Homeຂ່າວພາຍໃນກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ເມື່ອວັນທີ 29 ເມສາ 2026 ທີ່ຫ້ອງປະຊຸມພະແນກອຸດສາຫະກໍາ ແລະ ການຄ້າແຂວງຫຼວງພະບາງ ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍທ່ານ ບຸນຈັນ ລໍວັນໄຊ ຮອງຫົວໜ້າກົມການຄ້າພາຍໃນ ພ້ອມດ້ວຍຜູ້ແທນກົມສົ່ງເສີມຈຸນລະວິສາຫະກິດວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທ່ານນາງ ສົມຍາ ລັດສະໝີ ຜູ້ອໍານວຍການໃຫຍ່ບໍລິສັດ ຊີພີ ອໍລ໌ ລາວ ຈໍາກັດ ຜູ້ດໍາເນີນທຸລະກິດຮ້ານສະດວກຊື້ 7-Eleven ໃນ ສປປ ລາວ ໄດ້ຮ່ວມເປັນປະທານເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນ ຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊິ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ.

ໂດຍຜູ້ເຂົ້າຮ່ວມ ມີໂອກາດໄດ້ຮູ້ຂໍ້ມູນທີ່ເປັນປະໂຫຍດຕໍ່ການພັດທະນາສິນຄ້າ ແລະ ທຸລະກິດ ທັງໃນເລື່ອງການເຂົ້າເຖິງແຫຼ່ງທຶນສໍາລັບ SME ການນໍາສະເໜີສິນຄ້າເຂົ້າມາຈໍາໜ່າຍ ແລະ ການເຮັດການຕະຫຼາດຂອງ 7-Eleven ແລະ ຍັງຮຽນຮູ້ຈາກປະສົບການໂດຍກົງຂອງຜູ້ປະກອບການ ທີ່ເປັນຄູ່ຄ້າຂອງ 7-Eleven ປະສົບຄວາມສໍາເລັດ ອີກດ້ວຍ.

ກິດຈະກໍານີ້ ເປັນສ່ວນໜຶ່ງຂອງການສົ່ງເສີມນະໂຍບາຍສະໜັບສະໜູນການຜະລິດພາຍໃນປະ ເທດ ໂດຍສະເພາະກຸ່ມຜູ້ປະກອບການຂະໜາດນ້ອຍ ໃຫ້ສາມາດເຂົ້າເຖິງແຫຼ່ງທຶນ ພັດທະນາສິນຄ້າໃຫ້ມີມາດຕະຖານ ເຂົ້າເຖິງຕະຫຼາດໃໝ່ໆ ແລະ ທຸລະກິດມີຄວາມຍືນຍົງ ຕາມແນວຄິດ “ເສດຖະກິດເອກະ ລາດເປັນເຈົ້າຕົນເອງ” ແລະ ສອດຄ່ອງກັບຄ່ານິຍົມ 3 ປະໂຫຍດ “ເພື່ອປະເທດ ປະຊາຊົນ ແລະ ອົງກອນ” ຂອງເຄືອຈະເລີນໂພກກະພັນ (CP Group) ທີ່ ຊີພີ ອໍລ໌ ຍຶດໝັ້ນມາຕະຫຼອດ ໂດຍສະເພາະການສ້າງອາຊີບ ຜ່ານການສະໜັບສະໜູນສິນຄ້າທ້ອງຖິ່ນ ເຊິ່ງໄດ້ເປີດພື້ນທີ່ສົ່ງເສີມຜະລິດຕະພັນທ້ອງຖິ່ນຂອງຄົນລາວ ມາຕັ້ງແຕ່ຮ້ານ 7-Eleven ສາຂາທໍາອິດ ເປີດໃຫ້ບໍລິການເມື່ອປີ 2023.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments