Homeຂ່າວພາຍໃນສປປ ລາວ ປະກາດ 4 ມາດຕະການຫຼັກ ຮັບມືນໍ້າມັນແພງ

ສປປ ລາວ ປະກາດ 4 ມາດຕະການຫຼັກ ຮັບມືນໍ້າມັນແພງ

ກອງປະຊຸມພິເສດລັດຖະມົນຕີພະລັງງານອາຊຽນ (Special AMEM) ໄດ້ຈັດຂຶ້ນໃນວັນທີ 27 ເມສາ 2026 ຜ່ານລະບົບອອນລາຍ. ກອງປະຊຸມດັ່ງກ່າວຈັດຂຶ້ນທີ່ນະຄອນຫຼວງວຽງຈັນ, ນໍາພາ ໂດຍ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ເປັນຫົວໜ້າຄະນະໃຫ້ແກ່ ສປປ ລາວ, ມີ ທ່ານ ນາງ ສັນຕິສຸກ ພິມມະຈັນ ເຈົ້າໜ້າທີ່ອາວຸໂສພະລັງງານອາຊຽນ ແຫ່ງ ສປປ ລາວ ຫົວໜ້າກົມນະໂຍບາຍ ວາງແຜນພັດທະນາ ແລະ ປະເມີນຜົນ ພ້ອມດ້ວຍຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງກະຊວງ ອຄ, ລັດວິສາຫະກິດໄຟຟ້າລາວ ແລະ ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປຶກສາຫາລືຮ່ວມກັບບັນດາປະເທດອາຊຽນ+3 ແລະ ຄູ່ຮ່ວມພັດທະນາຕໍ່ກັບຜົນກະທົບຂອງສະຖານະການໃນຕາເວັນອອກກາງຕໍ່ຄວາມໝັ້ນຄົງດ້ານພະລັງງານໃນພາກພື້ນ ຊຶ່ງຫຼາຍປະເທດສະມາຊິກອາຊຽນໄດ້ໃຫ້ຄໍາເຫັນວ່າ ໃນຂົງເຂດພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແມ່ນເພິ່ງພາການນໍາເຂົ້ານໍ້າມັນ ແລະ ອາຍແກ໊ສ ໃນປະລິມານມະຫາສານຈາກຕາເວັນອອກກາງ ແລະ ເຮັດໃຫ້ໄດ້ຮັບຜົນກະທົບຢ່າງຫຼີກລ່ຽງບໍ່ໄດ້ ຕໍ່ການຢຸດຊະງັກໃນການສະໜອງ ແລະ ຄວາມຜັນຜວນຂອງລາຄາທີ່ມີທ່າອ່ຽງສູງຂຶ້ນເລື້ອຍໆ. ພ້ອມດຽວກັນນັ້ນ, ກໍໄດ້ປຶກສາຫາລືກ່ຽວກັບວິທີການຮັບມືຕໍ່ກັບສະຖາ ນະການໃນຕໍ່ໜ້າ ຊຶ່ງບັນດາປະເທດສະມາຊິກອາຊຽນ ກໍໄດ້ປະຕິບັດມາດຕະການ ແລະ ນະໂຍບາຍ ອີງໃສ່ທ່າແຮງດ້ານພະລັງງານຂອງປະເທດຂອງຕົນ ເຊັ່ນ: ການກະຈາຍຊອກແຫຼ່ງນໍ້າມັນເພີ່ມ, ການສໍາຮອງພະລັງງານ, ການຄວບຄຸມລາຄາ ແລະ ອື່ນໆ.

ໃນລະດັບພາກພື້ນ, ອາຊຽນໄດ້ເນັ້ນໜັກເຖິງການເພີ່ມທະວີການຮ່ວມມື ໂດຍຜ່ານຂອບໜ້າວຽກທີ່ມີຢູ່ເຊັ່ນ: the ASEAN Framework Agreement on Petroleum Security (APSA), ASEAN Power Grid (APG), and Trans-ASEAN Gas Pipeline (TAGP) ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ກະກຽມການປະສານງານໃນມາດຕະການຮັບມືສຸກເສີນ ຖ້າຈໍາເປັນ.

ສໍາລັບ ສປປ ລາວ, ກໍໄດ້ຮັບຜົນກະທົບເຊັ່ນກັນກັບຫຼາຍປະເທດ ເນື່ອງຈາກມີການເພິ່ງພາການນໍາເຂົ້ານໍ້າມັນເຊື້ອໄຟຈາກຕ່າງປະເທດ. ທ່ານ ມະໂນທອງ ວົງໄຊ ໄດ້ມີຄໍາເຫັນກ່ຽວກັບນະໂຍບາຍຂອງ ສປປ ລາວ ເພື່ອຮັບມືກັບສະຖານະການໃນການຜັນຜວນດ້ານພະລັງງານໃນປັດຈຸບັນເຊັ່ນ: 1. ນະໂຍບາຍຫຼຸດພາສີນໍາເຂົ້ານໍ້າມັນ ເພື່ອຄວບຄຸມລາຄານໍ້າມັນ, 2. ກະຕຸ້ນການສົ່ງເສີມການນໍາໃຊ້ພະລັງ ງານທາງເລືອກ ທີ່ມີທ່າແຮງພາຍໃນປະເທດ ເພື່ອຫຼຸດຜ່ອນການນໍາເຂົ້ານໍ້າມັນເຊື້ອໄຟ, 3. ມາດຕະການຜ່ອນຜັນໃຫ້ແກ່ພະນັກງານ ໂດຍການສັບປ່ຽນກັນມາປະຈໍາການ, 4. ໂຄສະນາເຜີຍແຜ່ໃຫ້ແກ່ສັງຄົມໃນການປະຢັດພະລັງງານ ເປັນຕົ້ນແມ່ນສົ່ງເສີມການນໍາໃຊ້ພາຫະນະໄຟຟ້າ ແລະ ນໍາໃຊ້ລົດສາທາລະນະໃຫ້ຫຼາຍຂຶ້ນ. ນອກຈາກນີ້, ກໍຍັງເພີ່ມທະວີການຮ່ວມມືໃນການເຊື່ອມຕໍ່ສາຍສົ່ງພະລັງງານໄຟຟ້າ ແລະ ສຶກສາກົນໄກຕ່ອງໂສ້ຂອງການສະໜອງນໍ້າມັນເຊື້ອໄຟໃນພາກພື້ນ.

(ແຫຼ່ງຂ່າວ: ເສດຖະກິດ-ການຄ້າ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments