Homeຂ່າວໜ້າໜຶ່ງຈັດກິດຈະກໍາຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 140 ປີ

ຈັດກິດຈະກໍາຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 140 ປີ

ສູນກາງສະຫະພັນກໍາມະບານລາວ ໄດ້ຈັດພິທີໂຮມຊຸມນຸມໃຫຍ່ ແລະ ກິດຈະກໍາຍ່າງເພື່ອສຸຂະພາບ ຢ່າງຍິ່ງໃຫຍ່ ຂຶ້ນໃນວັນທີ 1 ພຶດສະພາ 2026 ຢູ່ສວນປະຕູໄຊ ນະຄອນຫຼວງວຽງຈັນ ເພື່ອສະເຫຼີມ ສະຫຼອງວັນກໍາມະກອນສາກົນ ຄົບຮອບ 140 ປີ ໂດຍມີທ່ານ ກິແກ້ວ ໄຂຄຳພິທູນ ກໍາມະການກົມການ ເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍການນໍາຂັ້ນສູງພັກ-ລັດ ທູຕານຸທູດ ອົງການຈັດຕັ້ງສາກົນປະຈໍາລາວ ແລະ ມວນຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມຫຼາຍພັນຄົນ.

ໃນພິທີ ທ່ານ ວິໄລ ວົງຂະເສີມ ຮອງປະທານ ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ກ່າວວ່າ: ການສະເຫຼີມສະຫຼອງປີນີ້ ບໍ່ພຽງແຕ່ເປັນການທົບທວນຄືນປະຫວັດສາດຄວາມເປັນມາຂອງການກຳເນີດວັນກຳມະກອນສາກົນ ກ່ອນນີ້ 140 ປີ ທີ່ທວງໃຫ້ກຳມະກອນຕ້ອງໄດ້ “ເຮັດວຽກ 8 ຊົ່ວໂມງ” ເທົ່ານັ້ນ ແຕ່ຍັງເປັນການຍົກລະດັບຄວາມຮູ້ດ້ານວິທະຍາສາດ-ເຕັກໂນໂລຊີ ໃຫ້ແກ່ກຳມະກອນລາວ ເພື່ອເປັນກຳລັງຫຼັກ ໃນການຂັບເຄື່ອນເສດຖະກິດ-ສັງຄົມຂອງຊາດຢ່າງເຂັ້ມແຂງ ສໍາລັບ ສປປ ລາວ ກິດຈະກໍາຍ່າງເພື່ອສຸຂະພາບ ໃນຄັ້ງນີ້ ບໍ່ພຽງແຕ່ເປັນການລະນຶກເຖິງວັນສໍາຄັນດັ່ງກ່າວ ແຕ່ຍັງເປັນການປຸກລະດົມໃຫ້ສັງຄົມ ແລະ ຫົວໜ່ວຍທຸລະກິດ ເພີ່ມທະວີການເອົາໃຈໃສ່ພັດທະນາສີມືແຮງງານລາວ ໃຫ້ເຂັ້ມແຂງ ພ້ອມທັງປົກປ້ອງສິດຜົນປະໂຫຍດ ແລະ ຮັບປະກັນລາຍຮັບທີ່ເປັນທໍາໃຫ້ແກ່ຜູ້ອອກແຮງງານກັບການພັດທະນາປະເທດຊາດ ໃນໄລຍະໃໝ່.

ຫຼັງຈາກນັ້ນ ກິດຈະກຳຍ່າງມະຫາຊົນເພື່ອສຸຂະພາບ ໄດ້ເລີ່ມຈາກສວນປະຕູໄຊຫາຫໍຄໍາ ແລະ ກັບຄືນສູ່ປະຕູໄຊ ນອກນີ້ ຈະສ້າງຂະບວນການແຂ່ງຂັນສີມືແຮງງານ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ ແຂ່ງ ຂັນກີລາ-ສິລະປະ ແລະ ກິດຈະກຳຖາມ-ຕອບຄວາມຮູ້ ຢູ່ຕາມຫົວໜ່ວຍແຮງງານທົ່ວປະເທດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments