າຍ, ອະດີດຊ່ຽວຊານ ແລະ ອະດີດທະຫານ ອາສາສະໝັກຈີນ ເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ແລະ ສະຫາຍ ລີ ຫົງຈົງ ໄດ້ພັດປ່ຽນກັນຂຶ້ນກ່າວຄໍາ ປາໄສ ໂດຍໄດ້ຍົກໃຫ້ເຫັນເຖິງມູນເຊື້ອຂອງການພົວພັນຮ່ວມມື ລາວ-ຈີນ, ຈີນ-ລາວ ຕະຫລອດໄລຍະ 65 ປີຜ່ານ ມາ. ລາວ ແລະ ຈີນ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 25 ເມສາ 1961, ຊຶ່ງຖືເປັນຂີດໝາຍປະ ຫວັດສາດທີ່ສຳຄັນໃນການພົວພັນລະຫວ່າງສອງປະເທດ, ທັງໄດ້ເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການເສີມຂະ ຫຍາຍການພົວພັນຮ່ວມມືຂອງສອງປະເທດ. ໃນຖານະເປັນປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພູສາຍນ້ຳຕິດຈອດ ກັນ, ມີມິດຕະພາບອັນຍາວນານ ແລະ ຮ່ວມຊາຕາກຳນຳກັນ, ຕະຫລອດ 65 ປີຜ່ານມາ ການພົວພັນສອງຝ່າຍ ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ຈາກການພົວພັນຄູ່ຮ່ວມ ຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ໄດ້ສືບຕໍ່ຍົກສູງຂຶ້ນເປັນ ຄູ່ຮ່ວມຊາຕາກຳ ລາວ-ຈີນ, ຈີນ-ລາວ. ໃນເດືອນເມສາ 2019 ການນຳສູງສຸດຂອງສອງປະເທດໄດ້ລົງນາມແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມ ຊາຕາກຳ ລາວ-ຈີນ, ຈີນ-ລາວ ສະບັບທຳອິດ (2019-2023) ອັນເປັນນິມິດໝາຍທີ່ມີຄວາມໝາຍຍຸດທະສາດ ໃນການຮັດແໜ້ນການພົວພັນຮ່ວມມືສອງຝ່າຍໃນຍຸກສະໄໝໃໝ່, ຊຶ່ງຕອບສະໜອງຕາມຄວາມມຸ່ງມາດປາຖະໜາ ຂອງປະຊາຊົນສອງຊາດ, ທັງສອດຄ່ອງກັບທ່າອ່ຽງລວມຂອງຍຸກສະໄໝ.

ປັດຈຸບັນ, ລາວ ແລະ ຈີນ ຢູ່ໃນໄລຍະແຫ່ງການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມ ຊາຕາກຳ ລາວ-ຈີນ, ຈີນ-ລາວ ສະບັບທີ 2 (2024-2028) ຊຶ່ງໄດ້ກໍານົດທິດທາງ ແລະ ລະດັບຄາດໝາຍ ແນໃສ່ເຮັດໃຫ້ການພົວພັນຮ່ວມມືສອງຝ່າຍກ້າວສູ່ມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບທີ່ສູງຂຶ້ນກວ່າເກົ່າ ແລະ ເປັນພະລັງຂັບເຄື່ອນໃໝ່ ເພື່ອເຮັດໃຫ້ການພົວພັນຮ່ວມມືສອງຝ່າຍ ມີຄວາມເຂັ້ມແຂງ ແລະ ມີປະສິດທິ ຜົນຍິ່ງຂຶ້ນ. ທັງສອງປະເທດຍັງໄດ້ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນການປົກປ້ອງຜົນປະໂຫຍດແຫ່ງຊາດ ອັນເປັນແກນກາງຂອງກັນ ແລະ ກັນ, ທັງປະສານສົມທົບກັນຢ່າງແໜ້ນແຟ້ນໃນເວທີພາກພື້ນ ແລະ ສາກົນ.
ຕະຫລອດໄລຍະ 65 ປີຜ່ານມາ, ການພົວພັນ ແລະ ການຮ່ວມມືມິດຕະພາບທີ່ເປັນມູນເຊື້ອອັນດີງາມ ລະຫວ່າງສອງປະເທດ ລາວ-ຈີນ, ຈີນ-ລາວ ໄດ້ຜ່ານການທົດສອບໃນໄລຍະເວລາປະຫວັດສາດທີ່ສຳຄັນຕ່າງໆ ຂອງປະຊາຊົນສອງຊາດ, ວາງຮາກຖານອັນແຂງແກ່ນ ແລະ ເປັນມໍລະດົກອັນລ້ຳຄ່າໃຫ້ແກ່ການພົວພັນຮ່ວມມື ຂອງສອງປະເທດໃນປັດຈຸບັນ. ການຮ່ວມມືດ້ານການເມືອງມີຄວາມໜັກແໜ້ນ, ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃນລະດັບສູງ, ການພົວພັນຮ່ວມມື ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ທີ່ມີມູນເຊື້ອມາແຕ່ດົນນານ ສືບຕໍ່ໄດ້ຮັບການຮັດແໜ້ນ ແລະ ເຂົ້າສູ່ລວງເລິກ ອັນໄດ້ເປັນພື້ນຖານທີ່ສຳຄັນໃຫ້ແກ່ ການເປີດກວ້າງ ແລະ ເສີມຂະຫຍາຍການພົວພັນຮ່ວມມືໃນຂົງເຂດອື່ນໆ. ການຮ່ວມມືທາງດ້ານການຄ້າ ແລະ ການ ລົງທຶນ ແມ່ນໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ການລົງທຶນຂອງ ສປ ຈີນ ຍັງຄອງລໍາດັບໜຶ່ງຂອງການລົງທຶນຕ່າງ ປະເທດ ຢູ່ ສປປ ລາວ. ການເປີດບໍລິການນໍາໃຊ້ ລົດໄຟ ລາວ-ຈີນ ນັບແຕ່ວັນທີ 3 ທັນວາ 2021 ເປັນຕົ້ນມາ ໄດ້ເຮັດໃຫ້ການຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າ ມີທ່າອ່ຽງເພີ່ມຂຶ້ນທຸກປີ, ອັນໄດ້ເປັນການສະໜັບສະໜູນຍຸດ ທະສາດການເຊື່ອມໂຍງ ແລະ ເຊື່ອມຈອດກັບຂົງເຂດ ແລະ ພາກພື້ນ ຂອງ ສປປ ລາວ ຢ່າງຕັ້ງໜ້າ, ລວມທັງ ໄດ້ເປັນການສົ່ງເສີມການເຊື່ອມໂຍງ ແລະ ເຊື່ອມຈອດ ພາກພື້ນດິນ ລະຫວ່າງ ສປ ຈີນ ແລະ ອາຊຽນ ອີກດ້ວຍ. ນອກຈາກນັ້ນ, ສອງປະເທດ ລາວ ແລະ ຈີນ ຍັງໄດ້ມີການຮ່ວມມືຢ່າງໃກ້ຊິດໃນວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ວັດທະນະທຳ-ສັງຄົມ, ເຕັກນິກ-ວິທະຍາສາດ ແລະ ດ້ານອື່ນໆ.

ໃນໂອກາດດຽວກັນນີ້, ສປປ ລາວ ໄດ້ຍືນຍັນຄືນເຖິງການຍຶດໝັ້ນຫລັກການຈີນດຽວ ຢ່າງສະເໝີຕົ້ນສະ ເໝີປາຍ, ສະໜັບສະໜູນແຕ່ຫົວທີ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າ ໃນຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”, ສືບຕໍ່ໃຫ້ ການສະໜັບສະໜູນ ແລະ ເຂົ້າຮ່ວມບັນດາຂໍ້ລິເລີ່ມ ວ່າດ້ວຍການພັດທະນາໃນທົ່ວໂລກ, ຄວາມໝັ້ນຄົງໃນທົ່ວ ໂລກ, ອະລິຍະທໍາໃນທົ່ວໂລກ ແລະ ການປົກຄອງໃນທົ່ວໂລກ ທີ່ສະເໜີໂດຍ ປະທານ ສີ ຈິ້ນຜິງ ເພື່ອຮ່ວມກັນ ສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດທີ່ນຳເອົາສັນຕິພາບ, ສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງ ມາສູ່ພາກພື້ນ ແລະ ໃນໂລກ.
ໃນພິທີສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະ ພາບ ລາວ-ຈີນ ຍັງມີການວາງສະແດງຮູບພາບທີ່ສະແດງເຖິງມູນເຊື້ອແຫ່ງການພົວພັນຮ່ວມມື ລາວ-ຈີນ ແລະ ມີການສະແດງສີລະປະລາວ-ຈີນ ອີກດ້ວຍ. ພິທີສະເຫລີມສະຫລອງດັ່ງກ່າວ ໄດ້ດໍາເນີນໄປດ້ວຍບັນຍາກາດແຫ່ງ ໄມຕີຈິດມິດຕພາບອັນອົບອຸ່ນ, ຄຶກຄື້ນມ່ວນຊື່ນ ແລະ ສໍາເລັດຜົນຢ່າງຈົບງາມ.

