Homeຂ່າວພາຍໃນວຽງຈັນຈັດສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫລວງ

ວຽງຈັນຈັດສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫລວງ

ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ແຂວງວຽງຈັນ ຈັດສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫລວງ ພາຍໃຕ້ຄຳຂວັນ “ດື່ມຢ່າງມີສະຕິ, ເມົາບໍ່ຂັບລົດ” ໃນວັນທີ 30 ເມສາ 2026 ຜ່ານມາ ໂດຍມີ ທ່ານ ສີວຽງໄຊ ອໍລະບູນ ຮອງປະທານຄະນະກຳມະການປົກຄອງແຂວງວຽງຈັນ, ທ່ານ ຄຳມອນ ສີສອນສັກ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄໍາມອນ ສີສອນສັກ ໄດ້ກ່າວວ່າ: ງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫລວງ ຂັ້ນແຂວງ ປະຈຳປີ 2026 ຈັດຂຶ້ນພາຍໃຕ້ຄຳຂວັນ “ດື່ມຢ່າງມີສະຕິ, ເມົາບໍ່ຂັບລົດ” ຈຸດປະສົງກໍເພື່ອຈັດຕັ້ງຜັນຂະຫຍາຍຍຸດທະສາດແຫ່ງຊາດດ້ານຄວາມປອດໄພທາງຫລວງ ໃນໄລຍະ 2021-2030 ເພື່ອເຮັດໃຫ້ອັດຕາຜູ້ບາດເຈັບສາຫັດ ແລະ ເສຍຊີວິດ ຫລຸດລົງ 50% ໃນປີ 2030 ທັງເປັນການກະຕຸກຊຸກຍູ້ໃຫ້ທຸກພາກສ່ວນມີສ່ວນຮ່ວມໃນການປ້ອງກັນ, ແກ້ໄຂວຽກງານ ຄວາມປອດໄພຕາມທາງຫລວງ ໃຫ້ຜູ້ຂັບຂີ່ມີສະຕິຕື່ນຕົວ ເອົາໃຈໃສ່ຈັດຕັ້ງປະຕິບັດກົດລະບຽບຈະລາຈອນທາງບົກ, ຂັບຂີ່ລົດ ໃຫ້ມີຄວາມປອດໄພ ເປັນລະບຽບຮຽບຮ້ອຍ, ຫລຸດຜ່ອນອຸບັດເຫດຕາມທາງຫລວງ; ປູກຈິດສໍານຶກ ໃຫ້ທົ່ວສັງຄົມຮັບຮູ້ວ່າ “ຄວາມປອດໄພເລີ່ມຕົ້ນທີ່ຕົວເຮົາເອງ”, ປ່ຽນພຶດຕິກໍາ ໃຫ້ການ “ເມົາບໍ່ຂັບ” ກາຍເປັນວັດທະນະທຳໃໝ່ໃນການໃຊ້ລົດໃຊ້ຖະໜົນ; ຫລຸດຜ່ອນອຸບັດເຫດ: ເພື່ອໃຫ້ທຸກຄອບຄົວໄດ້ຢູ່ຮ່ວມກັນຢ່າງມີຄວາມສຸກ ແລະ ບໍ່ຕ້ອງມີໃຜສູນເສຍຄົນຮັກຍ້ອນຄວາມປະໝາດ.

ສໍາລັບແຂວງວຽງຈັນ ໃນປີ 2025 ຜ່ານມາ ມີການເກີດອຸບັດເຫດ 745 ຄັ້ງ, ຄົນເກີດອຸບັດເຫດ 1.062 ຄົນ, ໃນນັ້ນມີຜູ້ບາດເຈັບເລັກນ້ອຍ 574 ຄົນ, ເຈັບສົມຄວນ 334 ຄົນ, ເຈັບສາຫັດ 85 ຄົນ ແລະ ມີຜູ້ເສຍຊີວິດ 69 ຄົນ.

ໂອກາດນີ້, ທ່ານ ສີວຽງໄຊ ອໍລະບູນ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ, ທຸກຂະແໜງການ ແລະ ທົ່ວສັງຄົມ ຈົ່ງໄດ້ພ້ອມກັນຮ່ວມແຮງຮ່ວມໃຈປະຕິບັດກົດຈະລາຈອນຢ່າງເຂັ້ມງວດ ແລະ ໂຄສະນາປູກຈິດສໍານຶກ ກ່ຽວກັບວຽກງານຄວາມປອດໄພທາງຫລວງ ຂັ້ນແຂວງ ໃຫ້ທົ່ວສັງຄົມຮັບຮູ້ ເພື່ອຈຳກັດ, ຫລຸດຜ່ອນອຸບັດເຫດທາງຫລວງ, ເພື່ອປົກປ້ອງຊີວິດ-ຊັບສິນຂອງປະຊາຊົນ ຂອງຊາດ ກໍຄືການປົກປ້ອງ ສຸຂະພາບ ແລະ ສະຫວັດດີການສັງຄົມ.

ໃນພິທີຍັງໄດ້ມີການຍ່າງເພື່ອສຸຂະພາບ, ຊົມການສະແດງສິລະປະ ແລະ ລະຄອນສັ້ນ ກ່ຽວກັບຄວາມປອດໄພທາງຫລວງຕື່ມອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments