ໃນໄລຍະ 5 ປີຜ່ານມາ ຄະນະກຳມະການແນວລາວສ້າງຊາດແຕ່ລະຂັ້ນ ໄດ້ມີການປະຕິບັດວຽກງານແຕ່ລະດ້ານມີຜົນສໍາເລັດເປັນຢ່າງດີ ໂດຍສະເພາະໄດ້ເປັນເຈົ້າການເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າຢ່າງຕໍ່ເນື່ອງ. ສະຫາຍ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ຂຶ້ນລາຍງນການເມືອງຕໍ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ໃນວັນທີ 28 ເມສານີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ການເຕົ້າໂຮມຄວາມສາມັກຄີປອງດອງບັນດາເຜົ່າຄະນະກຳມະການແນວລາວສ້າງຊາດແຕ່ລະຂັ້ນ ໄດ້ເປັນເຈົ້າການສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີປອງດອງປຸກລະດົມຂົນຂວາຍປະຊາຊົນລາວບັນດາເຜົ່າຢູ່ຮ່ວມກັນດ້ວຍຄວາມສາມັກຄີປອງດອງ, ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ເຂົ້າຮ່ວມປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ວຽກງານຂອງອົງການປົກຄອງທ້ອງຖິ່ນປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທໍາ-ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມກັນນັ້ນ, ກໍໄດ້ເຂົ້າຮ່ວມພົບປະໂອ້ລົມປະຊາຊົນບັນດາເຜົ່າ ໃນງານບຸນປະເພນີຂອງເຜົ່າຕ່າງໆ, ເຂົ້າຮ່ວມການໄກ່ເກ່ຍຄວາມບໍ່ເຂົ້າໃຈກັນຢູ່ບາງບ່ອນ; ຊຸກຍູ້ໃຫ້ຜູ້ປົກຄອງເດັກນ້ອຍໃຫ້ນໍາພາລູກ-ຫຼານໃນເກນອາຍຸໄດ້ເຂົ້າໂຮງຮຽນ ແລະ ເຂົ້າເຖິງວຽກງານສາທາລະນະສຸກ. ອັນສໍາຄັນໄດ້ເອົາໃຈໃສ່ຊຸກຍູ້ຂະບວນການສ້າງຄອບຄົວ, ບ້ານ ແລະ ເມືອງສາມັກຄີປອງດອງ ຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມ 4 ເນື້ອໃນ 4 ຄາດໝາຍ. ມາຮອດປີ 2025 ສ້າງຄອບຄົວສາມັກຄີປອງດອງໄດ້ 907,542 ຄອບຄົວ ເທົ່າ 66.83%, ສ້າງບ້ານສາມັກຄີປອງດອງໄດ້ 6,210 ບ້ານ ເທົ່າ 73.91% ແລະ ຮັບຮອງເມືອງຈັດຕັ້ງປະຕິບັດຂະບວນການສາມັກຄີປອງດອງໄດ້ 107 ເມືອງ ເທົ່າ 72.30% ເຮັດໃຫ້ປະຊາຊົນບັນດາເຜົ່າດຳລົງຊີວິດຢູ່ຮ່ວມກັນດ້ວຍຄວາມສາມັກຄີປອງດອງ, ມີຄວາມສະຫງົບ ແລະ ພ້ອມກັນສ້າງສາພັດທະນາປະເທດຊາດ.
ສໍາລັບການເຕົ້າໂຮມຄວາມສາມັກຄີປອງດອງບັນດາສາສະໜາ: ໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ນະໂຍບາຍ, ລັດຖະທຳມະນູນ ແລະ ລະບຽບກົດໝາຍ ຕິດພັນກັບການສຶກສາອົບຮົມໃຫ້ປະຊາຊົນ ໃນການເຊື່ອຖື ແລະ ບໍ່ເຊື່ອຖືສາສະໜາ ທີ່ບໍ່ຂັດກັບກົດໝາຍບົນພື້ນຖານຄວາມສະໝັກໃຈ, ປະສານສົມທົບກັບອົງການພຸດທະສາສະໜາສຳພັນລາວ ແລະ ອົງການຈັດຕັ້ງສາສະໜາຕ່າງໆສຶກສາອົບຮົມປະຊາຊົນ ກໍຄືບັນດາຊາວສາສະນິກະຊົນ ໃຫ້ເປັນພົນລະເມືອງດີ ແລະ ປະຕິບັດພັນທະຂອງພົນລະເມືອງໃຫ້ຖືກຕ້ອງ, ຄວາມເຂົ້າອົກເຂົ້າໃຈລະຫວ່າງສາສະໜາ ແລະ ລະຫວ່າງສາສະນິກະຊົນດ້ວຍກັນ, ການເສີມສ້າງຄວາມປອງດອງ, ຢູ່ຮ່ວມກັນໂດຍສັນຕິ ແລະ ຮ່ວມກັນສ້າງສາພັດທະນາປະເທດຊາດ, ບ້ານ, ເມືອງ. ພ້ອມນັ້ນ,ຈັດຝຶກອົບຮົມ, ພົບປະ ແລະ ແນະນໍາການດໍາເນີນພິທີກຳຕ່າງໆ ໃຫ້ຖືກຕ້ອງຕາມຫຼັກສິນທໍາສາສະໜາຕ່າງໆ, ຖືກກັບກົດໝາຍ ແລະ ຮີດຄອງປະເພນີເປັນໃຈກາງປະສານສົມທົບ ກັບພາກສ່ວນກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນແກ້ໄຂຮີດຄອງປະເພນີທີ່ຫຼ້າຫຼັງ ແລະ ກົດໜ່ວງຖ່ວງດຶງການພັດທະນາຂອງບາງຊົນເຜົ່າ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນກັບສາສະໜາໄດ້ຈໍານວນໜຶ່ງ. ພ້ອມນັ້ນ, ເອົາໃຈໃສ່ສຶກສາອົບຮົມບັນດາຊັ້ນຄົນ ແລະ ອົງການຈັດຕັ້ງສັງຄົມ ໃຫ້ມີນໍ້າໃຈເສຍສະຫຼະ, ຮັກຊາດ, ຮັກບ້ານເກີດເມືອງນອນ, ເສີມຂະຫຍາຍບົດບາດໃນການປະຕິບັດສິດ ແລະ ໜ້າທີ່ຂອງຕົນໃຫ້ຖືກຕ້ອງ ແລະ ສອດຄ່ອງພ້ອມທັງປຸກລະດົມເຂົາເຈົ້າປະກອບສ່ວນເຂົ້າໃນການພັດທະນາສັງຄົມ, ຊ່ວຍເຫຼືອມະນຸດສະທຳ ແລະ ອື່ນໆໄດ້ເປັນຢ່າງດີ.

