Homeຂ່າວໜ້າໜຶ່ງຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII

ຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ພາຍໃຕ້ຄໍາຂັວນ ຍົກສູງບົດບາດຂອງແນວລາວສ້າງຊາດສູ່ຄຸນນະພາບໃໝ່ເສີມສ້າງມະຫາສາມັກຄີ ແລະ ເຕົ້າໂຮມກຳລັງແຮງຂອງທົ່ວປວງຊົນທັງຊາດ ເຂົ້າໃນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ອັດລົງດ້ວຍຜົນສໍາເລັດອັນຈົບງາມ ໃນຕອນເຊົ້າວັນທີ 29 ເມສາ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍຫຼັງດຳ ເນີນມາເປັນເວລາ 1 ມື້ເຄິ່ງ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ພ້ອມດ້ວຍບັນດາການນໍາພັກ-ລັດ, ອະດີດການນໍາຂັ້ນສູງພັກ-ລັດ ແລະຜູ້ແທນກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ.

ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ມີຄໍາເຫັນວ່າ: ຕະຫຼອດໄລຍະດຳເນີນກອງປະຊຸມໃຫ່ຍຜູ້ແທນໄດ້ສຸມສະຕິບັນຍາເຂົ້າໃນການຄົ້ນຄ້ວາ, ພິຈາລະນາ ແລະ ຮັບຮອງເອົາລາຍງານການເມືອງ ແລະ ການກຳນົດທິດທາງວຽກງານໃນຕໍ່ໜ້າທີ່ສອດຄ່ອງກັບມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ເຂົ້າ ສູ່ວຽກງານຕົວຈິງຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນ; ພ້ອມກັນນັ້ນ, ກອງປະຊຸມໄດ້ຮັບຮອງເອົາກົດ ລະບຽບແນວລາວສ້າງຊາດ ສະໄໝທີ XII ທີ່ສອດຄ່ອງກັບສະພາບຕົວຈິງ ແລະ ຮັບຮອງເອົາບົດສຳຫຼວດ ການນໍາລວມຂອງຄະນະກຳມະການສູນກາງແນວລາວສ້າງຊາດ ສະໄໝທີ XI, ກອງປະຊຸມໃຫ່ຍ ໄດ້ຮັບຟັງການປະກອບຄໍາເຫັນຈາກຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ອົງການພາຄີ, ແນວລາວສ້າງຊາດຂັ້ນທ້ອງຖິ່ນ, ຕົວແບບດີເດັ່ນ ເພື່ອຢັ້ງຢືນຕື່ມຕໍ່ລາຍງານການເມືອງ, ຊຶ່ງໄດ້ຍົກໃຫ້ເຫັນບາງບົດຮຽນທີ່ດີ, ປະສົບການຕົວຈິງ ແລະ ບາງຕົວຢ່າງທີ່ມີຊີວິດຊີວາຂອງທ້ອງຖິ່ນ; ໃນກອງປະຊຸມໃຫຍ່ຄັ້ງນີ້ ໄດ້ເປັນເອກະສັນຢ່າງສົມບູນໃນການພິຈາລະນາ ແລະ ຮັບຮອງເອົາຄະນະກຳມະການສູນກາງແນວລາວສ້າງຊາດ ສະໄໝທີ XII ຈໍານວນ 250 ສະຫາຍ, ຍິງ 55 ສະຫາຍ, ພຣະສົງ 20 ອົງ; ກອງປະຊຸມຄັ້ງປະຖົມມະລຶກ ໄດ້ຮັບຮອງເອົາ ຄະນະປະຈໍາສູນກາງແນວລາວສ້າງຊາດ ສະໄໝທີ XII ຈໍານວນ 11 ສະຫາຍ, ຍິງ 03 ສະຫາຍ ໃນນີ້ຮັບຮອງເອົາ ປະທານ, ຮອງປະທານ ສູນກາງແນວລາວສ້າງຊາດ ສະໄໝທີ XII ຈໍານວນ 7 ສະຫາຍ, ຍິງ 2 ສະຫາຍ ຄື: ສະຫາຍ ກິແກ້ວ ໄຂຄໍາພິທູນ ເປັນປະທານສູນກາງແນວລາວສ້າງຊາດ ສະຫາຍ ລາວປາວຊົ່ງ ນະວົງໄຊ, ສະຫາຍ ນາງ ບຸດສະດີ ທະນະເມືອງ, ສະຫາຍ ດາວຽງສັກ ຫວ່າງວິຈິດ, ສະຫາຍ ນາງ ໄຊທິດາ ພົມວິຫານ ແລະ ສະຫາຍ ວິຣະພົງ ພົມດວງສີ ແລະ ສະຫາຍ ສຸຣິປັນຍາ ຣາຊສົມບັດ ເປັນຮອງປະທານ.

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ໃນຄັ້ງນີ້ຍັງໄດ້ຮັບກຽດຟັງການໂອ້ລົມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ຄະນະກຳມະການສູນກາງແນວລາວສ້າງຊາດ ສະໄໝທີ XII ໃນການນໍາພາ-ຊີ້ນໍາວຽກງານແນວລາວສ້າງຊາດແຕ່ລະຂັ້ນໃນຕໍ່ໜ້າໃຫ້ມີປະສິດທິຜົນດີຂຶ້ນ.

ໂອກາດນີ້ ສະຫາຍ ກິແກ້ວ ໄຂຄໍາພິທູນ ໄດ້ຕາງໜ້າກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ XII ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ເຕົ້າໂຮມມະຫາສາມັກຄີທົ່ວປະຊາຊົນລາວ ບັນດາເຜົ່າໃຫ້ເປັນປຶກແຜ່ນ ຢູ່ໃຕ້ການນຳພາຂອງພັກ, ເຊີດຊູຈິດໃຈຮັກຊາດ, ມານະຈິດບຸກບິນ, ເພິ່ງຕົນ ເອງກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອແກ້ໄຂຄວາມທຸກຍາກ ໂດຍເລີ່ມຈາກຄອບຄົວ, ພ້ອມກັນສ້າງສັງຄົມໃຫ້ເປັນສັງຄົມທີ່ມີປະຊາທິປະໄຕ, ສາມັກຄີປອງດອງ, ມີຄວາມສີວິໄລ ແລະ ຍຸຕິທໍາ; ຮຽກຮ້ອງມາຍັງກຳມະການສູນກາງແນວລາວສ້າງຊາດ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ແນວລາວສ້າງຊາດຂັ້ນຕ່າງໆ ແລະ ອົງການພາຄີ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ, ມີຄວາມເປັນເອ ກະພາບສູງໃນການປະຕິບັດໜ້າທີ່ອັນມີກຽດສະຫງ່າຂອງຕົນ, ຕັ້ງໜ້າເສີມຂະຫຍາຍມູນເຊື້ອອັນດີງາມ ແລະ ລໍ້າຄ່າຂອງພັກ-ລັດ, ແນວລາວສ້າງຊາດ ແລະ ປະຊາຊົນສືບຕໍ່ສູ້ຊົນບຸກບືນຢ່າງແຂງແຮງ ເພື່ອຜ່ານຜ່າທຸກຂໍ້ຫຍຸ້ງຍາກນາໆປະການ ພ້ອມກັນ ກ້າວໄປສູ່ອະນາຄົດອັນສະຫວ່າງສະໄຫວຂອງປະເທດຊາດທີ່ແສນຮັກຂອງພວກເຮົາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments