ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ປະກອບຄຳເຫັນ ຕໍ່ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XII ໃນວັນທີ 28 ເມສາ ນີ້ ພາຍໃຕ້ຫົວຂໍ້: ການຈັດຕັ້ງປະຕິບັດເນື້ອໃນ 4 ຮ່ວມ ລະຫວ່າງສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ອົງການຈັດຕັ້ງມະຫາຊົນຂອງພັກ.
ສະຫາຍ ທອງລີ ສີສຸລິດ ໄດ້ກ່າວວ່າ: ຕະຫຼອດໄລຍະ 5 ປີ ຜ່ານມາ ສຊປລ ໄດ້ຖືເອົາເນື້ອໃນຈິດໃຈຂອງ “4 ຮ່ວມ” ເປັນເຂັມທິດເຍືອງທາງ ໃນການປະສານງານກັບ ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ອົງການຈັດຕັ້ງມະຫາຊົນຂອງພັກ ຢ່າງສະເໝີຕົ້ນສະເໝີປາຍ, ພວກເຮົາໄດ້ຮ່ວມກັນໂຄສະນາສຶກສາອົບຮົມຂົນຂວາຍມະຫາຊົນໃນທຸກຊັ້ນຄົນ ແລະ ແຕ່ລະທ້ອງຖິ່ນ ເພື່ອສ້າງຄວາມເປັນເອກະພາບທາງດ້ານແນວຄິດ; ຮ່ວມກັນຕິດຕາມ, ກວດກາ, ສ່ອງແສງ ແລະ ໃຫ້ຄຳປຶກສາຢ່າງເຂັ້ມງວດ ໂດຍອີງໃສ່ລັດຖະທຳມະນູນ, ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍຂອງ 5 ອົງການພາຄີ ແລະ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ຂໍ້ກຳນົດ 01/ຄລສພ ວ່າດ້ວຍລະບຽບການຕິດຕາມກວດກາຂອງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຕໍ່ອົງການອຳນາດລັດ ເພື່ອຮັບປະກັນຄວາມໂປ່ງໃສ ແລະ ປົກປ້ອງສິດ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນ. ພ້ອມກັນນັ້ນ, ພວກເຮົາຍັງໄດ້ຮ່ວມກັນຄົ້ນຄວ້າຫົວຂໍ້ການສ້າງຂະບວນການຮັກຊາດ ແລະ ພັດທະນາໃຫ້ກາຍເປັນຜົນງານຕົວຈິງ ແລະ ຮ່ວມກັນສ້າງການຫັນປ່ຽນແກ້ໄຂຄວາມຫຍຸ້ງຍາກ ເພື່ອສ້າງລາຍຮັບຮ່ວມກັນ ແນໃສ່ເຮັດໃຫ້ອົງການຈັດຕັ້ງມະຫາຊົນ ຂັ້ນຮາກຖານມີຄວາມເຂັ້ມແຂງ ແລະ ກຸ້ມຕົນເອງໄດ້ໃນລະດັບໃດໜຶ່ງ.
ຜົນສຳເລັດທີ່ພົ້ນເດັ່ນ ແມ່ນພວກເຮົາສາມາດຫັນເອົາພະລັງແຮງຂອງແຕ່ລະອົງການມາເປັນພະລັງສັງລວມ ໃນການປັບປຸງ ແລະ ກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ. ຈາກການເຄື່ອນໄຫວຕົວຈິງ, ພວກເຮົາເຫັນໄດ້ວ່າ ເມື່ອໃດທີ່ອົງການພາຄີມີຄວາມເປັນເອກະພາບ ແລະ ຮ່ວມກັນເຄື່ອນໄຫວ ເມື່ອນັ້ນຄວາມເຊື່ອໝັ້ນຂອງມະຫາຊົນ ຕໍ່ກັບແນວທາງຂອງພັກ ກໍຍິ່ງໄດ້ຮັບການເພີ່ມທະວີ, ສ້າງໃຫ້ເກີດມີຄວາມສະຫງົບ ແລະ ຄວາມສາມັກຄີທີ່ແໜ້ນແກ່ນ ຈາກຕົວເມືອງ ສູ່ຊົນນະບົດ.
ດ້ານຂະບວນການໄດ້ຮ່ວມກັນສ້າງກິດຈະກຳທີ່ເປັນຮູບປະທຳເຊັ່ນ: ຂະບວນການຍ່າງເພື່ອສຸຂະ ພາບ, ຂະບວນການກິລາຕ່າງໆ, ການຊ່ວຍເຫຼືອສັງຄົມ ຊຶ່ງສະແດງໃຫ້ເຫັນເຖິງພະລັງຄວາມສາມັກຄີທີ່ເປັນປຶກແຜ່ນ. ໄດ້ຮ່ວມກັນລົງໃກ້ຊິດຕິດແທດກັບຮາກຖານ ເພື່ອສຶກສາອົບຮົມ ກຳມະກອນ, ໄວໜຸ່ມ-ເຍົາວະຊົນ ແລະ ແມ່ຍິງ ໃຫ້ຫ່າງໄກຈາກສິ່ງເສບຕິດ ແລະ ປະກົດການຫຍໍ້ທໍ້ໃນສື່ສັງຄົມອອນລາຍ. ນອກຈາກນັ້ນ, ຍັງໄດ້ຮ່ວມກັນສ້າງຫ້ອງການປະສານງານ 3 ອົງການຈັດຕັ້ງມະຫາຊົນຢູ່ເຂດເສດຖະກິດພິເສດສາມຫຼຽມຄໍາ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ເເກ້ວ, ບົນພື້ນຖານຄວາມສາມັກຄີດັ່ງກ່າວ, ເວົ້າສະເພາະສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ຢຶດໝັ້ນໃນການຜັນຂະຫຍາຍ ມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃຫ້ກາຍເປັນຂະບວນການບຸກຂອງຊາວໜຸ່ມ. ພວກເຮົາໄດ້ຫັນປ່ຽນຈາກການໂຄສະນາມາເປັນການສ້າງກິດຈະກຳທີ່ສ້າງລາຍຮັບຕົວຈິງໂດຍການຮ່ວມມືກັບຫຼາຍພາກສ່ວນບໍ່ວ່າຈະເປັນທາງພາກລັດ, ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງວຽກເຮັດງານທຳໃຫ້ຊາວໜຸ່ມຢູ່ພາຍໃນປະເທດ, ເພື່ອແກ້ໄຂບັນຫາແຮງງານເຄື່ອນຍ້າຍ, ການແຕ່ງດອງກ່ອນໄວອັນຄວນ, ສຸຂະພາບຈະເລິນພັນ, ການສ້າງອາຊີບ, ເປັນການປະກອບສ່ວນເຮັດໃຫ້ຊາວໜຸ່ມກາຍເປັນກໍາລັງແຮງໃນການຜະລິດໃໝ່ທີ່ທັນສະໄໝ, ມີລະບຽບວິໃນ ແລະ ມີຈິດໃຈຮັກຊາດ, ເພື່ອເປັນເສົາຄ້ຳທີ່ເຂັ້ມແຂງໃຫ້ແກ່ເສດຖະກິດແຫ່ງຊາດໃນໄລຍະໃໝ່.
ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ແລະ ຍົກສູງບົດບາດຂອງອົງການພາຄີໃນຕໍ່ໜ້າໃຫ້ມີຄວາມເຂັ້ມແຂງຄື: ໜຶ່ງ, ເພີ່ມທະວີການສຶກສາອົບຮົມການເມືອງແນວຄິດ ຕິດພັນກັບການປຸກລະດົມ ການພັດທະນາຕ້ອງໄປຄຽງຄູ່ກັບການສ້າງຈິດສຳນຶກ, ຕິດພັນກັບ 4 ເນື້ອນໃນ 4 ຄາດໝາຍ, ຂະບວນການຮັກຊາດພັດທະນາ ແລະ ຫັນລົງສູ່ຮາກຖານ ໂດຍການໂຄສະນາປຸກລະດົມເຂົ້າຮ່ວມທຸກຂະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ສອງ, ຫັນການສະໜອງແຮງງານໃຫ້ກາຍເປັນຍຸດທະສາດການສ້າງຄົນ, ສ້າງໂອກາດໃຫ້ແກ່ຊາວໜຸ່ມ ພວກເຮົາບໍ່ພຽງແຕ່ຊອກຫາແຮງງານໃຫ້ໂຮງງານເທົ່ານັ້ນ, ແຕ່ຕ້ອງເນັ້ນການພັດທະນາສີມືແຮງງານ ທີ່ມີວິໄນ, ມີຈິດສໍານຶກທີ່ດີ ແລະ ຍົກລະດັບຂີດຄວາມສາມາດໃຫ້ທັນຍຸກໃໝ່ ເຮັດໃຫ້ເຂົາເຈົ້າສາມາດເຂົ້າເຖິງຕຳແໜ່ງງານ ທີ່ມີຢູ່ຈິງໃນຕະຫຼາດແຮງງານ ໂດຍຜ່ານການຮ່ວມມືຢ່າງໃກ້ຊິດ ກັບບັນດາບໍລິສັດ ທີ່ມີການຮ່ວມມືກັບສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ; ສາມ, ຍູ້ແຮງການຫັນເປັນດີຈີຕອນເພື່ອເຊື່ອມຈອດຂໍ້ມູນຊາວໜຸ່ມ ກັບຕະຫຼາດແຮງງານ ແລະ ການນໍາໃຊ້ເຕັກໂນໂລຊີເຂົ້າໃນວຽກງານສື່ມວນຊົນ ໃຫ້ທັນກັບຍຸກສະໄໝ; ສີ່, ປະສານສົມທົບກັບອົງການພາຄີເພື່ອສ້າງເປັນໂຄງການຈຸດສຸມ ເປັນຕົ້ນໂຄງການສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງ, ການຮັກສາສິ່ງແວດລ້ອມສີຂຽວ, ສົ່ງເສີມວັດທະນະທຳອັນດີງາມຂອງຊາດ, ການແກ້ໄຂປະກົດການຫຍໍ້ທໍ້ໃນກຸ່ມໄວໜຸ່ມ, ການສ້າງອາຊີບໝັ້ນຄົງ ແລະ ອື່ນໆ ໃຫ້ກາຍເປັນສັນຍາລັກແຫ່ງຄວາມສາມັກຄີ ແລະ ເປັນສິ່ງຢັ້ງຢືນຜົນສໍາເລັດທີ່ຈໍາຕ້ອງໄດ້ຂອງ “4 ຮ່ວມ”.
ຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ຂໍໃຫ້ຄຳໝັ້ນສັນຍາຢ່າງເດັດດ່ຽວວ່າ ຈະສືບຕໍ່ເປັນກຳລັງແຮງທີ່ຫ້າວຫັນ, ພ້ອມທີ່ຈະແບກຫາບທຸກໜ້າທີ່ການເມືອງ ແລະ ເປັນຄູ່ຮ່ວມງານທີ່ຊື່ສັດບໍລິສຸດ ກັບແນວລາວສ້າງຊາດ ແລະ ບັນດາອົງການພາຄີ ເພື່ອຮ່ວມກັນສ້າງຂະບວນການ “4 ຮ່ວມ” ໃຫ້ມີຜົນສຳເລັດໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ.

