Homeຂ່າວພາຍໃນຮອງລັດຖະມົນຕີ ຮສສ ຢ້ຽມຢາມ-ຊຸກຍູ້ ຫົວໜ່ວຍແຮງງານ ໂອກາດວັນກໍາມະກອນສາກົນ

ຮອງລັດຖະມົນຕີ ຮສສ ຢ້ຽມຢາມ-ຊຸກຍູ້ ຫົວໜ່ວຍແຮງງານ ໂອກາດວັນກໍາມະກອນສາກົນ

ໃນໂອກາດສະເຫລີມສະຫລອງວັນກໍາມະກອນສາກົນ ຄົບຮອບ 140 ປີ (1 ພຶດສະພາ 1886-1 ພຶດສະພາ 2026), ໃນວັນທີ 30 ເມສາ 2026 ຜ່ານມາ, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ບັນດາຫົວໜ່ວຍແຮງງານພາຍໃນນະຄອນຫລວງວຽງຈັນ ເພື່ອຕິດຕາມສະພາບການອອກແຮງງານ ແລະ ໃຫ້ກຳລັງໃຈແກ່ກຳມະກອນລາວ.

ໃນການລົງເຄື່ອນໄຫວຄັ້ງນີ້, ທ່ານຮອງລັດຖະມົນຕີ ພ້ອມຄະນະ ໄດ້ຢ້ຽມຢາມ 2 ຫົວໜ່ວຍແຮງງານທີ່ສຳຄັນ ຄື: ບໍລິສັດ ໂຮຢາ ລາວ ຈຳກັດ ແລະ ບໍລິສັດ ຈົງທຸ້ມ ໂຊລ້າ ເຕັກໂນໂລຊີ (ລາວ) ຈຳກັດຜູ້ດຽວ. ໃນແຕ່ລະແຫ່ງ, ທ່ານໄດ້ຮັບຟັງການລາຍງານໂດຍສັງເຂບກ່ຽວກັບສະພາບການດຳເນີນທຸລະກິດ, ການຄຸ້ມຄອງແຮງງານ ແລະ ການຈັດຕັ້ງປະຕິບັດນະໂຍບາຍຕ່າງໆ ຕໍ່ຜູ້ອອກແຮງງານ. ພ້ອມນີ້, ທ່ານຍັງໄດ້ລົງຢ້ຽມຢາມຂັ້ນຕອນການຜະລິດ ແລະ ພົບປະໂອ້ລົມກັບກໍາມະກອນຢ່າງໃກ້ຊິດ.

ໃນໂອກາດນີ້, ທ່ານ ພົງໄຊສັກ ອິນຖາລາດ ໄດ້ມີຄຳເຫັນເນັ້ນໜັກໃຫ້ບັນດາຜູ້ປະກອບການ ແລະ ຜູ້ອອກແຮງງານ ເອົາໃຈໃສ່ບາງບັນຫາທີ່ສຳຄັນ ເປັນຕົ້ນແມ່ນ ການປົກປ້ອງສິດຜົນປະໂຫຍດ ສະຫວັດດີການດ້ານນະໂຍບາຍຕ່າງໆ: ໃຫ້ຜູ້ປະກອບການປະຕິບັດກົດໝາຍ ວ່າດ້ວຍແຮງງານ ແລະ ລະບຽບການປະກັນສັງຄົມຢ່າງເຂັ້ມງວດ , ຄ່າຈ້າງເງິນເດືອນສົມເຫດສົມຜົນເພື່ອດຶງດູດແຮງງານ, ເພື່ອຍົກສູງຄຸນນະພາບຊີວິດຂອງແຮງງານໃຫ້ດີຂຶ້ນ; ຄວາມປອດໄພ ແລະ ສຸຂະພາບແຮງງານ: ເນັ້ນໃຫ້ສ້າງສະພາບແວດ ລ້ອມໃນການເຮັດວຽກທີ່ດີ, ມີຄວາມປອດໄພທັງທາງດ້ານຮ່າງກາຍ ແລະ ຈິດໃຈ, ເພື່ອຫລຸດຜ່ອນອຸບັດເຫດ ແລະ ພະຍາດອາຊີບໃຫ້ກາຍເປັນສູນ; ການພັດທະນາສີມືແຮງງານ: ຊຸກຍູ້ໃຫ້ແຮງງານລາວມີຄວາມຕື່ນຕົວໃນການພັດທະນາຕົນເອງໃຫ້ມີທັກສະ, ສີມື ແລະ ລະບຽບວິໄນ ເພື່ອເປັນກຳລັງແຮງຫຼັກໃນການຂັບເຄື່ອນເສດຖະ ກິດ-ສັງຄົມ ຂອງຊາດໃຫ້ມີຄວາມເຂັ້ມແຂງ. ພ້ອມນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ຍ້ອງຍໍຊົມເຊີຍບັນດາຫົວໜ່ວຍແຮງງານ ທີ່ໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າໃນການສ້າງວຽກເຮັດງານທຳໃຫ້ແຮງງານລາວ ແລະ ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ, ພ້ອມທັງສົ່ງຄຳອວຍພອນໄຊອັນປະເສີດມາຍັງພີ່ນ້ອງກຳມະກອນບັນດາເຜົ່າ ແລະ ຊັ້ນຄົນຜູ້ອອກແຮງງານທຸກທົ່ວໜ້າ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ.

ຂໍ້ມູນ-ພາບ: ຂ່າວສານ ຮສສ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments